ຖືເປັນອີກໜຶ່ງເລື່ອງລາວທີ່ໜ້າຍິນດີ ແລະ ເຊີດໜ້າຊູຕາໃຫ້ກັບປະເທດລາວ ເມື່ອ Global Residence Index ໄດ້ເປີດເຜີຍລາຍງານດັດຊະນີເມືອງທີ່ປອດໄພທີ່ສຸດໃນອາຊຽນ ປະຈຳປີ 2026 (Southeast Asia’s Safest Cities 2026) ພົບວ່າ ນະຄອນຫຼວງວຽງຈັນ ຂອງປະເທດລາວ ສາມາດຄວ້າ ອັນດັບທີ 4 ມາຄອງໄດ້ຢ່າງໂດດເດັ່ນ ດ້ວຍຄະແນນດັດຊະນີຄວາມປອດໄພ (Safety Index) ສູງເຖິງ 0.61 ຄະແນນ ຕິດກຸ່ມ Top 5 ເມືອງປອດໄພທີ່ສຸດໃນພາກພື້ນ.
ການຕິດອັນດັບໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງພາກສ່ວນກ່ຽວຂ້ອງ ໃນການຮັກສາຄວາມສະຫງົບຮຽບຮ້ອຍ, ການປັບປຸງລະບົບບັງຄັບໃຊ້ກົດໝາຍ ແລະ ການພັດທະນາໂຄງລ່າງພື້ນຖານ ເພື່ອສ້າງສະພາບແວດລ້ອມທີ່ປອດໄພ ໃຫ້ແກ່ທັງປະຊາຊົນທ້ອງຖິ່ນ ແລະ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມ ສປປ ລາວ ຢ່າງໝັ້ນໃຈ.
ສໍາລັບ 10 ອັນດັບເມືອງທີ່ປອດໄພທີ່ສຸດໃນອາຊຽນ ປີ 2026 ມີດັ່ງນີ້:
ອັນດັບ 1: ສິງກະໂປ (Singapura) – 0.90 ຄະແນນ (ຄອງແຊ້ມດ້ວຍອັດຕາການເກີດອາດຊະຍາກຳທີ່ຕ່ຳ ແລະ ການບໍລິຫານຈັດການທີ່ມີປະສິດທິພາບ).
ອັນດັບ 2: ຈາກາຕາ (Jakarta), ອິນໂດເນເຊຍ – 0.72 ຄະແນນ.
ອັນດັບ 3: ບາງກອກ (Bangkok), ໄທ – 0.65 ຄະແນນ.
ອັນດັບ 4: ນະຄອນຫຼວງວຽງຈັນ (Vientiane), ລາວ – 0.61 ຄະແນນ.
ອັນດັບ 5: ຮາໂນຍ (Hanoi), ຫວຽດນາມ – 0.60 ຄະແນນ.
ອັນດັບ 6: ກົວລາລຳເປີ (Kuala Lumpur), ມາເລເຊຍ – 0.57 ຄະແນນ.
ອັນດັບ 7: ພູເກັດ (Phuket), ໄທ – 0.57 ຄະແນນ.
ອັນດັບ 8: ໂຮຈິມິນ (Ho Chi Minh City), ຫວຽດນາມ – 0.56 ຄະແນນ.
ອັນດັບ 9: ພນົມເປັນ (Phnom Penh), ກຳປູເຈຍ – 0.55 ຄະແນນ.
ອັນດັບ 10: ມານີລາ (Manila), ຟີລິບປິນ – 0.41 ຄະແນນ.
ພາບລວມຂອງການຈັດອັນດັບໃນປີນີ້ ສະແດງໃຫ້ເຫັນວ່າ ຫຼາຍໆເມືອງໃຫຍ່ໃນອາຊຽນ ຕ່າງກໍໄດ້ໃຫ້ຄວາມສຳຄັນ ແລະ ເນັ້ນໃສ່ການຍົກລະດັບຄວາມປອດໄພໃນຕົວເມືອງຢ່າງຮອບດ້ານ ເພື່ອຮອງຮັບການເຕີບໂຕທາງດ້ານເສດຖະກິດ ແລະ ການທ່ອງທ່ຽວໃນອະນາຄົດ.
ທີ່ມາ: Seasia Stats
Lao Youth Radio FM90MHz


