ລັດຖະບານອົດສະຕຣາລີ ຢ່າງໜ້າຍົກລະດັບມາດຕະການຂັ້ນເດັດຂາດ ໃນການຫ້າມເດັກນ້ອຍບໍ່ໃຫ້ໃຊ້ສື່ອອນລາຍໂດຍໄດ້ສະເໜີເພີ່ມໂທດປັບສູງສຸດຂຶ້ນເປັນ “ສອງເທົ່າ” ພ້ອມທັງຂະຫຍາຍອຳນາດໃຫ້ໜ່ວຍງານກຳກັບດູແລ ສາມາດດຳເນີນຄະດີກັບບໍລິສັດເຕັກໂນໂລຊີຍັກໃຫຍ່ລະດັບໂລກ ທີ່ບໍ່ປະຕິບັດຕາມກົດໝາຍຫ້າມເດັກອາຍຸຕ່ຳກວ່າ 16 ປີເຂົ້າໃຊ້ງານ ທ່າມກາງກະແສວິພາກວິຈານຂອງປະຊາຊົນທີ່ຍັງຄົງແຕກອອກເປັນສອງຝ່າຍຢ່າງຮຸນແຮງ
ປັບໜັກ 2 ເທົ່າ! ໂທດຖານປ່ອຍປະລະເລີຍ
ຫຼັງຈາກທີ່ອົດສະຕຣາລີໄດ້ສ້າງສຽງຮືຮາ ດ້ວຍການປະກາດໃຊ້ກົດໝາຍຄວບຄຸມສື່ສັງຄົມອອນລາຍຄັ້ງທຳອິດຂອງໂລກໄປເມື່ອເດືອນທັນວາ 2025 ທີ່ຜ່ານມາ ຫຼ້າສຸດຮ່າງກົດໝາຍສະບັບປັບປຸງໃໝ່ໄດ້ເພີ່ມໂທດປັບສູງສຸດສຳລັບແພລດຟອມທີ່ຝ່າຝືນຂຶ້ນເປັນສອງເທົ່າ ເຊິ່ງມີມູນຄ່າສູງເຖິງ 1.43 ລ້ານລ້ານກີບ
ນອກຈາກນີ້ ກົດໝາຍໃໝ່ຍັງໄດ້ມອບອຳນາດເດັດຂາດໃຫ້ແກ່ ຄະນະກຳມາທິການຄວາມປອດໄພທາງອິນເຕີເນັດ ໃນການບັງຄັບໃຫ້ບໍລິສັດເຕັກໂນໂລຊີຕ່າງໆ ຕ້ອງສະແດງຫຼັກຖານຢ່າງຈະແຈ້ງ ແລະ ໂປ່ງໃສວ່າ ພວກເຂົາໄດ້ມີມາດຕະການແນວໃດແດ່ເພື່ອສະກັດກັ້ນບໍ່ໃຫ້ເດັກນ້ອຍເຂົ້າເຖິງລະບົບ.
ພົບຊ່ອງຫວ່າງ ເດັກ 7 ໃນ 10 ຄົນຍັງລັກຫຼິ້ນໄດ້ຄືເກົ່າ
ເຖິງວ່າລັດຖະບານຈະມີຄຳສັ່ງຫ້າມບໍ່ໃຫ້ເດັກອາຍຸຕ່ຳກວ່າ 16 ປີ ໃຊ້ງານແພລດຟອມສື່ສັງຄົມອອນລາຍຫຼັກທັງ 10 ແພລດຟອມມາຕັ້ງແຕ່ປີກາຍນີ້ ແຕ່ໃນຄວາມເປັນຈິງແລ້ວພົບວ່າ “ລະບົບຍັງມີຊ່ອງຫວ່າງຫຼາຍ”.
1. ລາຍງານຈາກ eSafety Commission ລະບຸວ່າ: ເດັກອາຍຸຕ່ຳກວ່າ 16 ປີ ທີ່ມີບັນຊີຢູ່ກ່ອນໜ້າທີ່ກົດໝາຍຈະບັງຄັບໃຊ້ ສູງເຖິງ 7 ໃນ 10 ຄົນ ຍັງຄົງສາມາດເຂົ້າໃຊ້ງານລະບົບໄດ້ຕາມປົກກະຕິ.
2. ສອດຄ່ອງກັບການລົງພື້ນທີ່ສຳຫຼວດຂອງສື່ລະດັບໂລກຢ່າງ BBC ຢູ່ໂຮງຮຽນແຫ່ງໜຶ່ງໃນນະຄອນຊິດນີ ເມື່ອເດືອນກຸມພາ ທີ່ພົບວ່າ ນັກຮຽນສ່ວນໃຫຍ່ກໍຍັງຄົງຫຼິ້ນໂຊຊຽວມີເດຍໄດ້ແບບບໍ່ມີບັນຫາ.
ປັດຈຸບັນ, ທາງການອົດສະຕຣາລີພົບວ່າກຳລັງເລັ່ງສອບສວນ 5 ແພລດຟອມຍັກໃຫຍ່ ໄດ້ແກ່: Facebook, Instagram, Snapchat, TikTok ແລະ YouTube (ຂອງ Google) ໃນຂໍ້ຫາອາດຈະບໍ່ປະຕິບັດຕາມກົດໝາຍຢ່າງເຄັ່ງຄັດ
ສຽງສັງຄົມແຕກເປັນ 2 ຝ່າຍ: ໜ້າທີ່ລັດ ຫຼື ໜ້າທີ່ພໍ່ແມ່?
ມາດຕະການຂັ້ນເດັດຂາດນີ້ ເຮັດໃຫ້ເກີດການຖົກຖຽງກັນຢ່າງກວ້າງຂວາງໃນສັງຄົມ:
1. ຝ່າຍເຫັນດີນຳ: ເບິ່ງວ່າເປັນເລື່ອງທີ່ດີຫຼາຍທີ່ລັດຖະບານລົງມືເຮັດຢ່າງຈິງຈັງ, ແຕ່ເຖິງຢ່າງໃດກໍຕາມ ນີ້ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ແລະ ຍັງຕ້ອງມີມາດຕະການອື່ນໆ ເພີ່ມເຕີມເພື່ອແກ້ໄຂບັນຫານີ້ໃຫ້ເດັດຂາດໃນໄລຍະຍາວ.
2. ຝ່າຍຄັດຄ້ານ: ເບິ່ງວ່າມາດຕະການນີ້ເປັນການໃຊ້ອຳນາດທີ່ເກີນຂອບເຂດຂອງລັດ ແລະ ເຫັນວ່າໜ້າທີ່ໃນການດູແລ ຄວບຄຸມ ບໍ່ໃຫ້ເດັກນ້ອຍຫຼິ້ນສື່ສັງຄົມອອນລາຍນັ້ນ ຄວນເປັນຄວາມຮັບຜິດຊອບຂອງພໍ່ແມ່ຜູ້ປົກຄອງໂດຍກົງຫຼາຍກວ່າ.
ແຫຼ່ງຂໍ້ມູນອ້າງອີງ: BBC, eSafety Commission


