ເກັບອາກອນລາຍໄດ້ ຈາກຜູ້ມີເງິນເດືອນ 2,5ລ້ານກີບຂຶ້ນໄປນັ້ນ ເປັນການປັບຫຼຸດລົງ ບໍ່ແມ່ນເສຍພາສີຫຼາຍຂຶ້ນ

​ປະຈຸບັນ, ຍັງມີກະແສສັງຄົມ, ພະນັກງານ-ລັດຖະກອນ ຕະຫຼອດຮອດຜູ້ອອກແຮງງານຈຳນວນໜຶ່ງ ທີ່ຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງໃໝ່ ໂດຍບາງສ່ວນເຂົ້າໃຈຜິດວ່າ ພາກລັດມີການປັບເພີ່ມການເກັບອາກອນໃຫ້ແພງຂຶ້ນ. ແຕ່ໃນຄວາມເປັນຈິງແລ້ວ, ເມື່ອສົມທຽບຕົວເລກລະຫວ່າງ ກົດໝາຍສະບັບປີ 2019 ແລະ ສະບັບປັບປຸງໃໝ່ ປີ 2025 ເຫັນໄດ້ຢ່າງຊັດເຈນວ່າ “ລັດຖະບານໄດ້ປັບຫຼຸດອັດຕາອາກອນລົງຢ່າງຊັດເຈນໃນທຸກໆຂັ້ນ” ເພື່ອຊ່ວຍເຫຼືອຜູ້ມີລາຍໄດ້ນ້ອຍຫາປານກາງ.

ອີງຕາມກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບປັບປຸງ (ເລກທີ 88/ສພຊ, ລົງວັນທີ 25 ມິຖຸນາ 2025) ທີ່ປ່ຽນແທນສະບັບເກົ່າປີ 2019 ແລະ ຈະເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການ ໃນເດືອນກໍລະກົດ 2026 ເປັນຕົ້ນໄປ ເຊິ່ງມີຄວາມແຕກຕ່າງກັນດັ່ງນີ້:

​ກົດໝາຍສະບັບເກົ່າ (ປີ 2019): ຜູ້ທີ່ມີເງິນເດືອນ 1,300,000 ກີບ ຂຶ້ນໄປຕ້ອງໄດ້ເສຍອາກອນ 5% ແຕ່ຖ້າເງິນເດືອນ 1,300,000 ກີບລົງມາ​ ແມ່ນບໍ່ໄດ້ເສຍອາກອນ.​

ເງິນເດືອນ 1,300,000 ກີບລົງມາ: ເສຍ 0% (ບໍ່ໄດ້ເສຍ).​

ສ່ວນຜູ້ທີ່ມີເງິນເດືອນເກີນ 1,300,000 ຫາ 5,000,000 ກີບ: ເສຍ 5%.​

ເກີນ​ 5,000,000 ຫາ 15,000,000 ກີບ: ເສຍ 10%.

​ ເກີນ​ 15,000,000 ກີບ​ ຫາ​ 25,000,000 ກີບ: ເສຍ​ 15%.

ເກີນ​ 25,000,000 ກີບ​ ຫາ​ 65,000,000 ກີບ ເສຍ​ 20%.

​ເກີນ​ 65,000,000 ກີບ ເສຍ​ 25%.​

​ສ່ວນກົດໝາຍສະບັບໃໝ່ (ປີ 2025): ໄດ້ມີການປັບປຸງ​ ໃຫ້ເກັບອາກອນ​ 5% ນຳບຸກຄົນທີ່ມີເງິນເດືອນ 2,500,000 ກີບຂຶ້ນໄປເທົ່ານັ້ນ, ສ່ວນຜູ້ທີ່ມີເງິນເດືອນ 2,500,000 ກີບລົງມາ ແມ່ນຈະ ບໍ່ໄດ້ເສຍອາກອນເລີຍແມ່ນແຕ່ກີບດຽວ.

ເງິນເດືອນ 2,500,000 ກີບ: ເສຍ 0% (ບໍ່ເສຍ).​

ສ່ວນຜູ້ທີ່ມີເງິນເດືອນເກີນ 2,500,000 ຫາ 5,000,000 ກີບ: ເສຍ 5%.​

ເກີນ​ 5,000,000 ຫາ 15,000,000 ກີບ: ເສຍ 10%.

​ ເກີນ​ 15,000,000 ກີບ​ ຫາ​ 25,000,000 ກີບ: ເສຍ​ 15%.

ເກີນ​ 25,000,000 ກີບ​ ຫາ​ 65,000,000 ກີບ ເສຍ​ 20%.

​ເກີນ​ 65,000,000 ກີບ ເສຍ​ 25%.​

​ຍ້ອນການຂະຫຍາຍຖານຍົກເວັ້ນໃນຂັ້ນທຳອິດ, ເຮັດໃຫ້ຜູ້ທີ່ມີເງິນເດືອນເກີນ 2.5 ລ້ານກີບ ໄດ້ຮັບສ່ວນຫຼຸດອາກອນລົງທັນທີ 60,000 ກີບ/ເດືອນ (ຫຼື 720,000 ກີບ/ປີ) ໃນທຸກໆຂັ້ນເງິນເດືອນ:

ເງິນເດືອນບໍ່ເກີນ 5 ລ້ານກີບ: ປີ 2019 ເຄີຍເສຍອາກອນທັງໝົດ 185,000 ກີບ ປີ 2025/2026 ປັບຫຼຸດລົງເສຍສູງສຸດພຽງ 125,000 ກີບ.

ເງິນເດືອນບໍ່ເກີນ 15 ລ້ານກີບ: ປີ 2019 ເຄີຍເສຍອາກອນທັງໝົດ 1,185,000 ກີບ ປີ 2025/2026 ປັບຫຼຸດລົງເສຍສູງສຸດພຽງ 1,125,000 ກີບ.

ກົດໝາຍສະບັບປັບປຸງໃໝ່ນີ້ ຍັງໄດ້ກຳນົດນະໂຍບາຍເອື້ອອໍານວຍໃຫ້ແກ່ປະຊາຊົນຕື່ມອີກ​ ຄື:

​ ລາຍໄດ້ຈາກການຖືກຫວຍ: ທີ່ມີມູນຄ່າ ບໍ່ເກີນ 10,000,000 ກີບ ແມ່ນໄດ້ຮັບການຍົກເວັ້ນອາກອນ. ຫາກເກີນ 10 ລ້ານກີບຂຶ້ນໄປ ຈຶ່ງຈະຖືກເກັບອາກອນໃນອັດຕາຜ່ອນຜັນພຽງ 5% ຂອງລາຍໄດ້ທັງໝົດ.

​ລາຍໄດ້ຈາກຂອງຂວັນ ຫຼື ລາງວັນ: ທີ່ມີມູນຄ່າ ບໍ່ເກີນ 5,000,000 ກີບ ແມ່ນໄດ້ຮັບການຍົກເວັ້ນເຊັ່ນກັນ, ໂດຍຈະເກັບ 5% ສະເພາະສ່ວນທີ່ເກີນ 5,000,000 ກີບຂຶ້ນໄປ.

ສປປ ລາວ ໄດ້ເລີ່ມມີການເກັບອາກອນລາຍໄດ້ມາຕັ້ງແຕ່ປີ 1989 ຫຼັງຈາກທີ່ມີການເປີດກວ້າງລະບົບເສດຖະກິດໃໝ່. ສຳລັບອັດຕາອາກອນເກົ່າ (ຖານຍົກເວັ້ນ 1.3 ລ້ານກີບ) ແມ່ນໄດ້ຈັດຕັ້ງປະຕິບັດມາແຕ່ປີ 2020 ແລະ ຈະສິ້ນສຸດລົງໃນກາງປີ 2026 ນີ້ ເພື່ອປ່ຽນຜ່ານເຂົ້າສູ່ກົດໝາຍສະບັບໃໝ່ (ຖານຍົກເວັ້ນ 2.5 ລ້ານກີບ) ທີ່ຈະເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການໃນ ວັນທີ 3 ກໍລະກົດ 2026 ເປັນຕົ້ນໄປ.

ການປ່ຽນແປງ ແລະ ປັບປຸງກົດໝາຍອາກອນລາຍໄດ້ໃນຄັ້ງນີ້ ແມ່ນເປັນການປັບປຸງເພື່ອຜົນປະໂຫຍດຂອງຜູ້ອອກແຮງງານຢ່າງແທ້ຈິງ, ເປັນການຫຼຸດຜ່ອນພາລະພາສີ-ອາກອນ ເພື່ອໃຫ້ປະຊາຊົນມີເງິນເຫຼືອເກັບ ແລະ ນຳໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນຫຼາຍຂຶ້ນ ໃນທ່າມກາງສະພາບເສດຖະກິດໃນປະຈຸບັນ.

ສຳຫຼັບຫຼາຍຄົນຍັງເຂົ້າໃຈວ່າ ເປັນການປັບເພີ່ມຂຶ້ນ… ທ່ານລອງຕັ້ງສະຕິແລ້ວເບິ່ງວ່າ ໂຕເລກໃດທີ່ເພີ່ມຂຶ້ນ…

ຢ່າອະຄະຕິຫຼາຍ…ຈົນຕາມືດບອດ…

ເຖິງວ່າຈະຫຼຸດບໍ່ຫຼາຍ…ແຕ່ກໍ່ຄືຫຼຸດ ຈັງໃດກໍ່ດີກວ່າ ເສຍຕື່ມ…

​ສະຫຼຸບ: ການປັບອາກອນລາຍໄດ້ຄັ້ງນີ້ ເປັນຄຸນ ຫຼາຍກວ່າໂທດ…!​

ສະນັ້ນ, ຂໍໃຫ້ທຸກພາກສ່ວນຈົ່ງຮັບຂໍ້ມູນຢ່າງມີສະຕິ ແລະ ເຂົ້າໃຈຢ່າງຖືກຕ້ອງ ບົນພື້ນຖານຕົວເລກຄວາມຈິງ.

ສາມາດອ່ານລາຍລະອຽດຂອງກົດໝາຍສະບັບເຕັມໄດ້ທີ່ລິ້ງນີ້:ກົດໝາຍວ່າດ້ວຍອາກອນລາຍໄດ້ 2025

​Lao Youth​ ​Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles