ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ ເຊັ່ນ: ບຸນປີໃໝ່ລາວ, ບຸນກິນຈຽງຂອງຊົນເຜົ່າອາຄາ ເມືອງລອງ, ຊົນເຜົ່າມົ້ງຫຼວງນໍ້າທາ; ບຸນບັ້ງໄຟຂອງເຜົ່າລື້ເມືອງສິງ, ບຸນຊວ່ງເຮືອຂອງເມືອງນາແລ, ວຽງພູຄາ ແລະ ງານບຸນຕາມຮີດສິບສອງຂອງຊາວພຸດ ຊຶ່ງແຕ່ລະງານແມ່ນມີເອກະລັກສະເພາະ ແລະ ຮັກສາໄດ້ຮີດຄອງວັດທະນະທໍາຂອງຊົນເຜົ່າ ບວກໃສ່ການຂະຫຍາຍຕົວຂອງທີ່ພັກແຮມ, ຮ້ານອາຫານ, ຮ້ານກາເຟ ແລະ ອື່ນໆ ເຮັດໃຫ້ນັກທ່ອງທ່ຽວພາຍໃນ, ນັກທ່ອງທ່ຽວຊາຍແດນຈີນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈໍານວນຫຼາຍ. ແລະອີກໜຶ່ງກິດຈະກໍາທີ່ໄດ້ຮັບຄວາມສົນຈາກນັກທ່ອງທ່ຽວໃນປີນີ້ ແມ່ນເທສະການຍ່າງປ່າ-ລ່ອງເຮືອ ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເປັນເທດສະການປະຈໍາປີຂອງແຂວງ ຈັດຂຶ້ນໃນຕົ້ນເດືອນຕຸລາ 2025 ຜ່ານມາ ໂດຍມີຜູ້ເຂົ້າຮ່ວມຈາກຂັ້ນສູນກາງ, ທ້ອງຖິ່ນ, ນັກທ່ອງທ່ຽວ, ມວນຊົນຈາກພາຍໃນ ແລະ ຕ່າງປະເທດ ເກືອບ 200 ກວ່າຄົນ ເຂົ້າມາສໍາຜັດກັບທ່າແຮງທາງດ້ານການທ່ອງທ່ຽວແບບອະນຸລັກຜ່ານການຍ່າງປ່າ ແລະ ລ່ອງເຮືອ. ກິດຈະກໍາດັ່ງກ່າວ ບໍ່ພຽງເປັນການປະຊາສໍາພັນ ເສັ້ນທາງທ່ອງທ່ຽວພະຈົນໄພທີ່ມີເອກະລັກຂອງແຂວງຫຼວງນໍ້າທາເທົ່ານັ້ນ ແຕ່ຍັງຊ່ວຍສ້າງຄວາມຮັບຮູ້ ກ່ຽວກັບການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນຂອງພື້ນທີ່ດັ່ງກ່າວອີກດ້ວຍ.
ແຂວງຫຼວງນ້ຳທາ ມີເປົ້າໝາຍທີ່ຈະດຶງດູດນັກທ່ອງທ່ຽວເພີ່ມຂຶ້ນໃນທ້າຍປີ 2025 ແລະ ໃຫ້ບັນລຸຕາມລະດັບຄາດໝາຍ ຄື: 1,280,000 ເທື່ອຄົນ. ໂດຍການຊຸກຍູ້ໃຫ້ພາກເອກະຊົນປັບປຸງຄືນ ແລະ ເປີດຄືນໃໝ່ ບັນດາແຫຼ່ງທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃນປີ 2024 ເປັນຕົ້ນແມ່ນແຫຼ່ງທ່ອງທ່ຽວນໍ້າຕົກຕາດນໍ້າດີ ແມ່ນຈະເປີດໃຫ້ບໍລິການຄືນໃນເດືອນພະຈິກ 2025, ງານເທສະການບຸນນະມັດສະການພະທາດຈຽງຕຶງເມືອງສິງ ມໍມະດົກແຫ່ງຊາດປະຈໍາທ້ອງຖິ່ນ ຄົບຮອບ 1 ປີ ທີ່ຈະຈັດຂຶ້ນໃນວັນທີ 5 ພະຈິກ 2025 ນີ້. ນອກນັ້ນ, ແຂວງຍັງໄດ້ຊຸກຍູ້ໃຫ້ຜູ້ປະກອບການທຸລະກິດທ່ອງທ່ຽວ ປັບປຸງທີ່ພັກແຮມ, ຮ້ານກິນດື່ມ ເຊັ່ນ: ອາຄານສະຖານທີ່ ແລະ ການບໍລິການ ເພື່ອຮອງຮັບນັກທ່ອງທ່ຽວທີ່ອາດຈະເພິ່ມຂຶ້ນໃນທ້າຍປີ ພ້ອມດຽວກັນນັ້ນ ກໍໄດ້ຊຸກຍູ້ພາກສ່ວນກ່ຽວຂ້ອງ ກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ທີ່ຈະມາທ່ອງທ່ຽວໃນປ່າສະຫງວນແຫ່ງຊາດນໍ້າຫ້າໃນລະດູໜາວນີ້.
ທີ່ມາ: ໜສພ ປະຊາຊົນ