ກົມອຸຕຸນິຍົມເຕືອນ ຝົນຕົກໜັກ 2–3 ມື້ນີ້ ສ່ຽງນ້ຳຖ້ວມແລະ ດິນເຈື່ອນຮຸນແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກຄໍາເຕືອນລ່າສຸດໃຫ້ປະຊາຊົນທົ່ວ ສປປ ລາວ ເພີ່ມຄວາມລະມັດລະວັງສູງສຸດ ຫຼັງສະພາບອາກາດຍັງຄົງໄດ້ຮັບອິດທິພົນຈາກຮ່ອງຄວາມກົດອາກາດຕໍ່າ ປະສົມກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງ ສົ່ງຜົນໃຫ້ຫຼາຍແຂວງທົ່ວປະເທດມີຝົນຕົກໜັກ ພ້ອມຟ້າຮ້ອງ ຟ້າແຫລບ ແລະ ລົມແຮງ ໃນໄລຍະ 2–3 ມື້ຂ້າງໜ້າ.

ອຸຕຸນິຍົມລະບຸວ່າ ການມີຝົນຕົກຕໍ່ເນື່ອງຫຼາຍມື້ ເຮັດໃຫ້ດິນໃນຫຼາຍພື້ນທີ່ອີ່ມນ້ຳເກືອບຮອດຈຸດວິກິດ ເພີ່ມຄວາມສ່ຽງຕໍ່ການເກີດ ນ້ຳປ່າໄຫຼຊາກ, ດິນເຈື່ອນ ແລະ ນ້ຳຖ້ວມຊົ່ວຄາວ ໂດຍສະເພາະເຂດພູດອຍ, ຮ່ອມພູ ແລະ ພື້ນທີ່ຕິດລຳນ້ຳ.

ສະພາບອາກາດແຕ່ລະພາກ

ພາກເໜືອ: ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ຈະມີຝົນຕົກປົກຄຸມ 40–50% ຂອງພື້ນທີ່ ພ້ອມຄວາມສ່ຽງຟ້າຜ່າ. ເຂດພູສູງເຊັ່ນ ເມືອງບຸນເໜືອ ອຸນຫະພູມຈະຫຼຸດລົງເຫຼືອປະມານ 16°C.

ຂະນະດຽວກັນ ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ ແລະ ໄຊຍະບູລີ ຈະມີຝົນຕົກກະຈາຍເປັນບໍລິເວນກວ້າງ ອຸນຫະພູມສູງສຸດບໍ່ເກີນ 30°C.

ນະຄອນຫຼວງວຽງຈັນ ຈະມີອາກາດຮ້ອນອົບອ້າວ ອຸນຫະພູມສູງສຸດປະມານ 31°C ຊຶ່ງເປັນປັດໄຈເອື້ອຕໍ່ການເກີດຝົນຟ້າຄະນອງ.

ເຂດ ສີໂຄດຕະບອງ ມີໂອກາດຝົນຕົກສູງສຸດເຖິງ 60% ຂະນະທີ່ ປາກງື່ມ, ສັງທອງ ແລະ ໄຊທານີ ມີໂອກາດຝົນຟ້າຄະນອງປະມານ 50% ແລະ ອາດເກີດນ້ຳຖ້ວມຂັງໃນບາງຈຸດ.

ສ່ວນ ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ຈະມີຝົນຕົກປົກຄຸມຫຼາຍພື້ນທີ່ ຢູ່ໃນລະດັບ 50–60%.

ພາກໃຕ້: ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ຍັງຈະມີຝົນຟ້າຄະນອງຕໍ່ເນື່ອງ ໂດຍນະຄອນປາກເຊມີໂອກາດຝົນຕົກປະມານ 50%.

ຂະນະທີ່ ເຂດພູພຽງບູລະເວນ ໂດຍສະເພາະ ປາກຊ່ອງ ແລະ ນິຄົມ 34 ຍັງຄົງມີອາກາດເຢັນ ອຸນຫະພູມຕ່ຳສຸດພຽງ 15–16°C ພ້ອມຝົນຕົກກວມເອົາສູງເຖິງ 60%.

ລະດັບຝົນທີ່ຄວນເຝົ້າລະວັງ

50.1–90 ມມ/24 ຊົ່ວໂມງ ມີຄວາມສ່ຽງເກີດນ້ຳຖ້ວມຂັງໃນເຂດຕົວເມືອງ ແລະ ຖະໜົນລື່ນ ຜູ້ໃຊ້ລົດໃຊ້ຖະໜົນຄວນຫຼຸດຄວາມໄວ.

ຫຼາຍກວ່າ 90 ມມ/24 ຊົ່ວໂມງ ຖືວ່າເປັນລະດັບອັນຕະລາຍ ມີໂອກາດເກີດນ້ຳປ່າໄຫຼ, ດິນເຈື່ອນ ແລະ ນ້ຳຖ້ວມ ຊຶ່ງອາດກະທົບຕໍ່ຊີວິດ, ຊັບສິນ ແລະ ເສັ້ນທາງຄົມມະນາຄົມ.

ຫຼີກລ້ຽງການເດີນທາງຜ່ານເຂດສ່ຽງນ້ຳປ່າ ແລະ ດິນເຈື່ອນ.

ຕິດຕາມປະກາດຈາກກົມອຸຕຸນິຍົມ ແລະ ໜ່ວຍງານທ້ອງຖິ່ນຢ່າງໃກ້ຊິດ.

ຜູ້ອາໄສຢູ່ເຂດພູດອຍ, ຕີນພູ ແລະ ແຄມນ້ຳ ຄວນກຽມແຜນຮັບມື ແລະ ພ້ອມອົບພະຍົບ ຫາກມີການແຈ້ງເຕືອນສຸກເສີນ.

ຂໍໃຫ້ປະຊາຊົນຢ່າປະໝາດ ເນື່ອງຈາກຝົນທີ່ຕົກສະສົມຫຼາຍມື້ ອາດເຮັດໃຫ້ເກີດນ້ຳປ່າໄຫລ ແລະ ດິນເຈື່ອນໄດ້ທຸກເວລາ ບາງພື້ນທີ່ຈະມີຝົນບໍ່ຫຼາຍກໍຕາມ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles