ສປປ ລາວ ເປັນປະເທດທີ່ມີຜູ້ສູງອາຍຸ ໜ້ອຍກວ່າໝູ່ ໃນ 11 ປະເທດອາຊຽນ

ຈາກຂໍ້ມູນຫຼ້າສຸດຂອງທະນາຄານໂລກ (World Bank) ທີ່ຖືກເປີດເຜີຍໂດຍ Seasia Stats ໄດ້ສະແດງໃຫ້ເຫັນເຖິງຕົວເລກອັດຕາສ່ວນປະຊາກອນທີ່ມີອາຍຸ 65 ປີຂຶ້ນໄປ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ (ອາຊຽນ) ປະຈຳປີ 2026 ເຊິ່ງສະທ້ອນໃຫ້ເຫັນເຖິງການປ່ຽນແປງທາງດ້ານປະຊາກອນທີ່ໜ້າສົນໃຈ.

ຈາກການຈັດອັນດັບທັງໝົດ 11 ປະເທດ, ​ສປປ ລາວ ຂອງພວກເຮົາແມ່ນຮັກສາຕຳແໜ່ງຢູ່ໃນອັນດັບທີ 11 (ອັນດັບສຸດທ້າຍ) ໂດຍມີສັດສ່ວນປະຊາກອນຜູ້ສູງອາຍຸ (65 ປີຂຶ້ນໄປ) ພຽງແຕ່ 4.67% ເທົ່ານັ້ນ. ຕົວເລກນີ້ບົ່ງບອກວ່າ ສປປ ລາວ ຍັງຄົງເປັນປະເທດທີ່ມີໂຄງສ້າງປະຊາກອນສ່ວນໃຫຍ່ເປັນໄວໜຸ່ມ ແລະ ໄວແຮງງານ ເຊິ່ງຖືເປັນທ່າແຮງທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ.

ໃນຂະນະທີ່ລາວຍັງຄົງມີສັດສ່ວນປະຊາກອນໄວໜຸ່ມສູງ, ແຕ່ຫຼາຍປະເທດໃນອາຊຽນແມ່ນກຳລັງກ້າວເຂົ້າສູ່ “ສັງຄົມຜູ້ສູງອາຍຸ” ຢ່າງເຕັມໂຕ ໂດຍມີລາຍລະອຽດດັ່ງນີ້:

ປະເທດໄທ: ຄອງອັນດັບ 1 ທີ່ມີສັດສ່ວນຜູ້ສູງອາຍຸສູງທີ່ສຸດໃນອາຊຽນເຖິງ 15.36% ສະທ້ອນໃຫ້ເຫັນເຖິງການກ້າວເຂົ້າສູ່ສັງຄົມຜູ້ສູງອາຍຸຢ່າງວ່ອງໄວ.

ສິງກະໂປ: ຕາມມາເປັນອັນດັບ 2 ຢູ່ທີ່ 13.66%.

ຫວຽດນາມ: ຢູ່ໃນອັນດັບ 3 ທີ່ອັດຕາສ່ວນ 9.05%.

ມາເລເຊຍ (7.74%), ມຽນມາ (7.30%) ແລະ ອິນໂດເນເຊຍ (7.29%): ເປັນກຸ່ມປະເທດທີ່ຢູ່ໃນເກນລະດັບປານກາງ.

ບຣູໄນ (6.87%), ກຳປູເຈຍ (6.16%), ຟີລິບປິນ (5.49%) ແລະ ຕີມໍ-ເລສເຕ (5.28%): ເປັນກຸ່ມທີ່ມີສັດສ່ວນຜູ້ສູງອາຍຸໄລຍະເລີ່ມຕົ້ນ, ເຊິ່ງຍັງສູງກວ່າ ສປປ ລາວ.

ຂໍ້ມູນດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມແຕກຕ່າງຢ່າງຊັດເຈນຂອງໂຄງສ້າງປະຊາກອນໃນແຕ່ລະປະເທດ. ສໍາລັບ ສປປ ລາວ ແລ້ວ, ການທີ່ມີອັດຕາສ່ວນຜູ້ສູງອາຍຸໜ້ອຍທີ່ສຸດໃນພາກພື້ນ ໝາຍເຖິງໂອກາດອັນດີໃນການນຳໃຊ້ກຳລັງແຮງງານໄວໜຸ່ມເພື່ອຂັບເຄື່ອນປະເທດ, ແຕ່ໃນຂະນະດຽວກັນ ກໍຕ້ອງມີການວາງແຜນໄລຍະຍາວເພື່ອຮອງຮັບການປ່ຽນແປງທາງປະຊາກອນທີ່ຈະເກີດຂຶ້ນໃນອະນາຄົດເຊັ່ນດຽວກັນ.

ທີ່ມາ: Seasia​ Stats

Lao Youth​ ​Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles