ເຈົ້າໜ້າທີ່ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ่าໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາ ແລະ ຢຶດຂອງກາງຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າປະເພດຫວງຫ້າມ ຢູ່ສະຖານທີ່ລັກລອບຄ້າຂາຍແຫ່ງໜຶ່ງ ທີ່ບ້ານສັງຄະໂລກ, ນະຄອນ-ຫຼວງພະບາງ, ແຂວງຫຼວງພະບາງ ໃນວັນທີ 30 ມິຖຸນາ 2026 ຜ່ານມານີ້.
ລາຍການຂອງກາງທີ່ກັກຢຶດໄດ້ທັງໝົດ:
ຈາກການລົງກວດກາຕົວຈິງ, ເຈົ້າໜ້າທີ່ສາມາດກວດພົບ ແລະ ຢຶດຂອງກາງຜິດກົດໝາຍໄດ້ເປັນຈຳນວນຫຼວງຫຼາຍ ດັ່ງນີ້:
ຄ້າຍຄືນໍແຮດ: ຊິ້ນສ່ວນ ແລະ ຜະລິດຕະພັນ ຈຳນວນ 486 ຊິ້ນສ່ວນ, ນ້ຳໜັກ 11.770 ກິໂລ.
ຄ້າຍຄືຜົງນໍແຮດ: ຈຳນວນ 2 ຖົງ, ນ້ຳໜັກ 1.400 ກິໂລ.
ຄ້າຍຄືງາຊ້າງ: ຊິ້ນສ່ວນ ແລະ ຜະລິດຕະພັນ ຈຳນວນ 714 ອັນ, ນ້ຳໜັກ 14.806 ກິໂລ.
ຄ້າຍຄືຜົງໜັງຊ້າງ: ຈຳນວນ 213 ກ໋ອງ ແລະ 1 ຖົງ, ນ້ຳໜັກ 17.000 ກິໂລ.
ຄ້າຍຄືເກັດລິ່ນ: ຈຳນວນ 3 ແກັດ, ນ້ຳໜັກ 39.870 ກິໂລ.
ຄ້າຍຄືຜົງເກັດລິ່ນ: ຈຳນວນ 17 ຖົງ ແລະ 88 ກ໋ອງ, ນ້ຳໜັກ 2.910 ກິໂລ.
ຄ້າຍຄືບີໝີ: ຈຳນວນ 77 ອັນ, ນ້ຳໜັກ 10.148 ກິໂລ.
ຄ້າຍຄືດູກສັດປ່າ: ຈຳນວນ 4 ຖົງ ແລະ 3 ອັນ, ນ້ຳໜັກ 10.912 ກິໂລ.
ຄ້າຍຄືເຂົາສັດປ່າ: ຈຳນວນ 17 ອັນ, ນ້ຳໜັກ 0.758 ກິໂລ.
ຄ້າຍຄືແຂ້ວສັດປ່າ: ຈຳນວນ 4 ແຂ້ວ, ນ້ຳໜັກ 0.152 ກິໂລ.
ຢາສະໝຸນໄພ: ທີ່ສົງໄສວ່າມີສ່ວນປະສົມຂອງສັດປ່າ ຈຳນວນ 1,400 ຫຼອດ/ເມັດ.
ເຄື່ອງຈັກແປຮູບ: ຊິ້ນສ່ວນ ແລະ ຜະລິດຕະພັນຈາກສັດປ່າ ຈຳນວນ 10 ເຄື່ອງ.
ການດຳເນີນຄະດີ:
ສຳລັບຜູ້ຕ້ອງຫາທີ່ຖືກກັກຕົວໃນຄັ້ງນີ້ ເປັນເພດຊາຍ, ສັນຊາດຈີນ. ປະຈຸບັນ, ເຈົ້າໜ້າທີ່ເຄືອຂ່າຍ LAO-WEN ກຳລັງເລັ່ງສະຫຼຸບສຳນວນ ເພື່ອດຳເນີນຄະດີ ແລະ ສົ່ງຟ້ອງຕາມຂະບວນການຍຸຕິທຳຢ່າງເຂັ້ມງວດຕໍ່ໄປ.
ທີ່ມາ: ປະຊາຊົນ


