ອັງກິດ ພ້ອມຮ່ວມມືກັບອາຊີຕາເວັນອອກສຽງໃຕ້ ປັບປຸງຍົກລະດັບກວດລ້າງ scammer

ສະຖານທູດອັງກິດປະຈໍາປະເທດໄທ ໄດ້ອອກແຖງການວ່າ ອັງກິດໄດ້ເຂົ້າຮ່ວມມາດຕະການຄວ່ຳບາດ ເຄືອຂ່າຍລະດັບໂລກ ທີ່ມີມູນຄ່າຫຼາຍພັນລ້ານປອນ ທີ່ມີສ່ວນກ່ຽວຂ້ອງກັບການດໍາເນີນງານຂອງສູນຫລອກລວງ ທີ່ໃຊ້ແຮງງານທີ່ຖືກຄ້າມະນຸດ ແລະ ຖືກທໍລະມານ.

ສູນຫລອກລວງເຫຼົ່ານີ້ຕັ້ງຢູ່ໃນອາຊີຕາເວັນອອກສຽງໃຕ້ ແລະ ເຮັດການຫລອກລວງເຫຍື່ອທົ່ວໂລກໃນລະດັບອຸດສາຫະກຳ ສະເພາະໃນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສຽງໃຕ້ ເກີດຄວາມເສຍຫາຍຈາກການສໍ້ໂກງທາງອອນໄລນ໌ໃນປີ 2023 ຖືກປະເມີນວ່າມີມູນຄ່າສູງເຖິງ 37,000 ລ້ານໂດລາ ສະຫະລັດອາເມຣິກາ ແລະ ຄາດວ່າມີຄວາມເສຍຫາຍທົ່ວໂລກຫຼາຍກວ່ານັ້ນ ເຊິ່ງມີຕົ້ນຕໍມາຈາກພາກພື້ນແຫ່ງນີ້.

ຜູ້ຢູ່ເບື້ອງຫຼັງຂອງການດໍາເນີນງານດັ່ງກ່າວນີ້ ການຄ້າມະນຸດກັບຊາວຕ່າງປະເທດຈໍານວນຫຼາຍພັນຄົນ ຈາກກວ່າ 50 ປະເທດ ເພື່ອເປັນເຈົ້າຫນ້າທີ່ດໍາເນີນງານທົ່ວອາຊີຕາເວັນອອກສຽງໃຕ້ ເຊິ່ງຖືກຕິດກັບ ແລະ ຕົກຢູ່ພາຍໃຕ້ສະພາບອັນໄຮ້ມະນຸດສະທຳ ໃນສະຖານທີ່ບໍລິເວນທີ່ຖືກສ້າງຂຶ້ນສະເພາະ ຫຼື ຄາສິໂນທີ່ບໍ່ໄດ້ໃຊ້ງານ ພວກເຂົ້າຖືກບັງຄັບໃຫ້ດໍາເນີນການສໍ້ໂກງທາງອອນໄລນ໌ ອົງການແອມເນສຕີ ອິນເຕີແນຊັນນາວ ໄດ້ອະທິບາຍສະພາບນີ້ວ່າເປັນ “ວິກິດສິດທິມະນຸດທີ່ນ່າຕົກໃຈຢ່າງຍິ່ງ.”

ທີ່ມາຈາກ: dailynews

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles