ແຈ້ງເຕືອນ ພາຍຸໝູນເຂດຮ້ອນ ໄມສັກ (Maysak) ສະບັບທີ 2

ເນື່ອງຈາກ ຮ່ອງຄວາມກົດດັນອາກາດຕໍ່າ ຫຼື (ຮອງຝົນ) ຍັງສືບຕໍ່ພາດຜ່ານເຂດພາກເໜືອ ຫາ ພາກກາງຂອງ ປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ແລະ ພາຍຸໝຸນເຂດຮ້ອນ ໄມສັກ (Maysak) ຫົວທີ 10 ປະຈຳປີ 2026 ທີ່ກຳລັງກໍ່ໂຕຢູ່ເຂດທະເລຈີນໃຕ້ຕອນກາງ ມີຈຸດສູນກາງຢູ່ເສັ້ນຂະ ໜານທີ 17.4 ອົງສາເໜືອ ແລະ ເສັ້ນແວງທີ 111.3 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ໄປທາງທິດຕາເວັນຕົກ- ຕາເວັນຕົກສ່ຽງໃຕ້ ດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ ແລະຄາດວ່າຈະເຄື່ອນທີຮອດບໍລິເວນເກາະໄຮໜານ, ສປ ຈີນ ໃນວັນທີ 4 ກໍລະກົດ 2026 ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນ ບໍລິເວນກວ້າງ ແລະ ຈະມີຝົນຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກຂອງປະເທດລາວ ໃນ ໄລຍະວັນທີ 02 ຫາ 05 ກໍລະກົດ 2026.

ສໍາລັບພາຍຸໝູນເຂດຮ້ອນ ບາວີ (Bavi) ຫົວທີ 9 ທີ່ກຳລັງກໍ່ຕົວ ແລະ ເຄື່ອນທີ່ຢູ່ເຂດມະຫາສະໝຸດປາຊີຟິກ ຈະບໍ່ສົ່ງຜົນກະທົບຕໍ່ປະເທດລາວ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນແຕ່ລະພາກ ລວມທັງນະຄອນຫຼວງວຽງຈັນ ຈົ່ງມີສະຕິ ລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກປານ ກາງ ຫາ ຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ !

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles