ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການຄາດຄະເນສະພາບອາກາດໃນໄລຍະວັນທີ 29 ມິຖຸນາ ຫາ 05 ກໍລະກົດ 2026 ໃຫ້ຮູ້ວ່າ: ໃນຊ່ວງຕົ້ນອາທິດ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອລົງຫາພາກກາງ ປະສົມປະສານກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຫາປານກາງ.
ຈຸດສຳຄັນທີ່ຕ້ອງເຝົ້າລະວັງ (2 – 5 ກໍລະກົດ):
ໃນໄລຍະກາງ ຫາ ທ້າຍອາທິດ (ວັນທີ 2 ຫາ 5 ກໍລະກົດ 2026) ຄາດວ່າຈະມີຍ່ອມຄວາມກົດດັນອາກາດຕໍ່າ ແລະ ທະວີກຳລັງແຮງຂຶ້ນເປັນພາຍຸໝູນເຂດຮ້ອນຢູ່ທະເລຈີນໃຕ້. ພາຍຸດັ່ງກ່າວຈະເຄື່ອນຕົວຜ່ານເກາະໄຫຫຼຳໃນວັນທີ 4 ກໍລະກົດ ເຊິ່ງຈະດຶງດູດເອົາມໍລະສຸມຕາເວັນຕົກສ່ຽງໃຕ້ໃຫ້ມີກຳລັງແຮງຂຶ້ນ ພັດປົກຄຸມປະເທດລາວ.
ສະພາບການນີ້ ຈະເຮັດໃຫ້ທົ່ວປະເທດມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບປານກາງ ເປັນບໍລິເວນກວ້າງ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
– ພາກເໜືອ: ຝົນຕົກຄ່ອຍ ຫາ ປານກາງ ແລະ ຕົກໜັກບາງເຂດ ອຸນຫະພູມ 16 – 36 ອົງສາ.
– ພາກກາງ: ຝົນຕົກປານກາງ ຫາ ຕົກໜັກບາງເຂດ ອຸນຫະພູມ 21 – 35 ອົງສາ (ສະເພາະແຂວງໄຊສົມບູນ 19 – 32 ອົງສາ).
– ພາກໃຕ້: ຝົນຕົກປານກາງ ຫາ ຕົກໜັກ ອຸນຫະພູມ 22 – 35 ອົງສາ (ສະເພາະເຂດພູພຽງບໍລິເວນ ອາກາດເຢັນ 15 – 26 ອົງສາ).
ນະຄອນຫຼວງວຽງຈັນ: ອາກາດຮ້ອນ ແລະ ມີຝົນຕົກປານກາງ ຫາ ໜັກ ອຸນຫະພູມ 24 – 36 ອົງສາ.
ດັ່ງນັ້ນ, ຈຶ່ງແຈ້ງເຖິງອຳນາດການປົກຄອງ ແລະ ປະຊາຊົນທຸກພາກສ່ວນ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ ລົມພັດແຮງ ທີ່ອາດກໍ່ໃຫ້ເກີດນໍ້າຖ້ວມຊຸໃນຕົວເມືອງ, ນໍ້າຖ້ວມຍຶ່ງ, ດິນເຈື່ອນ, ຕົ້ນໄມ້ຫັກລົ້ມ ແລະ ປ້າຍໂຄສະນາເພພັງ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.

