ໃນວັນທີ 29 ສິງຫາ 2025 ທີ່ຜ່ານມາ ໄດ້ມີພິທີມອບ-ຮັບເຮືອກູ້ໄພ ເພື່ອຊ່ວຍເຫຼືອໄພນໍ້າຖ້ວມ ເນື່ອງໂອກາດຄົບຮອບ 75 ປີ ສາຍພົວພັນທາງການທູດ ລະຫວ່າງ ຣາຊະອານາຈັກໄທ ແລະ ສປປ ລາວ.
ກ່າວມອບໂດຍ ທ່ານ ນາງ ມໍຣະກົດ ສີສະຫວັດ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະກ່າວຮັບໂດຍ ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ, ເພື່ອນຳໃຊ້ເຂົ້າໃນວຽກງານບັນເທົາໄພພິບັດ ຢູ່ ສປປ ລາວ.
ປະເພດເຮືອທີ່ນຳມາມອບ ແມ່ນເຮືອທ້ອງແບນໄຟເບີ້ກລາດ ຂະໜາດ 17 ຟຸດ, ພ້ອມດ້ວຍເຄື່ອງຈັກຂະໜາດ 40 ແຮງມ້າ ແລະ ເຄື່ອງລາກເຮືອ ຈຳນວນ 1 ຊຸດ. ມູນຄ່າລວມຂອງການມອບຄັ້ງນີ້ແມ່ນ 380,798 ບາດ.
ໃນພິທີ, ທ່ານ ນາງ ມໍຣະກົດ ສີສະຫວັດ ໄດ້ກ່າວເນັ້ນເຖິງຄວາມຜູກພັນອັນແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດ ແລະ ຄວາມມຸ່ງໝັ້ນຂອງລັດຖະບານໄທທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນວຽກງານປ້ອງກັນ ແລະ ບັນເທົາໄພພິບັດຕ່າງໆ.
ໃນຂະນະດຽວກັນ, ທ່ານ ໂພໄຊ ໄຊຍະສອນ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າດັ່ງກ່າວ, ເຊິ່ງຈະເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນວຽກງານຕອບໂຕສຸກເສີນໄພພິບັດ ແລະ ການຊ່ວຍເຫຼືອປະຊາຊົນທີ່ປະສົບໄພນໍ້າຖ້ວມໃນປີນີ້ ແລະ ຕໍ່ໄປ. ພ້ອມທັງໄດ້ຢືນຢັນເຖິງການເປັນຄູ່ຮ່ວມມືຍຸດທະສາດເພື່ອການພັດທະນາແບບຍືນຍົງ ແລະ ການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີໃຫ້ໝັ້ນຄົງຕະຫຼອດໄປ.
ທີ່ມາ: ຂ່າວສານຮສສ