Home Blog Page 72

ສະພາແຫ່ງຊາດແຕ່ງຕັ້ງ ຄະນະກຳມະການເລືອກຕັ້ງ ລະດັບຊາດ ເພື່ອເລືອກ ສສຊ – ສສຂ ຊຸດໃຫມ່

ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 28 ຕຸລາ 2025 ນີ້​ ກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຜົນສຳເລັດການດໍາເນີນກອງປະ ຊຸມຄັ້ງປະຖົມມະລຶກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໂດຍມີເນື້ອໃນບາງຕອນວ່າ: ຄະນະປະຈໍາສະພາແຫ່ງຊາດ ໄດ້ອອກມະຕິສະບັບເລກທີ 277/ຄປຈ, ລົງວັນທີ 7 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດ ສະບັບເລກທີ 172/ປປທ, ລົງວັນທີ 24 ຕຸລາ 2025 ວ່າດ້ວຍການປະກາດການແຕ່ງຕັ້ງ ຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຊຶ່ງຄະນະກຳມະການເລືອກຕັ້ງລະດັບຊາດ ມີທັງໝົດ 21 ທ່ານ, ຍິງ 6 ທ່ານ, ມີຄະນະປະຈໍາການ 10 ທ່ານ, ຍິງ 2 ທ່ານ.

ໃນນັ້ນ, ຄະນະກຳມະການເລືອກຕັ້ງລະດັບຊາດ ແມ່ນ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ເປັນປະທານ, ທັງເປັນຫົວໜ້າຄະນະປະຈຳການ;

ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເປັນຮອງປະທານ, ທັງເປັນຮອງຫົວໜ້າຄະນະປະຈຳການ;

ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນຮອງປະທານ, ທັງເປັນຮອງຫົວໜ້າຄະນະປະຈຳການ;

ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເປັນຮອງປະທານ, ທັງເປັນຮອງຫົວໜ້າຄະນະປະຈຳການ.

ພ້ອມນີ້, ຍັງມີ ກຳມະການ ຄະນະກຳມະການເລືອກຕັ້ງລະດັບຊາດ ທັງໝົດ 17 ທ່ານ ແລະ ກຳມະການ ຄະນະປະຈໍາການ ທັງໝົດ 6 ທ່ານ.

ຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຄະນະປະຈໍາການດັ່ງກ່າວ, ມີສິດ ແລະ ໜ້າທີ່ນໍາພາ-ຊີ້ນໍາການຈັດຕັ້ງດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ຖືກຕ້ອງຕາມລັດຖະທໍາມະນູນ ແຫ່ງ ສປປ ລາວ, ກົດໝາຍ ແລະ ລະບຽບການເລືອກຕັ້ງ, ຮັບປະກັນໃຫ້ການເລືອກຕັ້ງບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້.

ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ຊຶ່ງໄດ້ດໍາເນີນກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງຕົນ ເພື່ອພິຈາລະນາ ແລະ ຕົກລົງວຽກງານສໍາຄັນທີ່ຈໍາເປັນ ແລະ ຮີບດ່ວນຈໍານວນໜຶ່ງ ໃນການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເປັນເຫດການປະຫວັດສາດທີ່ສໍາຄັນຍິ່ງໃນຊີວິດການເມືອງຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ. ບັນຫາສໍາຄັນ ທີ່ມີລັກສະນະຕັດສິນຊີ້ຂາດ ຕໍ່ຜົນການເລືອກຕັ້ງເທື່ອນີ້, ພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ພາຍໃນຊົນເຜົ່າ, ຕັດສິນໃຈສູ້ຊົນຜ່ານຜ່າສິ່ງທ້າທາຍທົດສອບຕ່າງໆ, ຮ່ວມແຮງຮ່ວມໃຈກັນ, ເປັນເຈົ້າການ ແລະ ຮັບຜິດຊອບສູງ ທັງປະສານສົມທົບກັນຢ່າງກົມກຽວ ເຮັດໃຫ້ການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດໃໝ່ນີ້ ກາຍເປັນປາງບຸນໃຫຍ່ຂອງຊາດ, ຕິດແທດກັບສະພາບການຕົວຈິງຂອງປະເທດຊາດ ກໍຄື ແຕ່ລະທ້ອງຖິ່ນ ແລະ ມີຜົນສຳເລັດຕົວຈິງ, ເຮັດແນວໃດໃຫ້ສາມາດຮັບປະກັນການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າຢ່າງແຂງແຮງ, ເຕັມສ່ວນ, ກວ້າງຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນໃຫ້ໄດ້ຜູ້ສະໝັກຮັບເລືອກຕັ້ງທີ່ມີມາດຖານ ແລະ ເງື່ອນໄຂຢ່າງຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ມາປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຊາຊົນລາວບັນດາເຜົ່າ ປະຕິບັດສິດອໍານາດຂອງປະຊາຊົນ ຢູ່ໃນອົງການອໍານາດແຫ່ງລັດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນລາວບັນດາເຜົ່າ.

ທີ່ມາ: ຂປລ

ນາຍົກລາວພົບປະ ປະທານສະພາມົນຕີເອີຣົບ ເພື່ອປຶກສາຫາລື ເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ 2025, ທີ່ ກົວລາລໍາເປີ, ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອັນໂຕນິໂອ ຄອດສ໌ຕາ (António Costa), ປະທານສະພາມົນຕີເອີຣົບ ແຫ່ງ ສະຫະພາບເອີຣົບ (ອີຢູ) ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.

ໃນການພົບປະ, ຜູ້ນຳຂອງທັງສອງຝ່າຍ ລາວ ແລະ ສະຫະພາບເອີຣົບ ຕ່າງກໍ່ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນໃນຄັ້ງນີ້ ຊຶ່ງເປັນຂີດໝາຍອັນສຳຄັນປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີຢູ່. ພ້ອມນີ້, ສອງຝ່າຍ ກໍ່ໄດ້ສະແດງຄວາມຍິນດີ, ຕີລາຄາສູງ ແລະ ຊົມເຊີຍເປັນຢ່າງຍິ່ງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ໃນໄລຍະຜ່ານມາ, ຊຶ່ງ ຜູ້ນຳລາວ ແລະ ອີຢູ ໄດ້ແລກປ່ຽນການຢ້ຽມຢາມ ແລະ ພົບປະກັນປົກກະຕິ. ພິເສດ ໃນປີ 2025 ນີ້ ເປັນປີທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສປປ ລາວ ແລະ ອີຢູ ຄົບຮອບ 50 ປີ (21 ພະ ຈິກ 1975). ສອງຝ່າຍ ມີແຜນຈະຈັດງານສະເຫຼີມສະຫຼອງຮ່ວມກັນ ລວມທັງການກະກຽມກອງປະຊຸມຄະນະກຳມະທິການຮ່ວມ ລາວ-ອີຢູ ຄັ້ງທີ 12 ທີ່ ບຣຸກແຊນ ຊຶ່ງຄັ້ງນີ້ຝ່າຍອີຢູ ຈະເປັນເຈົ້າພາບໃນປີ 2026 ເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານຮ່ວມມືສອງຝ່າຍໃນຂົງການຕ່າງໆ ໃນໄລຍະຜ່ານມາ ແລະ ການວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ພ້ອມນີ້, ຜູ້ນຳຂອງທັງສອງຝ່າຍ ລາວ ແລະ ສະຫະພາບເອີຣົບ ໄດ້ຢືນຢັນ ແລະ ສະແດງຄວາມມຸ້ງໝັ້ນນຳກັນວ່າ ຈະສືບຕໍ່ຮັກສາການພົວພັນແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ. ພ້ອມກັນນີ້, ສອງຝ່າຍ ໄດ້ລົງເລິກປຶກສາຫາລືການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອີຢູ ທີ່ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ, ແລະ ປຶກສາຫາລືຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ຄື: ການປ່ຽນແປງສະພາບດິນຟ້າອາກາດ, ພະລັງງານສະອາດ ແລະ ເສດຖະກິດສີຟ້າ, ການສຶກສາ, ການລົງທຶນ ແລະ ວຽກງານສາທາລະນະສຸກ ແລະ ເຫັນດີສືບຕໍ່ຮັດແໜ້ນການພົວພັນຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນຂອບຫລາຍຝ່າຍ ເປັນຕົ້ນໃນຂອບອາຊຽນ, ຊຶ່ງໃນປີ 2027 ນີ້ກໍຈະເປັນປີ ຄົບຮອບ 50 ປີ ແຫ່ງການພົວພັນ ອາຊຽນ-ອີຢູ. ນອກນີ້, ຍັງໄດ້ປຶກສາຫາລື ການສະໜັບສະໜູນ ສປປ ລາວ ໃນການເປັນປະທານກອງປະຊຸມທົບທວນຄືນ ຄັ້ງທີ 3 ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຊື່ງຈະຈັດຂື້້ນໃນເດືອນກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ ແລະ ການສະໜັບສະໜຸນ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.

ກະຊວງການຕ່າງປະເທດ

ງົວສ້າງສາຍສຳພັນໝູ່ສະໜິດ ມັນຈະເກີດຄວາມຄຽດ ຖເາຖືກແຍກອອກຈາກກັນ

ການຄົ້ນຄວ້າຈາກມະຫາວິທະຍາໄລ Northampton ໂດຍ ນັກພຶດຕິກຳສັດ Krista McLennan ເປີດເຜີຍວ່າ: ງົວສະແດງໃຫ້ເຫັນລະດັບຄວາມຄຽດ ແລະ ອັດຕາການເຕັ້ນຂອງຫົວໃຈທີ່ຕໍ່າລົງ ເມື່ອຢູ່ກັບຄູ່ທີ່ມັກເມື່ອທຽບກັບການຢູ່ໂຕດຽວ ຫຼື ຢູ່ກັບງົວທີ່ບໍ່ຄຸ້ນເຄີຍ. ເມື່ອຖືກແຍກອອກຈາກຄູ່ທີ່ໃກ້ຊິດທີ່ສຸດ ງົວຈະສະແດງອາການຂອງຄວາມຄຽດທາງດ້ານຈິດໃຈເຊັ່ນ: ອັດຕາການເຕັ້ນຂອງຫົວໃຈເພີ່ມຂຶ້ນ ແລະ ຄວາມກະວົນກະວາຍທາງພຶດຕິກຳ ເຊິ່ງສາມາດຢູ່ໄດ້ເປັນໄລຍະເວລາດົນນານ.

ເຖິງແມ່ນວ່າການອ້າງເຖິງ “ສາມອາທິດ” ຂອງຄວາມວິຕົກກັງວົນ ອາດຈະບໍ່ໄດ້ຖືກກ່າວເຖິງຢ່າງສະໝໍ່າສະເໝີໃນທຸກການສຶກສາ ແຕ່ຄວາມທຸກໃຈທາງດ້ານອາລົມ ທີ່ເກີດຈາກການຖືກແຍກອອກແມ່ນໄດ້ຖືກບັນທຶກໄວ້ຢ່າງດີ.

ພຶດຕິກຳນີ້ແມ່ນສ່ວນໜຶ່ງຂອງຄວາມເຂົ້າໃຈທີ່ກວ້າງຂວາງກວ່າກ່ຽວກັບອາລົມ ແລະ ສະຫວັດດີພາບຂອງສັດລ້ຽງ. ຄວາມສາມາດໃນການສ້າງມິດຕະພາບບໍ່ພຽງແຕ່ສົ່ງຜົນກະທົບຕໍ່ສະຫວັດດີພາບທາງຈິດໃຈເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບຕໍ່ພຶດຕິກຳການກິນອາຫານ ແລະ ການຜະລິດນົມນຳອີກ.

ຜົນການຄົ້ນພົບເຫຼົ່ານີ້ມີຜົນສະທ້ອນຕໍ່ວິທີການລ້ຽງສັດ ໂດຍຊີ້ໃຫ້ເຫັນວ່າການຮັກສາກຸ່ມສັງຄົມໃຫ້ມີສະຖຽນລະພາບ ສາມາດປັບປຸງໄດ້ທັງສະຫວັດດີພາບຂອງສັດ ແລະ ຜະລິດຕະພາບ. ແນວຄິດທີ່ວ່າງົວມີ “ໝູ່ສະໜິດ” ອາດຈະເບິ່ງຄືວ່າມີການປຽບທຽບລັກສະນະຂອງມະນຸດໃສ່ສັດ ແຕ່ການຕອບສະໜອງທາງດ້ານອາລົມ ແລະ ຮ່າງກາຍແມ່ນໃຫ້ຫຼັກຖານທີ່ໜັກແໜ້ນວ່າສາຍສຳພັນທາງສັງຄົມເຫຼົ່ານີ້ມີຄວາມໝາຍຢ່າງເລິກເຊິ່ງສຳລັບງົວ.

ທີ່ມາ: Sciencepulse

ກົງສຸນໃຫຍ່ຫວຽດນາມ ປະຈຳ 8 ແຂວງພາກເໜືອຂອງລາວ ຍື່ນໜັງສືແຕ່ງຕັ້ງຕໍ່ ສປປລາວ

ໃນວັນທີ 23 ຕຸລາ 2025 ນີ້, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ຫວູ ຫງອກ ຫລີ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນຫລວງພະບາງ ຄົນໃໝ່.

ໂອກາດນີ້, ສະຫາຍ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ສະຫາຍ ຫວູ ຫງອກ ຫລີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 8 ແຂວງພາກເໜືອຂອງລາວ ຄົນໃໝ່ ທີ່ມີສໍານັກງານຕັ້ງຢູ່ແຂວງຫລວງພະບາງ ຊຶ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງ ພັກ-ລັດ ກໍຄື ຄະນະນໍາກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງ ສະຫາຍ ກົງສຸນໃຫຍ່ ຈະສາມາດປະກອບສ່ວນເຂົ້າໃນການພັດທະນາ 8 ແຂວງພາກເໜືອຂອງລາວ ກໍຄື ຊຸກຍູ້ການພົວພັນຮ່ວມມື ລະຫວ່າງແຂວງເຫລົ່ານັ້ນ ກັບບັນດາແຂວງຂອງ ສສ ຫວຽດນາມ ລວມທັງສືບຕໍ່ປຸກລະດົມ, ເຕົ້າໂຮມຄວາມສາມັກຄີ ຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ທຳມາຫາກິນ ຢູ່ 8 ແຂວງພາກເໜືອຂອງລາວ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ກໍຄື ຮັດແໜ້ນສາຍພົວພັນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສະຫາຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ທັງໃນສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນປັດຈຸບັນ.

ໃນໂອກາດດຽວກັນ, ສະຫາຍ ກົງສຸນໃຫຍ່ ຫວູ ຫງອກ ຫລີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາຊົມເຊີຍອັນປະເສີດ, ພ້ອມທັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ກັບ ກະຊວງການຕ່າງປະເທດ ແລະ ບັນດາຂະແໜງການທ້ອງຖິ່ນຂອງ ສປປ ລາວ ເພື່ອຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ 8 ແຂວງພາກເໜືອຂອງລາວ ກັບ ບັນດາແຂວງ ຂອງ ສສ ຫວຽດນາມ ໃຫ້ນັບມື້ນັບ ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.

ທີ່ມາ: ຂປລ

ສາວ ອິດສະລິຍະ IQ 199 ຮຽນຈົບ ມ.ປາຍຕອນອາຍຸ 11ປີ ຈົບປະລິນຍາຕີ ຕອນ14ປີ ຈົບປະລິນຍາໂທ ຕອນ16ປີ ແລະ ສືບຕໍ່ ປະລິນຍາເອກ

ຍິງສາວ Thessalonika Arzu-Embry ເປັນຕົວຢ່າງທີ່ໂດດເດັ່ນຂອງພອນສະຫວັນທາງດ້ານສະຕິປັນຍາທີ່ສູງສຸດ.ລະດັບ IQ199 ຂອງລາວບໍ່ພຽງແຕ່ເປັນຕົວເລກທີ່ສູງຜິດປົກກະຕິເທົ່ານັ້ນ ແຕ່ຍັງຊີ້ໃຫ້ເຫັນເຖິງຄວາມສາມາດໃນການປະມວນຜົນຂໍ້ມູນ ການຮຽນຮູ້ ແລະ ການແກ້ໄຂບັນຫາທີ່ໄວເກີນກວ່າຄົນທົ່ວໄປຢ່າງຫຼວງຫຼາຍ.

ລະດັບ IQ ທີ່ສູງກວ່າ 140 ແມ່ນຖືວ່າເປັນພອນສະຫວັນແລ້ວ (ມີພຽງແຕ່ປະມານ 1% ຂອງປະຊາກອນ) ແຕ່ລະດັບ 199 ຖືກຈັດວ່າເປັນ ອັດສະລິຍະ (Genius) ໃນກຸ່ມທີ່ຫາຍາກທີ່ສຸດ. ນັກຄົ້ນຄວ້າຊີ້ວ່າຄວາມສາມາດທາງສະໝອງໃນລະດັບນີ້ແມ່ນມີພຽງແຕ່ໜຶ່ງໃນພັນລ້ານຄົນເທົ່ານັ້ນ.

ຄວາມສາມາດທາງສະໝອງດັ່ງກ່າວເຮັດໃຫ້ນາງສາມາດຮຽນຮູ້ເນື້ອໃນຕ່າງໆໄດ້ໄວກວ່າເພື່ອນຮ່ວມໄວຢ່າງໃຫຍ່ຫຼວງເຊິ່ງເປັນເຫດຜົນທີ່ລາວສາມາດຮຽນຈົບຫຼັກສູດຕ່າງໆໄດ້ໃນເວລາອັນສັ້ນ. 11 ປີຈົບມັດທະຍົມປາຍ, 14 ປີ ຈົບປະລິນຍາຕີ (ສາຂາຈິດຕະວິທະຍາ),16 ປີ ຈົບປະລິນຍາໂທ MBA (ບໍລິຫານທຸລະກິດ). ບໍ່ພຽງແຕ່ຮຽນຈົບເທົ່ານັ້ນ, ແຕ່ລາວຍັງໄດ້ຂຽນປຶ້ມຫຼາຍຫົວ ແລະ ມີລາຍງານວ່າລາວໄດ້ສືບຕໍ່ຮຽນຈົບປະລິນຍາເອກ (Ph.D.) ໃນເວລາຕໍ່ມາອີກດ້ວຍ.

ສະຫຼຸບແລ້ວ ຊີວິດຂອງນາງ Thessalonika Arzu-Embry ບໍ່ພຽງແຕ່ເປັນເລື່ອງເລົ່າຂອງເດັກທີ່ເກັ່ງເທົ່ານັ້ນ ແຕ່ຍັງເປັນການຍົກສູງມາດຕະຖານ ແລະ ທ້າທາຍລະບົບການສຶກສາທົ່ວໂລກໃນການປັບປ່ຽນຫຼັກສູດໃຫ້ເໝາະສົມກັບຄວາມສາມາດພິເສດຂອງເດັກນ້ອຍທີ່ມີພອນສະຫວັນສູງສຸດ.

ທີ່ມາ: Factpoint

ລາວສົ່ງອອກ ສິນຄ້າກະສິກຳ ຫຼາຍກວ່າ 3800 ໂຕນ ໃນເດືອນກັນຍາ

ພະແນກສະຖິຕິກະສິກຳ ແລະ ສິ່ງແວດລ້ອມ, ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ລາຍງານກ່ຽວກັບການສົ່ງອອກລາຍການສິນຄ້າກະສິກໍາ ແລະ ປັດໄຈການຜະລິດ ຢູ່ດ່ານສາກົນທ່າບົກ-ທ່ານາແລ້ງ ແຕ່ວັນທີ 01-30 ກັນຍາ 2025 ຊື່ງມີບັນດາລາຍການທີ່ສໍາຄັນຄື: ຈຳນວນຜົນຜະລິດພືດ, ປັດໃຈການຜະລິດ ແລະ ປະເພດເຄື່ອງປ່າຂອງດົງ ທີ່ສົ່ງອອກທັງໝົດ ຈໍານວນ 3,810 ໂຕນ ແລະ ລວມ ເປັນມູນຄ່າທັງໝົດ ຈໍານວນ 1,810,931 ໂດລາສະຫະລັດ, ເຊິ່ງໃນນັ້ນມີລາຍການສິນຄ້າກະສິກໍາທີ່ສົ່ງອອກເປັນສ່ວນຫຼາຍ ແມ່ນ ແປ້ງມັນຕົ້ນ, ຢາງພາລາ, ໝາກກ້ວຍ, ຝຸ່ນປຸຍ, ໄມ້ເຟີນິເຈີ, ຍານຂາວ ແລະ ເຫັດຫລີ່ນຈື່ແຫ້ງ. ແຕ່ລະບັນດາລາຍການທີ່ການສົ່ງອອກມີລາຍລະອຽດດັ່ງລຸ່ມນີ້:

– ແປ້ງມັນຕົ້ນ ສົ່ງອອກຈຳນວນ 2,061 ໂຕນ ເປັນມູນຄ່າ 916,997 ໂດລາ ສະຫະລັດ;

– ຢາງພາລາ ສົ່ງອອກຈຳນວນ 1,356 ໂຕນ ເປັນມູນຄ່າ 2,343,873 ໂດລາສະຫະລັດ;

– ໝາກກ້ວຍ ຈໍານວນ 1,747 ໂຕນ ເປັນມູນຄ່າ 891,261 ໂດລາສະຫະລັດ;

– ຝຸ່ນປຸຍ ແມ່ນປະເພດປຸຍ 0-0-60 (K2O60%) ຈໍານວນ 660 ໂຕນ ເປັນມູນຄ່າ 215,160 ໂດລາສະຫະລັດ ສົ່ງອອກໄປ ປະເທດ ສປ ຈີນ;

– ໄມ້ເຟີນິເຈີ ສົ່ງອອກຈຳນວນ 50 ໂຕນ ເປັນມູນຄ່າ 8,659 ໂດລາສະຫະລັດ;

– ຍານຂາວ ສົ່ງອອກຈໍານວນ 10 ໂຕນ ເປັນມູນຄ່າ 110,000 ໂດລາສະຫະລັດ ສົ່ງ ອອກໄປປະເທດແອັດສະປາຍ;

– ເຫັດຫລີ່ນຈື່ແຫ້ງ ສົ່ງອອກຈໍານວນ 2 ໂຕນ ເປັນມູນຄ່າ 2,673 ໂດລາສະຫະລັດ ສົ່ງອອກໄປປະເທດ ສ.ເກົາຫຼີ.

ທີ່ມາ: ຂ່າວສານກະສິກຳ​ ແລະ​ ສິ່ງແວດລ້ອມ

ຖ້າເປັນທ່ານເດ ຍັງຢາກສືບຕໍ່ຄວ້າໃບປະລິນຍາໂທອີກບໍ່ ?

ໃນໄວເກືອບ 90 ປີ ແມ່ຕູ້ Maryette McFarland ຈາກເມືອງ Londonderry ອຽກລັງເໜືອ ໄດ້ສຳເລັດຄວາມຝັນຕະຫຼອດຊີວິດຂອງລາວຄື: ໄດ້ຮັບໃບປະລິນຍາໂທສາຂາວັນນະຄະດີອັງກິດ ຫຼັງຈາກທີ່ລາວໄດ້ລົງທະບຽນຮຽນຢູ່ມະຫາວິທະຍາໄລເປັນຄັ້ງທຳອິດເມື່ອເຈັດທົດສະວັດກ່ອນ.

ແມ່ຕູ້ Maryette ໄດ້ປະລະການຮຽນຂອງລາວໃນຊຸມປີ 1960 ເພື່ອສຸ່ມໃສ່ການແຕ່ງງານ ແລະ ສ້າງຄອບຄົວ ແຕ່ລາວບໍ່ເຄີຍປ່ອຍຄວາມຮັກໃນການຮຽນຮູ້ໄປເລີຍ. ດ້ວຍການໃຫ້ກຳລັງໃຈຈາກລູກ, ຫຼານ ແລະ ເຫຼນຂອງລາວ ລາວໄດ້ຮຽນຫ້ອງຮຽນອອນລາຍ ຂຽນບົດຄວາມ ແລະ ຮຽນຮູ້ເຕັກໂນໂລຊີໃໝ່ໆ ເຊິ່ງໄດ້ພິສູດວ່າຄວາມຕັ້ງໃຈບໍ່ມີວັນເຖົ້າແກ່.

ການເດີນທາງຂອງລາວເປັນສິ່ງເຕືອນໃຈທີ່ອົບອຸ່ນວ່າ ມັນບໍ່ເຄີຍສາຍເກີນໄປທີ່ຈະໄລ່ຕາມຄວາມຝັນຂອງຕົວເອງ. ການສຶກສາບໍ່ມີຂີດຈຳກັດດ້ານອາຍຸ ມີພຽງແຕ່ຄວາມກ້າຫານທີ່ຈະເລີ່ມຕົ້ນໃໝ່ເທົ່ານັ້ນທີ່ເຮັດໃຫ້ຄວາມຝັນປະສົບຜົນສໍາເລັດໄດ້. ແມ່ຕູ້ຍັງກ່າວໄວ້ວ່າ: “ ຖ້າຂ້ອຍເຮັດໄດ້ ໃຜໆກໍເຮັດໄດ້ ມັນບໍ່ສາຍເກີນໄປເລີຍ”

ທີ່ມາ: bbc

ໂຄງປະກອບກົງຈັກຕາແສງ ກໍານົດບໍ່ໃຫ້ເກີນ 5 ຫນ່ວຍງານ ບຸກຄະລາກອນລວມທັງໝົດບໍ່ເກີນ 13 ທ່ານຕໍ່ໜຶ່ງຕາແສງ

ຕາແສງ ແມ່ນເຂດການປົກຄອງທ້ອງຖິ່ນຂັ້ນລຸ່ມສຸດ ທີ່ຂຶ້ນກັບເມືອງ, ນະຄອນ ປະກອບດ້ວຍຫຼາຍບ້ານ ຊຶ່ງມີເຂດແດນຕິດຈອດກັນ. ການສ້າງຕັ້ງຕາແສງ ແມ່ນເພື່ອຮັບປະກັນໃຫ້ປະຊາຊົນ ໄດ້ເຂົ້າເຖິງການບໍລິການຂອງລັດ ຢ່າງທົ່ວເຖິງ, ສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ.

ຄະນະຈັດຕັ້ງສູນກາງພັກ ໄດ້ອອກຄໍາແນະນໍາ ກ່ຽວກັບການສ້າງຕັ້ງຕາແສງ ສະບັບເລກທີ 431/ຄຈສພ ລົງວັນທີ 17 ຕຸລາ 2025 ວ່າ:ໂຄງປະກອບກົງຈັກ ກໍານົດບໍ່ໃຫ້ເກີນ 5 ຫນ່ວຍງານ ຄື:

1) ວຽກງານບໍລິຫານປົກຄອງ,

2) ວຽກງານພັກອົງການຈັດຕັ້ງມະຫາຊົນ,

3) ວຽກງານເສດຖະກິດການເງິນ,

4) ວຽກງານວັດທະນະທໍາສັງຄົມ,

5) ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ.

ໂຄງປະກອບບຸກຄະລາກອນ ບຸກຄະລາກອນຕາແສງ ປະກອບມີ ດັ່ງນີ້:

1) ປະທານ ຄະນະກໍາມະການປົກຄອງຕາແສງ 1 ທ່ານ ມີຕໍາແຫນ່ງບໍລິຫານປະເພດ 4 ເທົ່າກັບຫົວຫນ້າ ຫ້ອງການຂັ້ນເມືອງ, ທັງເປັນເລຂາຄະນະພັກຕາແສງ;

2) ຮອງປະທານ ຄະນະກໍາມະການປົກຄອງຕາແສງ ບໍ່ເກີນ 2 ທ່ານ, ມີຕໍາແຫນ່ງບໍລິຫານປະເພດ 5, ທັງເປັນ ຮອງເລຂາຄະນະພັກ ຫຼື ກໍາມະການປະຈໍາຄະນະພັກຕາແສງ;

3) ກໍາມະການ ທີ່ເປັນຫົວຫນ້າຫນ່ວຍງານ, ຫນ່ວຍງານລະ 1 ທ່ານ, ມີຕໍາແຫນ່ງບໍລິຫານປະເພດ 6, ທັງເປັນ ກໍາມະການຄະນະພັກຕາແສງ;

4) ພະນັກງານຊ່ວຍວຽກ 3 ຫາ 5 ທ່ານ.

ສະນັ້ນ, ບຸກຄະລາກອນທີ່ປະກອບຢູ່ຕາແສງ ລວມທັງໝົດບໍ່ເກີນ 13 ທ່ານຕໍ່ຕາແສງ ໃນນັ້ນໃຫ້ມີ ພະນັກງານ-ລັດຖະກອນ ທີ່ເປັນປະທານ, ຮອງປະທານ ແລະ ຄະນະກໍາມະການ ບໍ່ເກີນ 8 ທ່ານ ແລະ ພະນັກງານ ຊ່ວຍວຽກ ທີ່ບໍ່ແມ່ນລັດຖະກອນ ບໍ່ເກີນ 5 ທ່ານ.

ກໍລະນີບໍ່ຄົບຕາມຈໍານວນທີ່ກ່າວມາຂ້າງເທິງນັ້ນ ກໍສາມາດສ້າງຕັ້ງຕາແສງໄດ້ ແຕ່ຕ້ອງມີພະນັກງານ-ລັດຖະກອນ ທີ່ເປັນປະທານ, ຮອງປະທານ ແລະ ກໍາມະການ ຢ່າງຫນ້ອຍ 6 ທ່ານ ແລະ ພະນັກງານຊ່ວຍວຽກ ບໍ່ໃຫ້ຫຼຸດ 3 ທ່ານ.

ພົບຍຸງ ຢູ່ປະເທດອິດສະລັງເປັນຄັ້ງທຳອິດໃນປະຫວັດສາດ ເນື່ອງຈາກອຸນຫະພູມທີ່ສູງຂຶ້ນ

ເປັນຄັ້ງທໍາອິດໃນປະຫວັດສາດ ໄດ້ມີການຄົ້ນພົບຍຸງຢູ່ໃນປະເທດອິດສະລັງ. ນັກວິທະຍາສາດໄດ້ຢືນຢັນການຄົ້ນພົບຍຸງທີ່ທົນທານຕໍ່ຄວາມໜາວ ສາມໂຕ ຢູ່ໃກ້ກັບເມືອງ Reykjavik ເຊິ່ງເປັນການສິ້ນສຸດສະຖານະຂອງປະເທດນີ້ທີ່ເຄີຍເປັນໜຶ່ງໃນສະຖານທີ່ຈຳນວນໜ້ອຍໃນໂລກທີ່ບໍ່ມີຍຸງ.

ຍຸງທີ່ຖືກລະບຸຊະນິດນີ້ແມ່ນ Culiseta annulata ເປັນທີ່ຮູ້ຈັກກັນດີວ່າສາມາດຢູ່ລອດໄດ້ໃນສະພາບອາກາດໜາວຂອງທະວີບເອີຣົບ ຊີ້ໃຫ້ເຫັນເຖິງການປ່ຽນແປງທີ່ສຳຄັນຂອງສະພາບແວດລ້ອມ.

ຜູ້ຊ່ຽວຊານເຊື່ອມໂຍງການປາກົດຕົວຂອງຍຸງໃນອິດສະລັງຄັ້ງນີ້ກັບ ການປ່ຽນແປງຂອງດິນຟ້າອາກາດທີ່ຮ້ອນຂຶ້ນຢ່າງວ່ອງໄວ ເຊິ່ງກຳລັງສ້າງຖິ່ນທີ່ຢູ່ອາໄສໃໝ່ໃຫ້ແກ່ແມງໄມ້ທີ່ເຄີຍບໍ່ສາມາດຢູ່ລອດໄດ້ໃນປະເທດນີ້ມາກ່ອນ. ນັກຄົ້ນຄວ້າເຕືອນວ່າເຫດການນີ້ອາດເປັນສັນຍານບົ່ງບອກເຖິງການປ່ຽນແປງທາງນິເວດວິທະຍາໃນອະນາຄົດໃນພາກພື້ນທາງເໜືອຍ້ອນວ່າອຸນຫະພູມຍັງສືບຕໍ່ເພີ່ມຂຶ້ນ.

ທີ່ມາ: BBC

ງານວິໄຈໃໝ່ໄດ້ເຜີຍ ກິນໝາກໄມ້ມື້ລະ 300 ກຣາມ ຊ່ວຍຫຼຸດຜ່ອນມົນລະພິດທາງອາກາດຕໍ່ປອດ

ງານວິໄຈໃໝ່ທີ່ໄດ້ນຳສະເໜີໃນກອງປະຊຸມ European Respiratory Society Congress ທີ່ປະເທດໂຮນລັງໄດ້ເປີດເຜີຍວ່າ: ການຮັບປະທານໝາກໄມ້ອາດຊ່ວຍຫຼຸດຜ່ອນຜົນກະທົບຂອງມົນລະພິດທາງອາກາດຕໍ່ປອດໄດ້ ໂດຍສະເພາະໃນຜູ້ຍິງທີ່ບໍລິໂພກໝາກໄມ້ຢ່າງໜ້ອຍ 4 ສ່ວນຕໍ່ວັນ (ປະມານ 300 ກຣາມຕໍ່ວັນ).

ງານວິໄຈນີ້ດຳເນີນການໂດຍ ພິມພິກາ ແກ້ວສີ (Pimpika Kaewsri) ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລເລສເຕີສະຫະລາຊະອານາຈັກ. ໂດຍນຳໃຊ້ຂໍ້ມູນຈາກ UK Biobank ຂອງຜູ້ເຂົ້າຮ່ວມປະມານ 200,000 ຄົນ ວິເຄາະພຶດຕິກຳການບໍລິໂພກອາຫານຮ່ວມກັບຄ່າຄວາມຈຸປອດ (FEV1) ແລະ ລະດັບຝຸ່ນລະອອງຂະໜາດນ້ອຍ (PM2.5) ເຊິ່ງເປັນມົນລະພິດທີ່ເກີດຈາກການປ່ອຍມົນລະພິດຈາກລົດຍົນ ແລະ ອຸດສາຫະກຳ.

ຜົນການວິໄຈພົບວ່າ: ສຳລັບຜູ້ຍິງທີ່ອາໄສຢູ່ໃນພື້ນທີ່ທີ່ມີ PM2.5 ເພີ່ມຂຶ້ນທຸກໆ 5 ໄມໂຄຣກຣາມຕໍ່ລູກບາດແມັດ:

1. ຜູ້ທີ່ກິນໝາກໄມ້ໜ້ອຍມີຄ່າ FEV1 ຫຼຸດລົງສະເລ່ຍ 78.1 ມລ.

2. ໃນຂະນະທີ່ ຜູ້ທີ່ກິນໝາກໄມ້ຫຼາຍມີການຫຼຸດລົງສະເລ່ຍພຽງແຕ່ 57.5 ມລ ເທົ່ານັ້ນ.

ນີ້ສະແດງໃຫ້ເຫັນເຖິງຄວາມເປັນໄປໄດ້ທີ່ໝາກໄມ້ອາດຊ່ວຍຫຼຸດຜ່ອນຜົນກະທົບທີ່ບໍ່ດີຂອງມົນລະພິດຕໍ່ປອດ. ເຊື່ອກັນວ່າ ສານຕ້ານອະນຸມູນອິດສະຫຼະ (antioxidants) ແລະ ສານຕ້ານການອັກເສບ (anti-inflammatory) ໃນໝາກໄມ້ມີບົດບາດສຳຄັນໃນເລື່ອງນີ້.

ທີ່ມາ: National Geographic Thailand