ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ລົງຕິດຕາມຄວາມຄືບໜ້າການດຳເນີນງານ ຢູ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ

ນະຄອນຫຼວງວຽງຈັນ, ວັນທີ 01 ກໍລະກົດ 2026 ທ່ານ ເຫຼັກໄຫຼ ສີວິໄລ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການດຳເນີນວຽກງານ ຢູ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ປອ. ຈັນທອນ ສິດທິໄຊ, ປະທານບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ແລະ ບໍລິສັດ ວຽງຈັນ ໂລຊິດສະຕິກພາກ ຈຳກັດ ພ້ອມຄະນະໃຫ້ການຕ້ອນຮັບ.

ໃນການລົງພາກສະໜາມຄັ້ງນີ້, ຄະນະຜູ້ແທນໄດ້ຢ້ຽມຊົມຈຸດຍຸດທະສາດສຳຄັນຕ່າງໆ ເປັນຕົ້ນແມ່ນ: ອາຄານບໍລິຫານດ່ານ, ສູນຄວບຄຸມຂໍ້ມູນ (Data Center), ລານຕູ້ສິນຄ້າ, ສາງຄ່ຽນຖ່າຍ, ຈຸດເຊື່ອມຕໍ່ລາງລົດໄຟ (1.435 ແມັດ ແລະ 1 ແມັດ) ລວມທັງຈຸດເຊື່ອມຕໍ່ຂົວມິດຕະພາບລາວ–ໄທ ແຫ່ງທີ 1.

ທ່ານ ປອ. ຈັນທອນ ສິດທິໄຊ ໄດ້ລາຍງານວ່າ: ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ຄືໂຄງການຍຸດທະສາດພາຍໃຕ້ແຜນພັດທະນາ “Laos Logistics Link” ເພື່ອຍົກລະດັບປະເທດລາວຈາກ “Land-locked” ໃຫ້ກາຍເປັນ “Land-linked” ທີ່ເຊື່ອມໂຍງການຂົນສົ່ງລະຫວ່າງທາງລົດໄຟລາວ–ຈີນ ກັບໄທ ແລະ ອາຊຽນ ຢ່າງມີປະສິດທິພາບ. ຂະນະທີ່ ທ່ານ ສາຄອນ ພິລາງາມ, ຜູ້ອຳນວຍການໃຫຍ່ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ລາຍງານຜົນສຳເລັດ, ຂັ້ນຕອນການບໍລິການ ແລະ ແຜນການພັດທະນາໃນຕໍ່ໜ້າ ເພື່ອຮອງຮັບປະລິມານສິນຄ້າທີ່ມີການຂະຫຍາຍຕົວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເນັ້ນໜັກ ແລະ ຊີ້ນຳໃຫ້ບໍລິສັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໃຫ້ເອົາໃຈໃສ່ບັນດາຈຸດສຳຄັນດັ່ງນີ້:

1. ຍົກລະດັບການບໍລິຫານ: ໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ວ່ອງໄວ ໂດຍການນຳໃຊ້ລະບົບດິຈິຕອນ ແລະ ເຕັກໂນໂລຊີອັດຕະໂນມັດ ເຂົ້າມາຊ່ວຍຫຼຸດຜ່ອນເວລາ ແລະ ຕົ້ນທຶນການຂົນສົ່ງ.

2. ປະສານງານແບບບູລະນາການ: ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເພື່ອສ້າງມາດຕະຖານການບໍລິການ ແລະ ການກວດກາທີ່ເປັນເອກະພາບ.

3. ເພີ່ມຂີດຄວາມສາມາດໃນການແຂ່ງຂັນ: ສືບຕໍ່ແກ້ໄຂຂໍ້ຄົງຄ້າງ ເພື່ອເຊື່ອມຕໍ່ການຂົນສົ່ງລະຫວ່າງລົດໄຟລາວ–ຈີນ ກັບລະບົບຂົນສົ່ງອື່ນໆ ໃຫ້ມີປະສິດທິຜົນສູງສຸດ.

ທ່ານລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໂຄງການດັ່ງກ່າວ ຈະເປັນຈຸດໃຈກາງສຳຄັນໃນການກະຈາຍສິນຄ້າຂອງອະນຸພາກພື້ນລຸ່ມແມ່ນ້ຳຂອງ, ຊຸກຍູ້ເສດຖະກິດແຫ່ງຊາດ ແລະ ບັນລຸຍຸດທະສາດການຫັນປະເທດໃຫ້ເປັນສູນກາງການເຊື່ອມໂຍງຂອງພາກພື້ນຢ່າງແທ້ຈິງ.

ທີ່ມາ: ລາຍການຂັບຂີ່ປອດໄພ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles