ຄວາມລັບ “ແມງວັນລ້າງມື” ແທ້ຈິງແລ້ວແມ່ນການລ້າງມືກ່ອນກິນເຂົ້າ… ແມ່ນແທ້ບໍ່?

ຫຼາຍຄົນຄົງເຄີຍສັງເກດເຫັນເວລາ “ແມງວັນ” ຕອມສິ່ງຂອງ ຫຼື ກ່ອນທີ່ມັນຈະກິນອາຫານ ພວກມັນມັກຈະເອົາຂາໜ້າມາຖູກັນໄປມາຄືກັບກຳລັງ “ລ້າງມື” ຫຼື ວາງແຜນການບາງຢ່າງຢູ່ພຶດຕິກຳນີ້ເຮັດໃຫ້ເກີດຄຳຖາມວ່າ ສັດທີ່ເຮົາເບິ່ງວ່າເປັນພາຫະນະນຳເຊື້ອໂລກ ແລະ ສົກກະປົກແບບນີ້ ພວກມັນຮັກຄວາມສະອາດ ແລະ ຮູ້ຈັກລ້າງມືກ່ອນກິນອາຫານແທ້ຫຼືບໍ່?

ວັນນີ້ ເເອັດມີຄຳຕອບທາງວິທະຍາສາດ ແລະ ຜົນວິໄຈຈາກນັກວິທະຍາສາດຜູ້ວິໄຈເລື່ອງແມງໄມ້ມາສະຫຼຸບໃຫ້ຟັງແບບເຂົ້າໃຈງ່າຍໆ.

1. ຂາຂອງແມງວັນ = “ລີ້ນ” ທີ່ໃຊ້ຊີມລົດຊາດ

ນັກວິທະຍາສາດໄດ້ຄົ້ນພົບວ່າ ແມງວັນບໍ່ໄດ້ມີຕຸ່ມຮັບລົດຊາດຢູ່ແຕ່ສະເພາະໃນປາກຄືກັບມະນຸດ ແຕ່ພວກມັນມີ “ຕົວຮັບຮູ້ກິ່ນ ແລະ ລົດຊາດ” ຢູ່ທີ່ບໍລິເວນປາຍຂາທັງ 6 ເບື້ອງຂອງມັນນຳອີກ.

ດັ່ງນັ້ນ, ເວລາທີ່ແມງວັນບິນໄປຕອມອາຫານ ພວກມັນຈະໃຊ້ຂາໃນການ “ຊີມ” ເບິ່ງກ່ອນວ່າ ສິ່ງນັ້ນແມ່ນອາຫານທີ່ມັນກິນໄດ້ ແລະ ແຊບຫຼືບໍ່ ໂດຍທີ່ປາກຍັງບໍ່ທັນໄດ້ສຳຜັດກັບອາຫານເລີຍ.

2. “ຖູຂາ” ຄືການທຳຄວາມສະອາດເຄື່ອງມືຫາກິນ

ຍ້ອນວ່າຂາຂອງມັນຕ້ອງເຮັດໜ້າທີ່ຮັບລົດຊາດ ແລະ ດົມກິ່ນ ມັນຈຶ່ງມີຂົນນ້ອຍໆ ຈຳນວນຫຼວງຫຼາຍ. ເວລາແມງວັນບິນໄປເກາະຕາມຂີ້ເຫຍື້ອ, ຝຸ່ນລະອອງ ຫຼື ສິ່ງສົກກະປົກ ເສດເກສອນແລະຂີ້ຝຸ່ນເຫຼົ່ານັ້ນຈະມາອຸດຕັນຢູ່ຕາມຂົນຢູ່ຂາຂອງມັນ ຕັດຮູບແບບການຮັບຮູ້ລົດຊາດ ແລະ ລະບົບນຳທາງໃນການບິນ.

ຜົນການວິໄຈສະແດງໃຫ້ເຫັນວ່າ ການທີ່ມັນເອົາຂາຖູກັນແທ້ຈິງແລ້ວແມ່ນ “ການປັດກວາດ ແລະ ທຳຄວາມສະອາດ” ເພື່ອເອົາເສດຝຸ່ນອອກຈາກຕົວຮັບລົດຊາດ ມັນຈຶ່ງປຽບເໝືອນການ “ລ້າງມືແລະເຊັດລີ້ນ” ໃຫ້ພ້ອມໃຊ້ງານໃນການກິນອາຫານຄາບຕໍ່ໄປນັ້ນເອງ.

ແຕ່ຢ່າຟ້າວໄວ້ໃຈ! ມັນບໍ່ໄດ້ສະອາດຄືທີ່ຄິດ

ເຖິງແມ່ນວ່າໃນມຸມຂອງແມງວັນ ມັນຈະກຳລັງ “ລ້າງມື” ໃຫ້ໂຕເອງສະອາດ ແຕ່ໃນມຸມຂອງມະນຸດແລ້ວ ພຶດຕິກຳນີ້ອັນຕະລາຍຫຼາຍ ເພາະເວລາທີ່ມັນຖູຂາເພື່ອປັດເສດຝຸ່ນ ແລະ ສິ່ງສົກກະປົກອອກ ສິ່ງທີ່ຫຼຸດອອກມາຈາກຂາຂອງມັນກໍຄື ເຊື້ອແບັກທີເຣຍ ແລະ ໄຂ່ພະຍາດ ທີ່ມັນໄປຕອມມາຈາກບ່ອນອື່ນ ເຊິ່ງມັນຈະຕົກລົງສູ່ອາຫານຂອງເຮົາທັນທີ.

ບົດສະຫຼຸບ

ຄຳກ່າວທີ່ວ່າ “ແມງວັນລ້າງມືເຮັດຄວາມສະອາດກ່ອນກິນອາຫານ” ນັ້ນ ເປັນເລື່ອງຈິງໃນທາງຊີວະວິທະຍາຂອງມັນ ແຕ່ການລ້າງມືຂອງມັນຄືການປັດເຊື້ອໂລກອອກຈາກໂຕມັນ ເພື່ອລົງສູ່ຈານອາຫານຂອງເຮົາ. ສະນັ້ນ, ຫາກເຫັນແມງວັນມາຕອມ ແລະ ນັ່ງຖູຂາຢູ່ເທິງອາຫານຄາບໂປດຂອງທ່ານ ເຮັດໃຈແຂງແລ້ວຖິ້ມສ່ວນນັ້ນໄປດີກວ່າ ເພື່ອຄວາມປອດໄພຂອງສຸຂະພາບ.

ແຫຼ່ງຂໍ້ມູນອ້າງອີງ: University of California, Berkeley (Department of Environmental Science, Policy, and Management), Entomological Society of America (ESA)

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles