ໂຄງການ wash ຊ່ວຍເຫຼືອ 5 ແຂວງຢູ່ລາວ ເພື່ອໃຫ້ເຂົ້າເຖິງ ແຫຼ່ງນ້ຳສະອາດ, ສ້າງແຫຼງນ້ຳບາດານ ແລະ ການເຂົ້າເຖິງສຸຂະພິບານຂັ້ນພື້ນຖານ

ນ້ຳສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ (WASH) ແມ່ນອົງປະກອບທີ່ໂດດເດັ່ນ ແລະ ສຳຄັນຂອງໂຄງການເຊື່ອມສານດ້ານສຸຂະພາບ ແລະ ໂພຊະນາການຂອງອົງການສຸພະນິມິດສາກົນ ປະຈໍາ ສປປ ລາວ. ວິທີການຂອງພວກເຮົາແມ່ນສຸມໃສ່ການເສີມຂະຫຍາຍການເຂົ້າເຖິງນໍ້າສະອາດ, ປອດໄພ ແລະ ສຸຂາພິບານຂັ້ນພື້ນຖານ ແລະ ລວມທັງບ່ອນລ້າງມື. ພວກເຮົາຍັງມີຈຸດປະສົງໃນການຫຼຸດຜ່ອນການຖ່າຍຊະຊາຍ ແລະ ພະຍາດທີ່ເກີດຈາກນໍ້າ, ສຸຂາພິບານ, ແລະ ທີ່ກ່ຽວຂ້ອງກັບສຸຂະອະນາໄມໃນບັນດາເດັກນ້ອຍ ແລະ ຊຸມຊົນທີ່ພວກເຮົາເຮັດວຽກນຳ.

ໃນປີ 2023, ອົງການສຸພະນິມິດສາກົນ ປະຈໍາ ສປປ ລາວ ໄດ້ລົງທຶນ 252,306 ໂດລາ ເຂົ້າໃນໂຄງການ WASH ເພື່ອປັບປຸງຊີວິດການເປັນຢູ່ຂອງຊຸມຊົນໃນ ແຂວງຫຼວງພະບາງ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ອັດຕະປື. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກຫ້ອງການລະດົມທຶນຂອງ ອົງການສຸພະນິມິດ ຢູ່ປະເທດອົດສະຕາລີ, ການາດາ, ສ.ເກົາຫຼີ ແລະ ໄຕ້ຫວັນ, ໂຄງການຮ່ວມມືຂອງອົງການ NGO ຂອງອົດສະຕາລີ ແລະ ກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ. ພວກເຮົາໄດ້ເຮັດວຽກຮ່ວມມືຢ່າງໃກ້ຊິດກັບ ສູນນ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ (Namsaat) ຢູ່ ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ແມ່ນໄດ້ປະກອບສ່ວນອັນສຳຄັນຕໍ່ກັບຜົນສຳເລັດດັ່ງກ່າວ, ນັບຕັ້ງແຕ່ການກະກຽມກອບການເຮັດວຽກ ແລະ ທິດທາງໃນການປະຕິບັດໂຄງການ WASH ຈົນເຖິງ ການສ້າງຄວາມອາດສາມາດ, ການຈັດຕັ້ງປະຕິບັດໂຄງການ ແລະ ການຕິດຕາມກວດກາຄຸນນະພາບ.

ຜົນກະທົບທີ່ພົ້ນເດັ້ນໃນວຽກງານ WASH ປີ 2023

10,748 ຄອບຄົວ ທີ່ເຂົ້າເຖິງແຫຼ່ງນ້ຳສະອາດທີ່ດີຂຶ້ນ

89 ຈຳນວນແຫຼ່ງນ້ຳບາດານ ທີ່ພວກເຮົາໄດ້ສ້າງ

12,206 ຄອບຄົວ ທີ່ເຂົ້າເຖິງສຸຂາພິບານຂັ້ນພື້ນຖານທີ່ດີຂຶ້ນ

#worldvision#laos#wash

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles