ອາຈານ ມັດ ຖິ່ນມະນາວ ສາວນັກກິລາ​ຈອມ​ພະລັງ ຕັ້ງເປົ້າໄວ້ 2 ຫຼຽນຄຳ ຊ່ວຍເຈົ້າພາບ ນວ

ອາຈານ ມັດ ຖິ່ນມະນາວ ສາວນັກກິລາ​ຈອມ​ພະລັງ​ ປະເພດລານຍິງ ຕົວແທນຈາກເຈົ້າພາບ ນະຄອນຫຼວງວຽງຈັນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 15-25 ພະຈິກ 2025 ນີ້.

ໄດ້ໃຫ້ສຳພາດ ວ່າ: ນ້ອງຮູ້ສຶກດີໃຈ ແລະ​ ເປັນກຽດຢ່າງສູງ​ ທີ່ໄດ້ສືບຕໍ່ຮັບໃຊ້ບ້ານເກີດເມືອງນອນ ກໍ່ຄື​ ແຂວງ​ເຈົ້າພາບ​ ນະຄອນຫຼວງວຽງຈັນ ອີກປີໜຶ່ງ​ ໃນການເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ​,​ ພາຍຫຼັງທີ່ໄດ້ເກັບຕົວຝຶກຊ້ອມມາໄດ້ 2 ເດືອນ​ ຢູ່ສະຖາບັນກິລາ-ກາຍະກຳ (ເຂດບ້ານສີເກີດ) ເຮັດໃຫ້ນ້ອງໄດ້​ພັກຟື້ນກຳລັງ, ເທັກນິກ ແລະ ທັກສະກັບຄືນມາໄດ້ຢ່າງມີປະສິດທິພາບ​ ແລະ ກ່ອນຈະຮອດມື້ແຂ່ງຂັນຕົວຈິງ​ ນ້ອງເຊື່ອວ່າ ນ້ອງຈະສາມາດທຳສະຖິຕິໄດ້ດີກວ່າຄັ້ງທີ່ຜ່ານມາແນ່ນອນ.​

ສາວມັດ ຖິ່ນມະນາວ ເກີດທີ່ບ້ານໂນນຊາຍ ເມືອງ​ປາກງື່ມ ນະຄອນຫຼວງວຽງຈັນ,​ ເກີດວັນທີ 20 ມີນາ​ 1995 ອາຍຸ​ 30 ປີ,​ ອາຊີບເປັນອາຈານສອນຢູ່ ສະຖາບັນກິລາ-ກາຍຍະກຳ.

​ຜ່ານມາ​ ເຄີຍໄດ້ເປັນຕົວແທນໃຫ້ນະຄອນຫຼວງວຽງຈັນ ໃນງານມະຫະກຳກິລາແຫ່ງຊາດ ມາແລ້ວ​ 3 ຄັ້ງ ຄື:

– ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 9 ທີ່ແຂວງ​ ຫຼວງພະບາງ ໃນປີ 2011 ຜົນງານຍາດໄດ້ 1 ຫຼຽນຄຳ ປະເພດຊັດຫຼາວ ແລະ 1 ຫຼຽນທອງ ແກວ່ງຄ້ອນ.

– ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງ​ ອຸດົມໄຊ ໃນປີ 2014 ຍາດໄດ້ 2 ຫຼຽນຄຳ ຈາກຊັດຫຼາວ ແລະ ຊຸກນໍ້າໜັກ.​

-​ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນປີ 2022 ກໍຍາດໄດ້ 2 ຫຼຽນຄຳ ຈາກຊັດຫຼາວ, ສະຖິຕິເຮັດໄດ້ 36 ແມັດ ແລະ ແກວ່ງຄ້ອນ ສະຖິຕິເຮັດໄດ້ 40,89 ແມັດ.

Cr: Mut Thinmanao

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles