ນະຄອນຫຼວງວຽງຈັນ, ວັນທີ 30 ມິຖຸນາ 2026 – ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນ ສປປ ລາວ ຫຼື GAMCIL ໄດ້ຈັດງານຝຶກອົບຮົມທັກສະການຜະລິດຄອນເທັນ ແລະ ການເຜີຍແຜ່ຫຼັກສູດອອນລາຍ (Self-Study Platform) ຂຶ້ນຢ່າງເປັນທາງການ ຢູ່ທີ່ສະຖາບັນ ລາວ-ຍີ່ປຸ່ນ, ນະຄອນຫຼວງວຽງຈັນ. ງານດັ່ງກ່າວໄດ້ຮັບການສະໜັບສະໜູນທຶນຈາກສະຫະພາບເອີຣົບ (EU) ແລະ ດຳເນີນງານໂດຍ ສະມາຄົມນັກຂ່າວ ແຫ່ງ ສ.ປ.ປ ລາວ ຮ່ວມກັບ ອົງການແຄຣ໌ ນານາຊາດ (CARE International),ໂດຍມີ ໄວໜຸ່ມ ຊາວໜຸ່ມລາວ ເຂົ້າຮ່ວມທັງໝົດ 80 ກ່ວາທ່ານ, ເຊິ່ງປະກອບມີຊາວໜຸ່ມອາຍຸ 15-30 ປີ ທີ່ສະໝັກຜ່ານ Lao Youth Radio ຈໍານວນ 50 ຄົນ ແລະ ນັກສຶກສາພ້ອມດ້ວຍຄູອາຈານ ຈາກຄະນະສື່ສານມວນຊົນ ມະຫາວິທະຍາໄລແຫ່ງຊາດ ຈຳນວນ 30 ຄົນ.
ໃນພິທີເປີດງານ, ທ່ານ ນາງ ຮັນນາ ບາເທວ (Hanna Barthel), ຫົວໜ້າແຜນງານ ອົງການແຄຣ໌ ນານາຊາດ ເຢຍລະມັນ ໄດ້ໃຫ້ກຽດກ່າວເປີດງານ ໂດຍເນັ້ນໃຫ້ເຫັນວ່າ: “ປະຈຸບັນ ຫຼາຍປະເທດໃນທົ່ວໂລກ ລວມທັງ ສປປ ລາວ, ກໍາລັງປະສົບກັບສິ່ງທ້າທາຍ ດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດຫຼາຍຂຶ້ນ. ການທີ່ເຫັນຊາວໜຸ່ມລາວ ໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມງານນີ້ ເປັນຈໍານວນຫຼາຍ. ສິ່ງນີ້ ສອດຄ່ອງກັບຈຸດປະສົງຫຼັກຂອງໂຄງການ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ໃນການສ້າງສັນເນື້ອຫາສື່ສີຂຽວທີ່ສ້າງຜົນກະທົບທາງບວກ ໂດຍນຳໃຊ້ເຄື່ອງມືດິຈິຕອນ ແລະ ປັນຍາປະດິດ (AI).
ຕະຫຼອດການຝຶກອົບຮົມ, ນ້ອງໆຊາວໜຸ່ມໄດ້ຮຽນຮູ້ການເຂົ້າໃຊ້ງານແພລັດຟອມຮຽນຮູ້ດ້ວຍຕົນເອງ ຢູ່ທີ່ເວັບໄຊທ ຂອງສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເຊິ່ງລວມມີ 5 ໂມດຸນທີ່ສຳຄັນ ເຊັ່ນ: ບັນຫາສະພາບດິນຟ້າອາກາດ, ຄວາມຮູ້ດ້ານດິຈິຕອນ, ການສົ່ງເສີມສື່ສີຂຽວ, ເຕັກນິກການເລົ່າເລື່ອງ ແລະ ຈັນຍາບັນສື່ມວນຊົນ. ນອກຈາກນີ້, ຍັງໄດ້ແບ່ງກຸ່ມໝູນວຽນເຂົ້າຖານການຮຽນຮູ້ 3 ໂຊນ (Zones) ທີ່ເຈາະເລິກກ່ຽວກັບ: ການລາຍງານຂ່າວສີຂຽວ ໂດຍເນັ້ນການຈັບປະເດັນທີ່ໜ້າສົນໃຈ , ການນຳໃຊ້ AI ເຂົ້າຊ່ວຍໃນການຜະລິດຄອນເທັນ (ການສັ່ງຄຳສັ່ງ ແລະ ສ້າງພາບ/ວິດີໂອ) , ແລະ ການນຳໃຊ້ເຄື່ອງມືດິຈິຕອນເພື່ອຕັດຕໍ່ວິດີໂອ ແລະ ສ້າງໂພສເຕີຂ່າວ.
ການຮຽນຮູ້ໃນຄັ້ງນີ້ເນັ້ນພາກປະຕິບັດຕົວຈິງ (Peer-to-peer learning) ໂດຍຜູ້ເຂົ້າຮ່ວມໄດ້ລົງມືອອກແບບແຄມເປນ ໂດຍບໍ່ພຽງແຕ່ ອອກແບບຄິດຄົ້ນ ການນໍາສະເໜີ ຂ່າວ ກ່ຽວກັບປັນຫາສີຂຽວ ແຕ່ຍັງ ຈະເປັນການເຊີນຊວນໃຫ້ທຸກຄົນ ເຂົ້າມາລອງໃຊ້ແພລັດຟອມການຮຽນຮູ້ດ້ວຍຕົນເອງ ຂອງສະມາຄົມຕື່ມອີກ.
ນາງ ຈູມມາລາ ວັນມະນີວົງ, ຕົວແທນຊາວໜຸ່ມທີ່ເຂົ້າຮ່ວມງານໄດ້ສະແດງຄວາມຮູ້ສຶກວ່າ: “ນ້ອງໄດ້ຮຽນຮູ້ ເຕັກນິກ ແລະ ບົດຮຽນທີ່ສໍາຄັນຫຼາຍຢ່າງ ໃນການສ້າງຄອນເທັນປິ່ນອ້ອມ ສິ່ງແວດລ້ອມ ໂດຍສະເພາະ ການໃຊ້ຫຼັກການຕັ້ງ 3 ຄຳຖາມ ມັນສົດໃໝ່ບໍ່, ມັນມີປະໂຫຍດບໍ່, ແລະ ມັນເຊື່ອມໂຍງກັບຜູ້ເບິ່ງບໍ່ ກ່ອນການຜະລິດຄອນເທັນ. ສິ່ງນີ້ ລ້ວນແລ້ວແຕ່ແມ່ນ ການປະກອບສ່ວນສໍາຄັນ ທີ່ຊາວໜຸ່ມຄົນໜຶ່ງ ສາມາດເຮັດໄດ້ ໃຫ້ແກ່ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ SDG 13: Climate Action ຂອງ ສປປ ລາວ ແລະ ສາກົນ.
ງານຝຶກອົບຮົມໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນຂອງໂຄງການ GAMCIL ໃນການສ້າງເຄືອຂ່າຍ “ຜູ້ສະໜັບສະໜູນການສື່ສານດ້ານສື່ສີຂຽວ” (Green Media Communication Supporter). ໂຄງການໄດ້ຕັ້ງເປົ້າໝາຍຢ່າງຈະແຈ້ງ ໃນການສ້າງຊາວໜຸ່ມສື່ສານວຽກງານສີຂຽວໃຫ້ໄດ້ 300 ຄົນ ໃນ 3 ແຂວງເປົ້າໝາຍຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈຳປາສັກ. ພ້ອມທັງຕັ້ງເປົ້າດຶງດູດຜູ້ເຂົ້າຮຽນໃນແພລັດຟອມໃຫ້ໄດ້ຢ່າງໜ້ອຍ 3,000 ຄົນ ແລະ ສ້າງຄອນເທັນປິ່ນອ້ອມວຽກງານສີຂຽວຫຼາຍກວ່າ 100 ໂພສ ລົງສູ່ສື່ສັງຄົມອອນລາຍໃນລາວ ເພື່ອເປັນກະບອກສຽງໃນການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງຕໍ່ໄປ.
ທ່ານທີ່ສົນໃຈ ຮຽນຫຼັກສູດອອນລາຍ ດ້ວຍຕົນເອງ ສາມາດເຂົ້າເວັບໄຊທ ຂອງສະມາຄົມ ນັກຂ່າວ ແຫ່ງ ສປປ ລາວ ດັ່ງລິ້ງ ທີ່ຢູ່ກ້ອງຄອມເມັ້ນ ![]()


