ເຖິງວ່າຈະມີເງິນເດືອນບໍ່ສູງ ເຖິງວ່າຈະມີສິ່ງທ້າທາຍນັບບໍ່ຖ້ວນ ແຕ່ເມື່ອເຫັນລູກສິດລູກຫາປະສົບຜົນສໍາເລັດ ມັນເປັນຄ່າຕອບແທນທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດ.” ນີ້ແມ່ນຄໍາເວົ້າຂອງຜູ້ຍິງຄົນໜຶ່ງ ທີ່ໄດ້ອຸທິດຊີວິດ 47 ປີ ຢືນຢູ່ເບື້ອງຫຼັງຄວາມສໍາເລັດຂອງເດັກນ້ອຍລາວ ຫຼາຍພັນຄົນ. ມື້ນີ້ ປ້າຄູ ຄູນວິໄລ ເຄນກິຕິສັກ ໄດ້ກາຍເປັນ “ຄູປະຊາຊົນ” ຄົນທໍາອິດໃນປະຫວັດສາດຂອງຊາດລາວ – ຫຼຽນນາມມະຍົດທີ່ສູງສຸດສໍາລັບຄູ ທີ່ບໍ່ໄດ້ມອບໃຫ້ແບບງ່າຍໆ.
ໃນຫ້ອງຮຽນ ຢູ່ໂຮງຮຽນປະຖົມສົມບູນ ທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີສຽງຫົວ ຂອງເດັກນ້ອຍ ທີ່ກໍາລັງຮຽນວິຊາ ທີ່ປ້າຄູ ຄູນວິໄລ ກໍາລັງສອນ ດັງຂຶ້ນ. ທ່າມກາງທີ່ເດັກນ້ອຍ ກໍາລັງຕັ້ງອົກຕັ້ງໃຈຮຽນ ດ້ວຍຄວາມມ່ວນຊື່ນ ມີຮູບຊົງຂອງຜູ້ຍິງຄົນໜຶ່ງ ທີ່ຢືນສິດສອນດ້ວຍຄວາມອົດທົນ ແລະ ຄວາມຮັກ. ນີ້ແມ່ນ ປ້າຄູ ຄູນວິໄລ ເຄນກິຕິສັກ – ແມ່ຍິງບ້ານທົ່ງກາງ – ປະຊາຊົນຄົນທຳມະດາ ທີ່ບໍ່ທຳມະດາເລີຍ.
ຈາກຄວາມຝັນໃນໄວເດັກ ສູ່ການອຸທິດຕົນເຕັມຊີວິດ
ເມື່ອຍ້ອນເວລາກັບໄປ 47 ປີກ່ອນ, ເດັກນ້ອຍຍິງຄົນໜຶ່ງ ຈາກບ້ານທົ່ງກາງ ໄດ້ກ້າວເຂົ້າສູ່ວິຊາຊີບຄູ ດ້ວຍຄວາມຝັນທີ່ງ່າຍດາຍ ແຕ່ເລິກເຊິ່ງ. “ຕອນຍັງນ້ອຍ ຮູ້ສຶກວ່າການເປັນຄູ ແມ່ນມີຄວາມ ສະຫງ່າລາສີ,” ປ້າຄູ ຄູນວິໄລ ອາຍຸ 64 ປີ ເລົ່າດ້ວຍຮອຍຍິ້ມທີ່ອົບອຸ່ນ. ແຕ່ສິ່ງທີ່ເຮັດໃຫ້ປ້າຄູ ຍຶດໝັ້ນໃນອາຊີບນີ້ຕະຫຼອດມາ ບໍ່ແມ່ນແຕ່ສະເພາະຄວາມສະຫງ່າລາສີຢ່າງດຽວ ແຕ່ແມ່ນຍ້ອນຄວາມມັກຮັກ ແລະ ຄວາມປະທັບໃຈ ທີ່ຄູ ໄດ້ເອົາໃຈໃສ່ເບິ່ງແຍງສິດສອນ ລູກສິດທຸກຄົນ.
ຈາກຄູສອນທຳມະດາ ປ້າຄູ ຄູນວິໄລ ໄດ້ກ້າວຂຶ້ນມາເປັນຜູ້ອໍານວຍການໂຮງຮຽນປະຖົມສົມບູນ ທົ່ງກາງມາໄດ້ 28 ປີ. ແຕ່ຜົນງານຂອງປ້າຄູ ບໍ່ໄດ້ຈໍາກັດຢູ່ພຽງແຕ່ຫ້ອງຮຽນ ພຽງຢ່າງດຽວ. ປ້າຄູຍັງເຮັດວຽກໃຫ້ກະຊວງສຶກສາ ແລະ ກິລາ, ຂຽນຫຼັກສູດວິຊາພາສາລາວ, ເປັນຄູຝຶກໃຫ້ກະຊວງ, ສິດສອນທາງອອນລາຍ ແລະ ເປັນຄູຊໍານານງານ ແລະ ຄູວິຊາການ. ຄວາມອຸທິດຕົນແບບບໍ່ຮູ້ອິດຮູ້ເມື່ອຍນີ້ ເຮັດໃຫ້ປ້າຄູ ໄດ້ຮັບລາງວັນຄູດີເດັ່ນ ຈາກເຈົ້າຟ້າມະຫາຈັກກີ ແຫ່ງປະເທດໄທ ໃນປີ 2017 ອີກດ້ວຍ.
ການຕໍ່ສູ້ທ່າມກາງສິ່ງທ້າທາຍ
ການເປັນຄູໃນໂຮງຮຽນລັດ ມີສິ່ງທ້າທາຍນັບບໍ່ຖ້ວນ – ຈາກສະພາບ ອຸປະກອນທີ່ຈໍາກັດ ໄປເຖິງຄ່າຕອບແທນທີ່ບໍ່ສູງ. ແຕ່ປ້າຄູ ຄູນວິໄລ ບໍ່ເຄີຍຜ່າຍແພ້. “ເຖິງວ່າຈະສອນຢູ່ໂຮງຮຽນລັດ ມີສິ່ງທ້າທາຍຫຼາຍຢ່າງ ແຕ່ກໍ່ໄດ້ເອົາໃຈໃສ່ໃນການສິດສອນ,” ປ້າຄູກ່າວດ້ວຍສຽງທີ່ເຕັມໄປດ້ວຍຄວາມໝັ້ນໃຈ. ຜົນຂອງຄວາມອຸທິດຕົນນີ້ ເຮັດໃຫ້ໂຮງຮຽນທົ່ງກາງ ໄດ້ຮັບຄວາມນິຍົມຊົມຊອບ ແລະ ມີນັກຮຽນເຂົ້າຮຽນເພີ່ມຂຶ້ນ ເປັນຈໍານວນຫຼາຍໃນແຕ່ລະປີ.
“ເຮົາເຮັດວຽກເພື່ອປະເທດຊາດແທ້ໆ,” ປ້າຄູ ຄູນວິໄລ ກ່າວດ້ວຍຄວາມພາກພູມໃຈ. ຄໍາເວົ້ານີ້ ບໍ່ແມ່ນພຽງຄໍາເວົ້າ ທີ່ອອກຈາກປາກ ແຕ່ມັນແມ່ນການປະຕິບັດຕົວຈິງ ທີ່ປ້າຄູ ໄດ້ພິສູດມາຕະຫຼອດເກືອບເຄິ່ງສະຕະວັດ !
ຄູປະຊາຊົນ: ຫຼຽນນາມມະຍົດທີ່ມີຄວາມໝາຍ
ໃນປີນີ້ ປ້າຄູນວິໄລ ໄດ້ກາຍເປັນຄູຄົນທໍາອິດ ໃນປະຫວັດສາດຂອງຊາດລາວ ທີ່ໄດ້ຮັບຫຼຽນນາມມະຍົດ “ຄູປະຊາຊົນ” ຮ່ວມກັບ ປ້າຄູ ບຸນມາ ໂພທິລາດ ຜູ້ອໍານວຍການໂຮງຮຽນປະຖົມສົມບູນ ຈັນສະຫວ່າງ- ລາງວັນທີ່ໄດ້ ສະແດງເຖິງຄຸນງາມຄວາມດີ ແກ່ຄູທີ່ມີຜົນງານໂດດເດັ່ນ.
ລາງວັນນີ້ບໍ່ແມ່ນການຍອມຮັບ ພຽງແຕ່ຄວາມເກັ່ງກ້າ ທາງດ້ານວິຊາການ ແຕ່ແມ່ນການຍອມຮັບ ໃນສິນທໍາປະຕິວັດ, ຄຸນນະທໍາ, ຫົວຄິດປະດິດສ້າງ, ນໍ້າໃຈຮັບໃຊ້ປະຊາຊົນ, ຄວາມເປັນແບບຢ່າງ ຄູສອນທີ່ໂດດເດັ່ນ, ຄວາມເປັນຜູ້ບໍລິຫານທີ່ເຂັ້ມແຂງ, ຄວາມພາກພຽນອົດທົນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ.
“ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈທີ່ສຸດ ໃນຊີວິດຄູ,” ປ້າຄູ ຄູນວິໄລ ກ່າວເຖິງລາງວັນນີ້. ແຕ່ສໍາລັບປ້າຄູ ແລ້ວ ລາງວັນທີ່ແທ້ຈິງ ບໍ່ແມ່ນແຕ່ຫຼຽນນາມມະຍົດ, ແຕ່ແມ່ນຄວາມສໍາເລັດຂອງລູກສິດລູກຫາທຸກຄົນ.
ໃຫ້ແຮງບັນດານໃຈແກ່ຄູຍຸກໃໝ່
“ການເຫັນຜົນສໍາເລັດຂອງນັກຮຽນຄົນໜຶ່ງ ອາດຈະໃຊ້ເວລາຕັ້ງແຕ່ປະຖົມຂຶ້ນໄປ ຈົນຮຽນຈົບວິທະຍາໄລ ມະຫາວິທະຍາໄລ,” ປ້າຄູ ຄູນວິໄລ ເລົ່າ. “ແຕ່ເມື່ອເຫັນລູກສິດລູກຫາ ປະສົບຜົນສໍາເລັດ ໄດ້ວຽກ ເຮັດການ ເຮັດງານ ແລະ ມີຕໍາແໜ່ງທີ່ດີ ຈະເຮັດໃຫ້ຕົນເອງຍິ້ມອອກ ແລະ ພາກພູມໃຈໃນຊີວິດຄູຕະຫຼອດມາ.”
ປ້າຄູ ຄູນວິໄລ ຝາກຂໍ້ຄວາມເຖິງຄູອາຈານທຸກຄົນ ທີ່ກໍາລັງສິດສອນ ຫຼື ມີຄວາມຝັນຢາກເປັນຄູສອນວ່າ: “ອາຊີບຄູແມ່ນມີຄວາມສໍາຄັນທີ່ສຸດ ສໍາລັບການພັດທະນາປະເທດຊາດ. ປະເທດຊາດມີບຸກຄະລາກອນທີ່ເກັ່ງ ແລະ ເຂັ້ມແຂງ ລ້ວນແລ້ວແຕ່ຢູ່ເບື້ອງຫຼັງມີຄູ ທີ່ຄ່ອຍສັງສອນທັງນັ້ນ.”
ມໍລະດົກທີ່ຍືນຍົງ
ຜົນງານຂອງປ້າຄູ ຄູນວິໄລ ບໍ່ແມ່ນພຽງຕົວເລກ 47 ປີ ຂອງການສິດສອນ. ມັນແມ່ນເລື່ອງຂອງຄວາມຮັກ, ການອຸທິດຕົນ ແລະ ຄວາມເຊື່ອໝັ້ນວ່າ ການສຶກສາແມ່ນກຸນແຈ ແຫ່ງອະນາຄົດຂອງຊາດ. ທຸກໆເຊົ້າທີ່ປ້າຄູ ກ້າວເຂົ້າໄປສອນໃນຫ້ອງຮຽນ ປ້າຄູບໍ່ພຽງແຕ່ຖ່າຍທອດຄວາມຮູ້ ວິຊາຕ່າງໆໃຫ້ນັກຮຽນ ແຕ່ປ້າຄູ ກໍາລັງບົ່ມເພາະ ແລະ ປູກຝັງອະນາຄົດ ທີ່ເປັນໜໍແໜ່ງ ທີ່ສໍາຄັນຂອງຊາດ.
ມື້ນີ້ ລູກສິດຂອງປ້າຄູນວິໄລ ບາງຄົນອາດກາຍເປັນທ່ານໝໍ ວິສະວະກອນ ຄູອາຈານ ຫຼື ຜູ້ນໍາປະເທດ ໃນຫຼາຍໆດ້ານ. ແຕ່ພວກເຂົາທຸກຄົນ ຈະຈົດຈໍາຄູຄົນໜຶ່ງ ຈາກບ້ານທົ່ງກາງ ຜູ້ທີ່ໄດ້ເຊື່ອໝັ້ນໃນຕົວພວກເຂົາ ແລະ ຊີ້ທາງໃຫ້ເມື່ອພວກເຂົາ ຫຼົງຢູ່ໃນຄວາມມືດ.
ປ້າຄູ ຄູນວິໄລ – ຄູປະຊາຊົນຄົນທໍາອິດຂອງລາວ – ແມ່ນຫຼັກຖານທີ່ມີຊີວິດວ່າ ຄົນໜຶ່ງ ທີ່ສາມາດສ້າງການປ່ຽນແປງອັນຍິ່ງໃຫຍ່ໄດ້ ເມື່ອມີຄວາມຮັກ ຄວາມອຸທິດຕົນ ແລະ ຄວາມເຊື່ອໝັ້ນໃນພະລັງຂອງການສຶກສາ. ປ້າຄູ ບໍ່ພຽງແຕ່ສອນຫນັງສື ແຕ່ປ້າຄູ ໄດ້ສິດສອນ ວິທີດໍາລົງຊີວິດ ທີ່ມີຄຸນຄ່າ ແລະ ມີຄວາມໝາຍ.
ນີ້ແມ່ນເລື່ອງລາວຂອງຄູປະຊາຊົນ – ຜູ້ທີ່ສະແດງໃຫ້ເຫັນວ່າ ອາຊີບຄູບໍ່ແມ່ນພຽງແຕ່ວຽກງານ ແຕ່ມັນແມ່ນພາລະກິດແຫ່ງຊີວິດ ທີ່ຍິ່ງໃຫຍ່ທີ່ສຸດ.
ສໍາພາດໂດຍ: Lao Youth Radio