ຄຳມ່ວນ ຍັງເຫຼືອຜູ້ທຸກຍາກ 11.553 ຄອບຄົວ ຫລຸດລົງຈາກ 21.256 ຄອບຄົວ ໃນປີ 2021

ປັດຈຸບັນແຂວງຄຳມ່ວນ ມີຄອບຄົວທຸກຍາກຫລຸດລົງຈາກ 21.256 ຄອບຄົວ ໃນປີ 2021 ຍັງເຫລືອ 11.553 ຄອບຄົວ ໃນປີ 2025, ມີຄອບຄົວພົ້ນທຸກ 73.380 ຄອບຄົວ, ຄອບຄົວພັດທະນາມີ 61.549 ຄອບຄົວ; ບ້ານພົ້ນທຸກ 480 ບ້ານ, ບ້ານທຸກຍາກຈາກ 232 ບ້ານ ຍັງເຫລືອ 90 ບ້ານ, ເມືອງພົ້ນທຸກເພີ່ມຂຶ້ນຈາກ 2 ເມືອງ ມາເປັນ 7 ເມືອງ, ຍັງເຫລືອເມືອງທຸກຍາກ 3 ເມືອງ.

ຕະຫລອດໄລຍະຜ່ານມາ ຄະນະພັກ-ຄະນະນໍາຂອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະ ການແກ້ໄຂ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດ ໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງຈະແຈ້ງ ເພື່ອບັນລຸຕາມມາດຕະຖານພົ້ນທຸກຕາມດໍາລັດ 348/ລບ ແລະ ບົດແນະນໍາ 0830 ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ແຂວງໄດ້ຊອກຫາແຫລ່ງທຶນຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ, ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງສັງຄົມ ອັນພົ້ນເດັ່ນແມ່ນອົງການປົກຄອງແຂວງ ໄດ້ຈັດສັນງົບປະມານເກີນແຜນຂອງແຂວງຫລາຍກວ່າ 78 ຕື້ກີບ ເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໂດຍກົງ ດ້ວຍການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ ຢູ່ເຂດຊົນນະບົດ ເປັນຕົ້ນ: ການກໍ່ສ້າງທາງ, ໂຮງຮຽນ, ສຸກສາລາ, ນໍ້າສະອາດ, ລະບົບຊົນລະປະທານ.

ນອກຈາກນີ້, ຍັງໄດ້ລົງທຶນເຂົ້າໃນການກໍ່ສ້າງທາງປູຢາງ 2 ຊັ້ນ ເຊື່ອມຕໍ່ ລະຫວ່າງເມືອງຕໍ່ເມືອງ ເຮັດໃຫ້ການພັດທະນາ ລະຫວ່າງຕົວເມືອງ ແລະ ຊົນນະບົດຫຍັບເຂົ້າໃກ້ກັນ.

ທີ່ມາ: ຂປລ

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles