ງານວິໄຈໃໝ່ທີ່ໄດ້ນຳສະເໜີໃນກອງປະຊຸມ European Respiratory Society Congress ທີ່ປະເທດໂຮນລັງໄດ້ເປີດເຜີຍວ່າ: ການຮັບປະທານໝາກໄມ້ອາດຊ່ວຍຫຼຸດຜ່ອນຜົນກະທົບຂອງມົນລະພິດທາງອາກາດຕໍ່ປອດໄດ້ ໂດຍສະເພາະໃນຜູ້ຍິງທີ່ບໍລິໂພກໝາກໄມ້ຢ່າງໜ້ອຍ 4 ສ່ວນຕໍ່ວັນ (ປະມານ 300 ກຣາມຕໍ່ວັນ).
ງານວິໄຈນີ້ດຳເນີນການໂດຍ ພິມພິກາ ແກ້ວສີ (Pimpika Kaewsri) ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລເລສເຕີສະຫະລາຊະອານາຈັກ. ໂດຍນຳໃຊ້ຂໍ້ມູນຈາກ UK Biobank ຂອງຜູ້ເຂົ້າຮ່ວມປະມານ 200,000 ຄົນ ວິເຄາະພຶດຕິກຳການບໍລິໂພກອາຫານຮ່ວມກັບຄ່າຄວາມຈຸປອດ (FEV1) ແລະ ລະດັບຝຸ່ນລະອອງຂະໜາດນ້ອຍ (PM2.5) ເຊິ່ງເປັນມົນລະພິດທີ່ເກີດຈາກການປ່ອຍມົນລະພິດຈາກລົດຍົນ ແລະ ອຸດສາຫະກຳ.
ຜົນການວິໄຈພົບວ່າ: ສຳລັບຜູ້ຍິງທີ່ອາໄສຢູ່ໃນພື້ນທີ່ທີ່ມີ PM2.5 ເພີ່ມຂຶ້ນທຸກໆ 5 ໄມໂຄຣກຣາມຕໍ່ລູກບາດແມັດ:
1. ຜູ້ທີ່ກິນໝາກໄມ້ໜ້ອຍມີຄ່າ FEV1 ຫຼຸດລົງສະເລ່ຍ 78.1 ມລ.
2. ໃນຂະນະທີ່ ຜູ້ທີ່ກິນໝາກໄມ້ຫຼາຍມີການຫຼຸດລົງສະເລ່ຍພຽງແຕ່ 57.5 ມລ ເທົ່ານັ້ນ.
ນີ້ສະແດງໃຫ້ເຫັນເຖິງຄວາມເປັນໄປໄດ້ທີ່ໝາກໄມ້ອາດຊ່ວຍຫຼຸດຜ່ອນຜົນກະທົບທີ່ບໍ່ດີຂອງມົນລະພິດຕໍ່ປອດ. ເຊື່ອກັນວ່າ ສານຕ້ານອະນຸມູນອິດສະຫຼະ (antioxidants) ແລະ ສານຕ້ານການອັກເສບ (anti-inflammatory) ໃນໝາກໄມ້ມີບົດບາດສຳຄັນໃນເລື່ອງນີ້.
ທີ່ມາ: National Geographic Thailand