ພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໄດ້ອອກແຈ້ງການສະບັບເລກທີ 1105/ສສຂ. ເຖິງຫ້ອງການສຶກສາທິການ ແລະ ກິລາ 4 ຕົວເມືອງທົ່ວແຂວງ ເພື່ອເປີດຮັບສະໝັກນັກຮຽນທີ່ຈົບຊັ້ນມັດທະຍົມຕອນປາຍ (ມ.7) ທີ່ມີຄວາມປະສົງຈະສະໝັກຮັບທຶນການສຶກສາ ເພື່ອເຂົ້າຮຽນຕໍ່ໃນລະດັບຕ່າງໆ ພາຍໃນປະເທດ ປະຈຳສົກຮຽນ 2026-2027 ຢ່າງເປັນທາງການ.
ການເປີດຮັບສະໝັກທຶນໃນຄັ້ງນີ້ ແມ່ນປະຕິບັດຕາມແຜນພັດທະນາຊັບພະຍາກອນມະນຸດຂອງແຂວງ ເພື່ອສ້າງກຳລັງແຮງງານທີ່ມີທັກສະ ແລະ ສະຕິປັນຍາ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາທ້ອງຖິ່ນ. ພ້ອມກັນນັ້ນ, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ນັກຮຽນເກັ່ງ, ນັກຮຽນທີ່ມີພອນສະຫວັນ ໂດຍສະເພາະແມ່ນການເພີ່ມໂອກາດໃຫ້ແກ່ນັກຮຽນຜູ້ດ້ອຍໂອກາດ, ກຸ່ມຊົນເຜົ່າ, ຜູ້ພິການ ແລະ ເພດຍິງ ໃຫ້ສາມາດເຂົ້າເຖິງການສຶກສາວິຊາຊີບ ແລະ ການສຶກສາຊັ້ນສູງຢ່າງເທົ່າທຽມກັນ.
ລາຍລະອຽດ ແລະ ເງື່ອນໄຂການສະໝັກ:
• ການຂຽນໃບສະໝັກ: ໃຫ້ນັກຮຽນຂຽນໃບສະໝັກດ້ວຍຕົນເອງ ແລະ ສຶກສາສາຂາວິຊາຮຽນໃຫ້ລະອຽດກ່ອນຕັດສິນໃຈ.
• ເອກະສານປະກອບ:
A. ໃບຄຳຮ້ອງສະໝັກທຶນ.
B. ໃບປະກາດສະນີຍະບັດ / ໃບຄະແນນ ຫຼື ບັດເຂົ້າຫ້ອງສອບເສັງ ມ.7.
C. ສຳເນົາສຳມະໂນຄົວ (Copy).
D. ລະບຸເບີໂທລະສັບທີ່ສາມາດຕິດຕໍ່ໄດ້ຢ່າງຊັດເຈນ.
• ມາດຕະການອຳນວຍຄວາມສະດວກ: ສຳລັບນັກຮຽນທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກ ແລະ ເດີນທາງລຳບາກ ເປັນຕົ້ນແມ່ນ ເມືອງກະລຶມ ແລະ ເມືອງດາກຈຶງ, ທາງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມອບໝາຍໃຫ້ຫ້ອງການສຶກສາທິການ ແລະ ກິລາຂອງທັງສອງເມືອງດັ່ງກ່າວ ເປັນຜູ້ສັງຮວມໃບຄຳຮ້ອງ, ຂໍ້ມູນວິຊາຮຽນ ແລະ ລົງຮ່າງຕາຕະລາງແທນນັກຮຽນ ເພື່ອສົ່ງຕໍ່ໃຫ້ທາງແຂວງ.
ສະຖານທີ່ ແລະ ກຳນົດເວລາສົ່ງເອກະສານ:
ຜູ້ທີ່ມີຄວາມປະສົງ ສາມາດພົວພັນເອົາໃບຄຳຮ້ອງ ແລະ ສົ່ງເອກະສານໄດ້ທີ່: ຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ, ພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ໃນໂມງລັດຖະການ).
• ໄລຍະເວລາຮັບສະໝັກ: ເລີ່ມຕັ້ງແຕ່ວັນທີ 1 ກໍລະກົດ ຫາ 25 ສິງຫາ 2026 ນີ້ເທົ່ານັ້ນ!
• ສາຍດ່ວນຕິດຕໍ່ສອບຖາມ: ທ່ານ ສົມສະໜຸກ ສີລາເພັດ ໂທ: 020 92627594 ຫຼື ຜ່ານຊ່ອງທາງ WhatsApp: 020 95571229.
ທັງນີ້, ທາງພະແນກສຶກສາທິການ ແລະ ກິລາແຂວງເຊກອງ ຈຶ່ງໄດ້ແຈ້ງມາຍັງຜູ້ບໍລິຫານໂຮງຮຽນ ແລະ ຄູ-ອາຈານ ເພື່ອຊ່ວຍປະສານງານ ແລະ ປະກາດໃຫ້ສະຫາຍນັກຮຽນ ມ.7 ໄດ້ຮັບຊາບຂໍ້ມູນຢ່າງທົ່ວເຖິງ ແລະ ຮີບຮ້ອນຍື່ນເອກະສານໃຫ້ທັນຕາມກຳນົດເວລາ.


