ສ.ເກົາຫຼີ ຕັ້ງເປົ້າສ້າງສະຖານີສຳຫຼວດຢູ່ເທິງດວງເດືອນ ພາຍໃນປີ 2045

ຄວາມຕັ້ງໃຈ ດ້ານອະວະກາດ ຂອງ​ ສ.ເກົາຫຼີ​ ຍັງສືບຕໍ່ເພີ່ມຂຶ້ນເລື້ອຍໆ, ໂດຍຕັ້ງເປົ້າວ່າຈະສ້າງສະຖານີສຳຫຼວດຢູ່ເທິງດວງເດືອນ​ ພາຍໃນປີ 2045.

ຕາມສື່ The Korea Times ຂອງ​ ສ. ເກົາຫຼີ​ ໄດ້ລາຍງານເມື່ອວັນທີ 17 ກໍລະກົດ 2025, ໂດຍອ້າງອີງເຖິງ ແຜນງານການສຳຫຼວດອະວະກາດໃນໄລຍະຍາວ ທີ່ອົງການບໍລິຫານການບິນ ແລະ ອະວະກາດ​ ສ​ ເກົາຫຼີ​ (KASA) ໄດ້ສ້າງຂຶ້ນ ແລະ ເປີດເຜີຍໃນລະຫວ່າງການພິຈາລະນາທີ່ມູນນິທິການຄົ້ນຄວ້າແຫ່ງຊາດ​ ສ ເກົາຫຼີ​ ໃນເມືອງ​ Daejeon, ພາກກາງຂອງປະເທດ.

ແຜນງານໄລຍະຍາວດັ່ງກ່າວໄດ້ລະບຸ 5 ພາລະກິດຫຼັກ ຄື:

1. ພາລະກິດສຳຫຼວດໃນວົງໂຄຈອນລະດັບຕໍ່າອ້ອມໂລກ.

2. ພາລະກິດໃນສະພາວະບໍ່ມີນໍ້າໜັກ.

3. ພາລະກິດສຳຫຼວດດວງເດືອນ.

4. ພາລະກິດສຳຫຼວດດວງຕາເວັນ.

5. ພາລະກິດດ້ານວິທະຍາສາດອະວະກາດ.

KASA, ເຊິ່ງກໍ່ຕັ້ງຂຶ້ນໃນເດືອນພຶດສະພາ​2024, ມີເປົ້າໝາຍເພື່ອພັດທະນາ ເທັກໂນໂລຊີ ຍານສຳຫຼວດດວງເດືອນ​ ລວມທັງຄວາມສາມາດໃນການສະກັດ ແລະ ນໍາໃຊ້ຊັບພະຍາກອນເທິງດວງເດືອນ​ (ເຊັ່ນ: ນໍ້າກ້ອນ). ວຽກງານເຫຼົ່ານີ້ບາງສ່ວນແມ່ນກຳລັງດຳເນີນການແລ້ວ, ເຊັ່ນ: ສະຖາບັນທໍລະນີສາດ ແລະ ຊັບພະຍາກອນແຮ່​ ສ​ເກົາຫຼີ (KIGAM) ຫາກໍນຳເອົາ ຕົ້ນແບບລົດສຳຫຼວດດວງເດືອນ ໄປທົດສອບໃນບໍ່ຖ່ານຫີນຮ້າງ ເມື່ອເດືອນມີນາ 2025 ເພື່ອທົດສອບເທັກໂນໂລຊີ​ ທີ່ອາດນຳໄປໃຊ້ໃນການຂຸດຄົ້ນບໍ່ແຮ່ໃນອະວະກາດໃນອະນາຄົດ.

ສ ເກົາຫຼີ​ ມີປະສົບການດ້ານການສົ່ງຍານສຳຫຼວດດວງເດືອນມາແດ່ແລ້ວ. ໃນເດືອນສິງຫາ 2022, ໄດ້ສົ່ງຍານ​ Danuri, ເຊິ່ງເປັນຍານສຳຫຼວດດວງເດືອນລຳທໍາອິດຂອງປະເທດ, ຂຶ້ນສູ່ອະວະກາດດ້ວຍ ຈະຫຼວດຟັລຄອນ 9 (Falcon 9) ຂອງ SpaceX ບໍລິສັດເອກະຊົນດ້ານເທັກໂນໂລຊີອະວະກາດໃນສະຫະລັດອາເມຣິກາ. ຕໍ່ມາຍານໄດ້ເຂົ້າສູ່ວົງໂຄຈອນຂອງດວງເດືອນ​ ໃນເດືອນທັນວາ ແລະ ຍັງຄົງປະຕິບັດພາລະກິດສຳຫຼວດດວງເດືອນ​ ດ້ວຍຊຸດເຄື່ອງມືຕ່າງໆ ເທິງຍານຈົນເຖິງປັດຈຸບັນ.

ກ່ອນໜ້ານີ້, ສ. ເກົາຫຼີ​ ເຄີຍລະບຸວ່າຕ້ອງການສົ່ງຍານຫຸ່ນຍົນລົງຈອດ ເທິງດວງເດືອນ​ພາຍໃນປີ 2032. ແຕ່ແຜນງານໄລຍະຍາວທີ່ຫາກໍເປີດເຜີຍອອກມານີ້ໄດ້ເພີ່ມຄວາມທ້າທາຍຂຶ້ນໄປອີກ ໂດຍກ່າວເຖິງການພັດທະນາ ຍານຍົນລົງຈອດດວງເດືອນລຸ້ນໃໝ່ ເຊິ່ງອາດມີປະສິດທິພາບຫຼາຍຂຶ້ນພາຍໃນປີ 2040, ດ້ວຍເປົ້າໝາຍສູງສຸດຄືການສ້າງສະຖານີເທິງພື້ນຜິວດວງເດືອນພາຍໃນປີ 2045.

ຢ່າງໃດກໍຕາມ, ສ​. ເກົາຫຼີ​ ບໍ່ແມ່ນປະເທດດຽວທີ່ຄິດຈະສ້າງສະຖານີສຳຫຼວດເທິງດວງເດືອນ:

✔️ສະຫະລັດ ອາເມຣິກາ ກໍວາງແຜນທີ່ຈະສ້າງສະຖານີສຳຫຼວດເທິງດວງເດືອນຢ່າງໜ້ອຍ 1 ແຫ່ງພາຍໃນທົດສະວັດໜ້າ ຜ່ານ ໂຄງການອາກເຕມິສ (Artemis program) ຂອງນາຊາ.​

✔️ສປ​ ຈີນ ກໍກຳລັງດຳເນີນງານເພື່ອບັນລຸເປົ້າໝາຍນີ້ເຊັ່ນກັນ ໂດຍຮ່ວມມືກັບ ສ​ ✔️ຣັດເຊຍ ແລະ ປະເທດອື່ນໆ.

✔️ອິນເດຍ ກໍຕັ້ງເປົ້າຕ້ອງການສ້າງສະຖານີສຳຫຼວດເທິງດວງເດືອນພາຍໃນປີ 2047.

ນອກຈາກດວງເດືອນແລ້ວ, KASA ຍັງມີເປົ້າໝາຍທີ່ໄກກວ່ານັ້ນຄື: ຕ້ອງການໃຫ້​ ສ ເກົາຫຼີ​ ສາມາດ ສົ່ງຍານລົງຈອດເທິງດາວອັງຄານ ໄດ້ສຳເລັດເປັນຄັ້ງທໍາອິດພາຍໃນປີ 2045 ອີກດ້ວຍ.

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles