ປະທະນາທິບໍດີ ມຽນມາ ເດີນທາງເຖິງ ນະຄອນຫຼວງວຽງຈັນ ແລ້ວ

ນະຄອນຫຼວງວຽງຈັນ: ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2026​ ນີ້, ພະນະທ່ານ ມິນ ອອງ ລາຍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນແລ້ວ.

ການເດີນທາງມາໃນຄັ້ງນີ້ ແມ່ນເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 3 – 5 ກໍລະກົດ 2026.

ພິທີຕ້ອນຮັບຢູ່ສະໜາມບິນວັດໄຕ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ, ໂດຍມີຄະນະຜູ້ແທນຂັ້ນສູງຂອງຝ່າຍລາວໃຫ້ການຕ້ອນຮັບ ດັ່ງນີ້:

​ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍພັນລະຍາ.

​ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ.

ທ່ານ ສີລິລາດທົງສິນ ທອງເພັງ, ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ.

ເອກອັກຄະລັດຖະທູດ ຂອງທັງສອງປະເທດ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງຂອງຝ່າຍລາວ ແລະ ຝ່າຍມຽນມາ.

ການຢ້ຽມຢາມລັດຖະກິດໃນຄັ້ງນີ້ ແມ່ນຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ.

ຈຸດປະສົງສໍາຄັນແມ່ນເພື່ອ:

​ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ລະຫວ່າງ ລາວ ແລະ ມຽນມາ​ .

ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມ.

​ເພີ່ມທະວີການຮ່ວມມືອັນໃກ້ຊິດ ຖານປະເທດໃກ້ຄຽງ ໃຫ້ມີຄວາມແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ.

​ທີ່ມາ: ກະຊວງການຕ່າງປະເທດ

Lao Youth​ Radio​ ​FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles