ເຈົ້າເຄີຍຮູ້ສຶກບໍ່ວ່າ? ໃນໂທລະສັບມືຖືຂອງເຮົາມີສິ່ງບັນເທີງຫຼວງຫຼາຍ, ສາມາດເຊື່ອມຕໍ່ຫາທຸກຄົນໄດ້ຢ່າງສະດວກວ່ອງໄວ, ແຕ່ພໍວາງໂທລະສັບລົງ ພັດຮູ້ສຶກ “ແນມບໍ່ເຫັນໃຜ ເຫງົາ ແລະ ໂດດດ່ຽວ” ຢ່າງບອກບໍ່ຖືກ.
ງານວິໄຈທາງຈິດວິທະຍາທີ່ຜ່ານມາພົບວ່າ ຄົນທີ່ໃຊ້ເວລາຢູ່ກັບໂທລະສັບມືຖືຫຼາຍ ມັກຈະຮູ້ສຶກເຫງົາ ແລະ ຫ່າງເຫີນຈາກສັງຄົມຫຼາຍກວ່າຄົນທົ່ວໄປ. ແຕ່ທີ່ຜ່ານມາ ກໍຍັງມີຄຳຖາມວ່າ “ເປັນຍ້ອນໂທລະສັບເຮັດໃຫ້ເຫງົາ ຫຼື ຍ້ອນຄວາມເຫງົາຢູ່ແລ້ວ ເຮັດໃຫ້ຄົນຫັນໄປຕິດໂທລະສັບກັນແທ້?”
ຫຼ້າສຸດ, ທີມນັກຈິດວິທະຍາ ແລະ ແພດຊ່ຽວຊານຈາກປະເທດການາດາໄດ້ເຮັດການທົດລອງເພື່ອຊອກຫາຄຳຕອບທີ່ແທ້ຈິງໃນເລື່ອງນີ້
ການທົດລອງລະດັບໂລກ: 3 ອາທິດ ປ່ຽນຊີວິດ
ທີມວິໄຈໄດ້ເຮັດການທົດລອງແບບມີກຸ່ມຄວບຄຸມ (RCT) ກັບກຸ່ມຕົວຢ່າງໄວໜຸ່ມຊາວການາດາ ອາຍຸ 17-25 ປີ ຈຳນວນກວ່າ 200 ຄົນ ເຊິ່ງເປັນກຸ່ມທີ່ມີພາວະວິຕົກກັງວົນ ຫຼື ຊຶມເສົາຢູ່ແລ້ວ.
ໂດຍປົກກະຕິ, ໄວໜຸ່ມກຸ່ມນີ້ຈະໃຊ້ເວລາຫຼິ້ນໂທລະສັບສະເລ່ຍ 2.5 ຊົ່ວໂມງຕໍ່ມື້. ຈາກນັ້ນ, ທີມວິໄຈໄດ້ສຸ່ມແບ່ງຄົນອອກເປັນ 2 ກຸ່ມ ເປັນເວລາ 3 ອາທິດ:
1. ກຸ່ມທຳອິດ: ໃຫ້ໃຊ້ໂທລະສັບໄປຕາມປົກກະຕິ.
2. ກຸ່ມທີສອງ: ຂໍໃຫ້ “ຈຳກັດການຫຼິ້ນໂທລະສັບບໍ່ໃຫ້ເກີນ 1 ຊົ່ວໂມງຕໍ່ມື້”.
ຜົນວິໄຈສຸດທຶ່ງ: ຫຼຸດເວລາຫຼິ້ນ = ຄວາມເຫງົາຫຼຸດລົງທັນທີ
ເມື່ອສິ້ນສຸດການທົດລອງ, ຜົນປາກົດວ່າ ໄວໜຸ່ມກຸ່ມທີ່ຫຼຸດເວລາຫຼິ້ນໂທລະສັບ ມີລະດັບຄວາມເຫງົາຫຼຸດລົງຢ່າງຊັດເຈນ
ສິ່ງທີ່ໜ້າສົນໃຈຄື ຜົນໄດ້ຮັບນີ້ເກີດຂຶ້ນກັບທັງເພດຊາຍ ແລະ ເພດຍິງ ຄືກັນ. ບໍ່ວ່າຄົນໆນັ້ນຈະເປັນຄົນທີ່ມັກປຽບທຽບຕົນເອງກັບຄົນອື່ນໃນໂລກອອນລາຍຫຼືບໍ່ກໍຕາມ ໝາຍຄວາມວ່າ “ທຸກຄົນໄດ້ຮັບປະໂຫຍດຈາກການຫຼຸດການຫຼິ້ນໂທລະສັບ” ໂດຍສະເພາະໃນຊ່ວງເວລາທີ່ສະພາບຈິດໃຈຂອງເຮົາອ່ອນແອ ຫຼື ບອບບາງ.
ເປັນຫຍັງການຫຼຸດຫຼດໂທລະສັບ ຈຶ່ງຊ່ວຍຫຼຸດຄວາມເຫງົາ?
ນັກວິທະຍາສາດໄດ້ອະທິບາຍປາກົດການນີ້ຜ່ານທິດສະດີ Behavioral displacement theory (ທິດສະດີການແທນທີ່ພຶດຕິກຳ) ວ່າ: ເວລາທີ່ເຮົາຈ້ອງໜ້າຈໍໂທລະສັບ ມັນໄປຍາດແຍ່ງເວລາທີ່ເຮົາຄວນຈະໄດ້ປະຕິສຳພັນໂດຍກົງກັບຄົນສຳຄັນໃນຊີວິດຈິງ.
ເມື່ອເຮົາຫຼຸດການຫຼິ້ນໂທລະສັບລົງ, ເຮົາຈະມີເວລາໄປລົມກັນຕໍ່ໜ້າ, ໂທຫາ, ຫຼື ເຮັດກິດຈະກຳຮ່ວມກັບຄອບຄົວ ແລະ ໝູ່ເພື່ອນຫຼາຍຂຶ້ນ. ເຊິ່ງໄວໜຸ່ມທີ່ມີຄວາມສຳພັນອັນດີກັບຄອບຄົວ ຈະມີອັດຕາການລາຍງານຄວາມເຫງົາ ແລະ ໂດດດ່ຽວນ້ອຍກວ່າຢ່າງເຫັນໄດ້ຊັດ.
ວິທີປັບປ່ຽນພຶດຕິກຳງ່າຍໆ ໂດຍບໍ່ຕ້ອງ “ຫັກດິບ” ເຊົາໃຊ້ໂທລະສັບ
ຖ້າເຈົ້າກຳລັງຮູ້ສຶກເຫງົາ ແລະ ຢາກລອງປ່ຽນແປງຕົນເອງ, ບໍ່ຈຳເປັນຕ້ອງປິດໂທລະສັບຖິ້ມທັງໝົດ ແຕ່ໃຫ້ເລີ່ມຕົ້ນດ້ວຍວິທີເຫຼົ່ານີ້:
1. ກວດເບິ່ງ Screen Time: ກວດເບິ່ງໜ້າຈໍວ່າແຕ່ລະມື້ເຮົາໃຊ້ເວລາໄປກັບໂທລະສັບຈັກຊົ່ວໂມງ.
2. ຄ່ອຍໆຫຼຸດ: ຕັ້ງເປົ້າຫຼຸດເວລາຫຼິ້ນລົງເທື່ອລະນ້ອຍ ເຊັ່ນ ອາທິດນີ້ຫຼຸດມື້ລະ 30 ນາທີ ອາທິດໜ້າຫຼຸດລົງອີກ.
3. ກຳນົດເວລາຫ້າມຈ້ອງໜ້າຈໍໃຫ້ຈະແຈ້ງ: ເຊັ່ນ ຫ້າມຫຼິ້ນກ່ອນນອນ ຫຼື ລະຫວ່າງການຮັບປະທານອາຫານ.
4. ເງີຍໜ້າສ້າງຄວາມສຳພັນ: ເອົາເວລາທີ່ໄດ້ຄືນມາ ໄປເວົ້າລົມກັບຄົນອ້ອມຂ້າງ, ໂທຫາຄອບຄົວ ຫຼື ນັດໝູ່ເພື່ອນອອກໄປເຮັດກິດຈະກຳຮ່ວມກັນໃນຊີວິດຈິງ.
ເພາະຄວາມສຳພັນທີ່ດີທີ່ສຸດ ບໍ່ໄດ້ຢູ່ເທິງໜ້າຈໍໂທລະສັບ, ແຕ່ຢູ່ຕໍ່ໜ້າເຮົານີ້ເອງ
ແຫຼ່ງຂໍ້ມູນອ້າງອີງ: TNN Health


