ເຈົ້າຊີວິດໄທ ພຣະຣາຊະທານ ຖວາຍກະຖິນ ໃຫ້ວັດສຸນັນທາຣາມ ແຂວງສະຫວັນນະເຂດກວ່າ 1 ລ້ານບາດ

ໃນວັນທີ 19 ຕຸລາ 2025 ທີ່ຜ່ານມາ.​ສະມາຄົມ ລາວ-ໄທ,​ ໄທ-ລາວ ເພື່ອມິດຕະພາບ ໄດ້ນຳກອງກະຖິນພຣະຣາຊະທານ ຂອງເຈົ້າຊີວິດແຫ່ງຣາຊະອານາຈັກໄທ ມາທອດຖວາຍຢູ່ວັດສຸນັນທາຣາມ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໃຫ້ກຽດຮັບກອງກະຖິນໂດຍ ພຣະອາຈານ ວົງສິນ ຣັດຕະນະພອນ, ເຈົ້າອະທິການວັດ ສຸນັນທາຣາມ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ, ປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ຫຼີ ບຸນຄໍ້າ, ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ, ທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດລາວ ປະຈໍາໄທ, ທ່ານ ກຽດຕິຄຸນ ຊາດປະເສີດ, ປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ ພ້ອມດ້ວຍພຣະສົງ ແລະ ພຸດທະສາສະນິກຊົນທັງລາວ ແລະ ໄທ ເຂົ້າຮ່ວມເປັນເຈົ້າສັດທາ.

ລວມຍອດສັດທາທີ່ໄດ້ຮັບຈາກກອງກະຖິນ ທີ່ສະມາຄົມລາວ-ໄທ,ໄທ-ລາວ ເພື່ອມິດຕະພາບ​ ນຳມາທອດຖວາຍຄັ້ງນີ້ມີທັງໝົດ 1,262,200 ບາດ ແລະ 261 ໂດລາ. ເງິນຈຳນວນນີ້ ເພື່ອສົມທົບທຶນກໍ່ສ້າງອາຣາມ, ກຸຕິ ແລະ ຫໍພຣະ ຢູ່ວັດສຸນັນທາຣາມ ທີ່ສ້າງບໍ່ທັນສຳເລັດ ແລະ ນຳໃຊ້ເຂົ້າໃນວຽກງານທີ່ຈຳເປັນອື່ນໆ.

ການທອດຖວາຍກະຖິນພະຣາຊະທານຄັ້ງນີ້ ແມ່ນກິດຈະກຳປະຈໍາປີ ຂອງສອງສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ ທີ່ເຄີຍປະຕິບັດຮ່ວມກັນເປັນປົກກະຕິ, ຊຶ່ງຄັ້ງນີ້ ເປັນຄັ້ງທີ່ 26 ເພື່ອສົ່ງເສີມ ແລະ ອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງປະຊາຊົນສອງຊາດລາວ-ໄທ, ເປັນການຊຸກຍູ້ໃຫ້ມີການໄປມາຫາສູ່ກັນ, ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດລາວ-ໄທ.

ທີ່ມາ: ວສລ

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles