ສຳເລັດແລ້ວ 100% ໂຄງການປັບປຸງເສັ້ນທາງ 13 ເໜືອ ຊ່ວງບ້ານຈຽງ–ບ້ານວຽງແກ້ວ ເມືອງກາສີ

ໂຄງການປັບປຸງເສັ້ນທາງເລກ 13 ເໜືອ ຊ່ວງ ກມ 202–212 ຈາກບ້ານຈຽງ ຫາ ບ້ານວຽງແກ້ວ ເມືອງກາສີ ແຂວງວຽງຈັນ ຄວາມຍາວປະມານ 10 ກິໂລແມັດ ໄດ້ດຳເນີນການສຳເລັດ 100% ຕາມແຜນການ ແລະ ສຳເລັດກ່ອນກຳນົດ ໃນວັນທີ 30 ມິຖຸນາ 2026.

ທ່ານ ອາພິສິດ ພັນຕິສິລິ ວິຊາການປະຈຳສະໜາມ ສັງກັດຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງກາສີ ໃຫ້ຮູ້ວ່າ ໂຄງການໄດ້ດຳເນີນໄປຕາມແຜນທີ່ວາງໄວ້ ໂດຍບໍລິສັດຮັບເໝົາໄດ້ດຳເນີນສຳເລັດທຸກໜ້າວຽກຢ່າງຮຽບຮ້ອຍ ແລະ ບັນລຸຜົນສຳເລັດ 100%.

ໂຄງການນີ້ຊ່ວຍຍົກລະດັບສະພາບຖະໜົນໃຫ້ມີຄວາມປອດໄພ ແລະ ສະດວກສະບາຍຫຼາຍຂຶ້ນ ສຳລັບປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ທີ່ເດີນທາງຜ່ານເສັ້ນທາງສາຍສຳຄັນສາຍນີ້.

ສຳລັບຜູ້ຮັບເໝົາດຳເນີນໂຄງການ ແມ່ນ ບໍລິສັດພັດທະນາສາມຫຼ່ຽມເສດຖະກິດຄົບວົງຈອນ ຈຳກັດຜູ້ດຽວ, ໂດຍມີເປົ້າໝາຍເພື່ອອຳນວຍຄວາມສະດວກໃນການສັນຈອນ ແລະ ຍົກລະດັບໂຄງສ້າງພື້ນຖານດ້ານຄົມມະນາຄົມ ໃຫ້ຮອງຮັບການເດີນທາງ ແລະ ການຂົນສົ່ງໄດ້ຢ່າງມີປະສິດທິຜົນ.

ການສຳເລັດຂອງໂຄງການນີ້ ນັບເປັນອີກໜຶ່ງບາດກ້າວສຳຄັນ ໃນການພັດທະນາເຄືອຂ່າຍຄົມມະນາຄົມຂອງລາວ ເພື່ອສົ່ງເສີມການຄ້າ, ການທ່ອງທ່ຽວ ແລະ ການພັດທະນາເສດຖະກິດໃນພື້ນທີ່.

ທີ່ມາ: ຂ່າວເສດຖະກິດການຄ້າ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles