ກົງສຸນໃຫຍ່ຫວຽດນາມ ປະຈຳ 8 ແຂວງພາກເໜືອຂອງລາວ ຍື່ນໜັງສືແຕ່ງຕັ້ງຕໍ່ ສປປລາວ

ໃນວັນທີ 23 ຕຸລາ 2025 ນີ້, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ຫວູ ຫງອກ ຫລີ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນຫລວງພະບາງ ຄົນໃໝ່.

ໂອກາດນີ້, ສະຫາຍ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ສະຫາຍ ຫວູ ຫງອກ ຫລີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 8 ແຂວງພາກເໜືອຂອງລາວ ຄົນໃໝ່ ທີ່ມີສໍານັກງານຕັ້ງຢູ່ແຂວງຫລວງພະບາງ ຊຶ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງ ພັກ-ລັດ ກໍຄື ຄະນະນໍາກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງ ສະຫາຍ ກົງສຸນໃຫຍ່ ຈະສາມາດປະກອບສ່ວນເຂົ້າໃນການພັດທະນາ 8 ແຂວງພາກເໜືອຂອງລາວ ກໍຄື ຊຸກຍູ້ການພົວພັນຮ່ວມມື ລະຫວ່າງແຂວງເຫລົ່ານັ້ນ ກັບບັນດາແຂວງຂອງ ສສ ຫວຽດນາມ ລວມທັງສືບຕໍ່ປຸກລະດົມ, ເຕົ້າໂຮມຄວາມສາມັກຄີ ຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ທຳມາຫາກິນ ຢູ່ 8 ແຂວງພາກເໜືອຂອງລາວ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ກໍຄື ຮັດແໜ້ນສາຍພົວພັນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສະຫາຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ທັງໃນສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນປັດຈຸບັນ.

ໃນໂອກາດດຽວກັນ, ສະຫາຍ ກົງສຸນໃຫຍ່ ຫວູ ຫງອກ ຫລີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາຊົມເຊີຍອັນປະເສີດ, ພ້ອມທັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ກັບ ກະຊວງການຕ່າງປະເທດ ແລະ ບັນດາຂະແໜງການທ້ອງຖິ່ນຂອງ ສປປ ລາວ ເພື່ອຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ 8 ແຂວງພາກເໜືອຂອງລາວ ກັບ ບັນດາແຂວງ ຂອງ ສສ ຫວຽດນາມ ໃຫ້ນັບມື້ນັບ ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.

ທີ່ມາ: ຂປລ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles