ຄວາມຕັ້ງໃຈ ດ້ານອະວະກາດ ຂອງ ສ.ເກົາຫຼີ ຍັງສືບຕໍ່ເພີ່ມຂຶ້ນເລື້ອຍໆ, ໂດຍຕັ້ງເປົ້າວ່າຈະສ້າງສະຖານີສຳຫຼວດຢູ່ເທິງດວງເດືອນ ພາຍໃນປີ 2045.
ຕາມສື່ The Korea Times ຂອງ ສ. ເກົາຫຼີ ໄດ້ລາຍງານເມື່ອວັນທີ 17 ກໍລະກົດ 2025, ໂດຍອ້າງອີງເຖິງ ແຜນງານການສຳຫຼວດອະວະກາດໃນໄລຍະຍາວ ທີ່ອົງການບໍລິຫານການບິນ ແລະ ອະວະກາດ ສ ເກົາຫຼີ (KASA) ໄດ້ສ້າງຂຶ້ນ ແລະ ເປີດເຜີຍໃນລະຫວ່າງການພິຈາລະນາທີ່ມູນນິທິການຄົ້ນຄວ້າແຫ່ງຊາດ ສ ເກົາຫຼີ ໃນເມືອງ Daejeon, ພາກກາງຂອງປະເທດ.
ແຜນງານໄລຍະຍາວດັ່ງກ່າວໄດ້ລະບຸ 5 ພາລະກິດຫຼັກ ຄື:
1. ພາລະກິດສຳຫຼວດໃນວົງໂຄຈອນລະດັບຕໍ່າອ້ອມໂລກ.
2. ພາລະກິດໃນສະພາວະບໍ່ມີນໍ້າໜັກ.
3. ພາລະກິດສຳຫຼວດດວງເດືອນ.
4. ພາລະກິດສຳຫຼວດດວງຕາເວັນ.
5. ພາລະກິດດ້ານວິທະຍາສາດອະວະກາດ.
KASA, ເຊິ່ງກໍ່ຕັ້ງຂຶ້ນໃນເດືອນພຶດສະພາ2024, ມີເປົ້າໝາຍເພື່ອພັດທະນາ ເທັກໂນໂລຊີ ຍານສຳຫຼວດດວງເດືອນ ລວມທັງຄວາມສາມາດໃນການສະກັດ ແລະ ນໍາໃຊ້ຊັບພະຍາກອນເທິງດວງເດືອນ (ເຊັ່ນ: ນໍ້າກ້ອນ). ວຽກງານເຫຼົ່ານີ້ບາງສ່ວນແມ່ນກຳລັງດຳເນີນການແລ້ວ, ເຊັ່ນ: ສະຖາບັນທໍລະນີສາດ ແລະ ຊັບພະຍາກອນແຮ່ ສເກົາຫຼີ (KIGAM) ຫາກໍນຳເອົາ ຕົ້ນແບບລົດສຳຫຼວດດວງເດືອນ ໄປທົດສອບໃນບໍ່ຖ່ານຫີນຮ້າງ ເມື່ອເດືອນມີນາ 2025 ເພື່ອທົດສອບເທັກໂນໂລຊີ ທີ່ອາດນຳໄປໃຊ້ໃນການຂຸດຄົ້ນບໍ່ແຮ່ໃນອະວະກາດໃນອະນາຄົດ.
ສ ເກົາຫຼີ ມີປະສົບການດ້ານການສົ່ງຍານສຳຫຼວດດວງເດືອນມາແດ່ແລ້ວ. ໃນເດືອນສິງຫາ 2022, ໄດ້ສົ່ງຍານ Danuri, ເຊິ່ງເປັນຍານສຳຫຼວດດວງເດືອນລຳທໍາອິດຂອງປະເທດ, ຂຶ້ນສູ່ອະວະກາດດ້ວຍ ຈະຫຼວດຟັລຄອນ 9 (Falcon 9) ຂອງ SpaceX ບໍລິສັດເອກະຊົນດ້ານເທັກໂນໂລຊີອະວະກາດໃນສະຫະລັດອາເມຣິກາ. ຕໍ່ມາຍານໄດ້ເຂົ້າສູ່ວົງໂຄຈອນຂອງດວງເດືອນ ໃນເດືອນທັນວາ ແລະ ຍັງຄົງປະຕິບັດພາລະກິດສຳຫຼວດດວງເດືອນ ດ້ວຍຊຸດເຄື່ອງມືຕ່າງໆ ເທິງຍານຈົນເຖິງປັດຈຸບັນ.
ກ່ອນໜ້ານີ້, ສ. ເກົາຫຼີ ເຄີຍລະບຸວ່າຕ້ອງການສົ່ງຍານຫຸ່ນຍົນລົງຈອດ ເທິງດວງເດືອນພາຍໃນປີ 2032. ແຕ່ແຜນງານໄລຍະຍາວທີ່ຫາກໍເປີດເຜີຍອອກມານີ້ໄດ້ເພີ່ມຄວາມທ້າທາຍຂຶ້ນໄປອີກ ໂດຍກ່າວເຖິງການພັດທະນາ ຍານຍົນລົງຈອດດວງເດືອນລຸ້ນໃໝ່ ເຊິ່ງອາດມີປະສິດທິພາບຫຼາຍຂຶ້ນພາຍໃນປີ 2040, ດ້ວຍເປົ້າໝາຍສູງສຸດຄືການສ້າງສະຖານີເທິງພື້ນຜິວດວງເດືອນພາຍໃນປີ 2045.
ຢ່າງໃດກໍຕາມ, ສ. ເກົາຫຼີ ບໍ່ແມ່ນປະເທດດຽວທີ່ຄິດຈະສ້າງສະຖານີສຳຫຼວດເທິງດວງເດືອນ:
ສະຫະລັດ ອາເມຣິກາ ກໍວາງແຜນທີ່ຈະສ້າງສະຖານີສຳຫຼວດເທິງດວງເດືອນຢ່າງໜ້ອຍ 1 ແຫ່ງພາຍໃນທົດສະວັດໜ້າ ຜ່ານ ໂຄງການອາກເຕມິສ (Artemis program) ຂອງນາຊາ.
ສປ ຈີນ ກໍກຳລັງດຳເນີນງານເພື່ອບັນລຸເປົ້າໝາຍນີ້ເຊັ່ນກັນ ໂດຍຮ່ວມມືກັບ ສ
ຣັດເຊຍ ແລະ ປະເທດອື່ນໆ.
ອິນເດຍ ກໍຕັ້ງເປົ້າຕ້ອງການສ້າງສະຖານີສຳຫຼວດເທິງດວງເດືອນພາຍໃນປີ 2047.
ນອກຈາກດວງເດືອນແລ້ວ, KASA ຍັງມີເປົ້າໝາຍທີ່ໄກກວ່ານັ້ນຄື: ຕ້ອງການໃຫ້ ສ ເກົາຫຼີ ສາມາດ ສົ່ງຍານລົງຈອດເທິງດາວອັງຄານ ໄດ້ສຳເລັດເປັນຄັ້ງທໍາອິດພາຍໃນປີ 2045 ອີກດ້ວຍ.

