ຂ່າວດີ! ໂຮງໝໍເຊດຖາທິຣາດ ຮ່ວມມືທີມແພດຍີ່ປຸ່ນ ເປີດຜ່າຕັດ “ປາກແວ່ງ–ເພດານໂວ່” ໃຫ້ເດັກນ້ອຍລາວ ໂດຍບໍ່ເສຍຄ່າ

ໂຮງໝໍເຊດຖາທິຣາດ ຮ່ວມກັບ ມະຫາວິທະຍາໄລໄອຈິ ແຂວງນາໂກຢາ ປະເທດຍີ່ປຸ່ນ ຈັດໂຄງການຜ່າຕັດຮັກສາເດັກນ້ອຍທີ່ມີພາວະ ປາກແວ່ງ ແລະ ເພດານໂວ່ ໂດຍບໍ່ເສຍຄ່າ ເພື່ອຊ່ວຍໃຫ້ເດັກນ້ອຍມີຄຸນນະພາບຊີວິດທີ່ດີຂຶ້ນ.

ກຳນົດການດຳເນີນງານ

24 ສິງຫາ 2026: ກວດສຸຂະພາບ ແລະ ປະເມີນຄົນໄຂ້

25–28 ສິງຫາ 2026: ດຳເນີນການຜ່າຕັດ

ພໍ່ແມ່ ຫຼື ຜູ້ປົກຄອງ ທີ່ມີລູກຫຼານເປັນປາກແວ່ງ ຫຼື ເພດານໂວ່ ສາມາດນຳເດັກນ້ອຍມາລົງທະບຽນ ແລະ ຖ່າຍຮູບ ເພື່ອກະກຽມແຜນການຜ່າຕັດ ທີ່ ພະແນກທັນຕະກຳ ໂຮງໝໍເຊດຖາທິຣາດ.

ເປີດຮັບລົງທະບຽນ

ເລີ່ມຕັ້ງແຕ່ມື້ນີ້ເປັນຕົ້ນໄປ

ວັນຈັນ–ວັນສຸກ

ເວລາ 08:30–16:00 ໂມງ

ສອບຖາມ ແລະ ລົງທະບຽນ

020 52537692 – ດຣ. ທອງສະຫວັນ ໂພນະມົນ

020 59636924 – ດຣ. ນ. ສັງວານ ໄຊຍະວົງ

020 55444608 – ດຣ. ພູພະຈັນ ຊົມບົວພັນ

ໂອກາດດີໆ ສຳລັບເດັກນ້ອຍລາວ ທີ່ຕ້ອງການການຜ່າຕັດປາກແວ່ງ ແລະ ເພດານໂວ່ ໂດຍບໍ່ເສຍຄ່າ ຂໍໃຫ້ພໍ່ແມ່ ແລະ ຜູ້ປົກຄອງ ຮີບນຳລູກຫຼານໄປລົງທະບຽນພາຍໃນກຳນົດເວລາ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles