ກະຊວງການຕ່າງປະເທດ ໄດ້ຈັດພິທີປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ທ່ານ ຈອງ ຢອງ ຊູ (JUNG Yung-Soo) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ. ເກົາຫຼີ ປະຈຳ ສປປ ລາວ ໃນໂອກາດທີ່ທ່ານໄດ້ສຳເລັດໜ້າທີ່ການທູດຢ່າງສະຫງ່າງາມ ເພື່ອຈົດຈຳ ແລະ ຍ້ອງຍໍສະເຫຼີມສະຫຼອງຜົນງານອັນໂດດເດັ່ນ ໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຊາດ.
ໃນພິທີດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ສປປ ລາວ ເປັນຜູ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານທູດ ພ້ອມທັງສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ຄວາມມຸ່ງໝັ້ນໃນການປະຕິບັດໜ້າທີ່ ນັບຕັ້ງແຕ່ເດືອນພະຈິກ 2022 ເປັນຕົ້ນມາ.
ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ, ທ່ານ ຈອງ ຢອງ ຊູ ໄດ້ມີສ່ວນຮ່ວມຢ່າງສຳຄັນໃນການຂັບເຄື່ອນ ແລະ ຍົກລະດັບສາຍພົວພັນ ລາວ – ສ.ເກົາຫຼີ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ:
ດ້ານການເມືອງ ແລະ ການທູດ: ຊຸກຍູ້ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຢ່າງຕໍ່ເນື່ອງ ໂດຍສະເພາະການຢ້ຽມຢາມ ສປປ ລາວ ຂອງປະທານາທິບໍດີ ສ.ເກົາຫຼີ ໃນປີ 2024 ແລະ ການຢ້ຽມຢາມ ສ.ເກົາຫຼີ ຂອງປະທານປະເທດ ສປປ ລາວ ໃນເດືອນທັນວາ 2025 ຊຶ່ງເປັນຂີດໝາຍປະຫວັດສາດໃນການຍົກລະດັບຄວາມພົວພັນຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ”.
ການຮ່ວມມືຫຼາຍມິຕິ: ເສີມຂະຫຍາຍການຮ່ວມມືໃນຂົງເຂດຄວາມໝັ້ນຄົງ, ການຄ້າ, ການລົງທຶນ, ການສຶກສາ, ກິລາ ແລະ ວັດທະນະທຳ-ສັງຄົມ.
ການສະໜັບສະໜູນລະດັບພາກພື້ນ: ມີບົດບາດສຳຄັນໃນການປະສານງານໃຫ້ລັດຖະບານ ສ.ເກົາຫຼີ ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ຢ່າງສົມກຽດ.
ທ່ານ ຈອງ ຢອງ ຊູ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກຕະຫຼອດໄລຍະຜ່ານມາ. ທ່ານເນັ້ນໜັກວ່າ ຫຼຽນໄຊມິດຕະພາບທີ່ໄດ້ຮັບໃນຄັ້ງນີ້ ຖືເປັນກຽດອັນສູງສົ່ງ ແລະ ເປັນສັນຍາລັກແຫ່ງມິດຕະພາບອັນຍືນຍົງ ຊຶ່ງທ່ານຈະຍັງຄົງສືບຕໍ່ສະໜັບສະໜູນ ແລະ ສົ່ງເສີມການຮ່ວມມືລະຫວ່າງ ສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປໃນອະນາຄົດ.
ຂ່າວ: ກະຊວງການຕ່າງປະເທດ
Lao Youth Radio FM90MHz


