ຕາແສງ ແມ່ນເຂດການປົກຄອງທ້ອງຖິ່ນຂັ້ນລຸ່ມສຸດ ທີ່ຂຶ້ນກັບເມືອງ, ນະຄອນ ປະກອບດ້ວຍຫຼາຍບ້ານ ຊຶ່ງມີເຂດແດນຕິດຈອດກັນ. ການສ້າງຕັ້ງຕາແສງ ແມ່ນເພື່ອຮັບປະກັນໃຫ້ປະຊາຊົນ ໄດ້ເຂົ້າເຖິງການບໍລິການຂອງລັດ ຢ່າງທົ່ວເຖິງ, ສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ.
ຄະນະຈັດຕັ້ງສູນກາງພັກ ໄດ້ອອກຄໍາແນະນໍາ ກ່ຽວກັບການສ້າງຕັ້ງຕາແສງ ສະບັບເລກທີ 431/ຄຈສພ ລົງວັນທີ 17 ຕຸລາ 2025 ວ່າ:ໂຄງປະກອບກົງຈັກ ກໍານົດບໍ່ໃຫ້ເກີນ 5 ຫນ່ວຍງານ ຄື:
1) ວຽກງານບໍລິຫານປົກຄອງ,
2) ວຽກງານພັກອົງການຈັດຕັ້ງມະຫາຊົນ,
3) ວຽກງານເສດຖະກິດການເງິນ,
4) ວຽກງານວັດທະນະທໍາສັງຄົມ,
5) ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ.
ໂຄງປະກອບບຸກຄະລາກອນ ບຸກຄະລາກອນຕາແສງ ປະກອບມີ ດັ່ງນີ້:
1) ປະທານ ຄະນະກໍາມະການປົກຄອງຕາແສງ 1 ທ່ານ ມີຕໍາແຫນ່ງບໍລິຫານປະເພດ 4 ເທົ່າກັບຫົວຫນ້າ ຫ້ອງການຂັ້ນເມືອງ, ທັງເປັນເລຂາຄະນະພັກຕາແສງ;
2) ຮອງປະທານ ຄະນະກໍາມະການປົກຄອງຕາແສງ ບໍ່ເກີນ 2 ທ່ານ, ມີຕໍາແຫນ່ງບໍລິຫານປະເພດ 5, ທັງເປັນ ຮອງເລຂາຄະນະພັກ ຫຼື ກໍາມະການປະຈໍາຄະນະພັກຕາແສງ;
3) ກໍາມະການ ທີ່ເປັນຫົວຫນ້າຫນ່ວຍງານ, ຫນ່ວຍງານລະ 1 ທ່ານ, ມີຕໍາແຫນ່ງບໍລິຫານປະເພດ 6, ທັງເປັນ ກໍາມະການຄະນະພັກຕາແສງ;
4) ພະນັກງານຊ່ວຍວຽກ 3 ຫາ 5 ທ່ານ.
ສະນັ້ນ, ບຸກຄະລາກອນທີ່ປະກອບຢູ່ຕາແສງ ລວມທັງໝົດບໍ່ເກີນ 13 ທ່ານຕໍ່ຕາແສງ ໃນນັ້ນໃຫ້ມີ ພະນັກງານ-ລັດຖະກອນ ທີ່ເປັນປະທານ, ຮອງປະທານ ແລະ ຄະນະກໍາມະການ ບໍ່ເກີນ 8 ທ່ານ ແລະ ພະນັກງານ ຊ່ວຍວຽກ ທີ່ບໍ່ແມ່ນລັດຖະກອນ ບໍ່ເກີນ 5 ທ່ານ.
ກໍລະນີບໍ່ຄົບຕາມຈໍານວນທີ່ກ່າວມາຂ້າງເທິງນັ້ນ ກໍສາມາດສ້າງຕັ້ງຕາແສງໄດ້ ແຕ່ຕ້ອງມີພະນັກງານ-ລັດຖະກອນ ທີ່ເປັນປະທານ, ຮອງປະທານ ແລະ ກໍາມະການ ຢ່າງຫນ້ອຍ 6 ທ່ານ ແລະ ພະນັກງານຊ່ວຍວຽກ ບໍ່ໃຫ້ຫຼຸດ 3 ທ່ານ.

