ທົ່ວໂລກສັ່ນສະເທືອນ! ຈາກແຜ່ນດິນໄຫວ

ສະພາບທໍາມະຊາດທົ່ວໂລກ: ກິດຈະກຳທາງທໍລະນີວິທະຍາທົ່ວໂລກຍັງຄົງເພີ່ມຄວາມຮຸນແຮງຢ່າງຕໍ່ເນື່ອງ. ນັບຕັ້ງແຕ່ຕົ້ນປີ 2026 ຮອດປັດຈຸບັນ, ມີການບັນທຶກເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ມີຄວາມຮຸນແຮງຕັ້ງແຕ່ 7.0 ແມກນິຈູດຂຶ້ນໄປ ທົ່ວໂລກແລ້ວເຖິງ 10 ຄັ້ງ.

1. ຮຸນແຮງທີ່ສຸດໃນປີ: ແມ່ນແຜ່ນດິນໄຫວຂະໜາດ 7.8 ແມກນິຈູດ ທີ່ເກີດຂຶ້ນຢູ່ປະເທດຟີລິບປິນ ໃນວັນທີ 7 ມິຖຸນາ 2026.

2. ຫຼ້າສຸດຢູ່ໂກໂລມບີ: ເກີດຂຶ້ນໃນວັນທີ 10 ສິງຫາ 2026 ດ້ວຍຄວາມແຮງ 7.4 ແມກນິຈູດ. ເຊິ່ງຖືເປັນແຜ່ນດິນໄຫວທີ່ຮຸນແຮງທີ່ສຸດຂອງໂກໂລມບີນັບຕັ້ງແຕ່ເຫດການ 8.0 ແມກນິຈູດ ເມື່ອວັນທີ 31 ກໍລະກົດ 1970.

ແລະນີ້ແມ່ນ 10 ເຫດການແຜ່ນດິນໄຫວໃຫຍ່ຈາກທົ່ວໂລກ ນັບຕັ້ງແຕ່ເດືອນມັງກອນ – ສິງຫາ 2026

1. ມາເລເຊຍ: 22 ກຸມພາ ແມ່ນ 7.1 ແມກນິຈູດ

2. ຕອງກາ: 24 ມີນາ ແມ່ນ 7.5 ແມກນິຈູດ

3. ວານູອາຕູ: 30 ມີນາ ແມ່ນ 7.3 ແມກນິຈູດ

4. ອິນໂດເນເຊຍ: 1 ເມສາ ແມ່ນ 7.4 ແມກນິຈູດ

5. ຍີ່ປຸ່ນ: 20 ເມສາ ແມ່ນ 7.4 ແມກນິຈູດ

6. ຟີລິບປິນ: 7 ມິຖຸນາ ແມ່ນ 7.8 ແມກນິຈູດ (ຮຸນແຮງທີ່ສຸດ)

7. ເວເນຊຸເອລາ: 24 ມິຖຸນາ ແມ່ນ 7.2 ແມກນິຈູດ

8. ເວເນຊຸເອລາ: 24 ມິຖຸນາ ແມ່ນ 7.5 ແມກນິຈູດ

9. ເມັກຊິກ: 17 ກໍລະກົດ ແມ່ນ 7.3 ແມກນິຈູດ

10. ໂກໂລມບີ: 10 ສິງຫາ ແມ່ນ 7.4 ແມກນິຈູດ

ເຕືອນໄພຜົນກະທົບຈາກແຜ່ນດິນໄຫວຂະໜາດໃຫຍ່ ຂໍ້ມູນລະບຸວ່າເຫດແຜ່ນດິນໄຫວໃຫຍ່ໄດ້ກະຈາຍໄປໃນຫຼາຍພື້ນທີ່ຂອງໂລກ. ເຫດການທີ່ມີຄວາມຮຸນແຮງລະດັບ 7.0 ແມກນິຈູດຂຶ້ນໄປ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ໂຄງຮ່າງພື້ນຖານ, ເຮັດໃຫ້ເກີດດິນເຈື່ອນ ແລະ ໃນພື້ນທີ່ຊາຍຝັ່ງທະເລຍັງມີຄວາມສ່ຽງສູງທີ່ຈະເກີດຄື້ນສືນາມິອີກດ້ວຍ.

ໝາຍເຫດ: ເຖິງແມ່ນວ່າປະເທດລາວຈະຕັ້ງຢູ່ໃນເຂດທີ່ມີຄວາມສ່ຽງໃນການເກີດແຜ່ນດິນໄຫວຕໍ່າ ແຕ່ບໍ່ຢາກໃຫ້ທຸກຄົນປະໝາດໃນການຕິດຕາມຂ່າວສານບ້ານເມືອງຕໍ່ກັບເຫດການແຜ່ນດິນໄຫວ ຂໍໃຫ້ທຸກຄົນເສບຂ່າວຢ່າງມີສະຕິ ແລະ ຕິດຕາມຂ່າວສານທີ່ໜ້າເຊື່ອຖືຈາກແຈ້ງການຢ່າງເປັນທາງການ.

ແຫຼ່ງອ້າງອີງຂໍ້ມູນ: The Star Digital (STAR Illustrated)

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles