ເຖິງວ່າດວງເດືອນຈະມີຂະໜາດນ້ອຍກວ່າດວງຕາເວັນ 400 ເທົ່າ, ແຕ່ກໍຢູ່ໃກ້ໂລກຫຼາຍກວ່າດວງຕາເວັນ 400 ເທົ່າພໍດີ. ເຮັດໃຫ້ເມື່ອດວງຕາເວັນ, ດວງເດືອນ ແລະ ໂລກ ໂຄຈອນມາລຽງຕົວຢູ່ໃນແນວດຽວກັນ, ເຮົາຈະສາມາດເບິ່ງເຫັນປາກົດການທີ່ງົດງາມນີ້ໄດ້ ພາຍໃຕ້ເງົາຂອງດວງເດືອນ.
ແຕ່ໜ້າເສຍດາຍທີ່ປະເທດລາວເຮົາບໍ່ສາມາດເບິ່ງເຫັນໄດ້ ເພາະປາກົດການນີ້ແມ່ນເກີດຂຶ້ນຢູ່ແຖບເອີຣົບ.
ສໍາລັບປະເທດລາວເຮົາ ຕ້ອງລໍຖ້າຈົນເຖິງວັນທີ 11 ເມສາ 2070 ເງົາມືດຂອງດວງເດືອນຈຶ່ງຈະລອດຜ່ານເໜືອແຜ່ນດິນລາວອີກຄັ້ງ.
ແຕ່ໃນລະຫວ່າງນີ້ ບາງພື້ນທີ່ກໍຍັງມີສຸລິຍຸປະລາຄາບາງສ່ວນ ແລະ ສຸລິຍຸປະລາຄາວົງແຫວນ ໃຫ້ໄດ້ຮັບຊົມກັນຢູ່ (ເລີ່ມຈາກແລງວັນທີ 2 ສິງຫາ 2027 ເປັນສຸລິຍຸປະລາຄາບາງສ່ວນ ໃນຊ່ວງຕອນແລງ).
ພາບນີ້ຖືກບັນທຶກໂດຍ Bill Ingalls ຊ່າງພາບຂອງ NASA ທີ່ເດີນທາງໄປຖ່າຍຢູ່ ປະເທດແອັດສະປາຍ, ເຊັ່ນດຽວກັນກັບນັກດາລາສາດສະໝັກຫຼິ້ນ ແລະ ຊ່າງພາບດາລາສາດອີກຫຼາຍທ່ານ.
ທີ່ມາ: NASA, KornKT


