ຈີນປະກາດແຜນຍຸດທະສາດ 5 ປີ ບັງຄັບຮຽນ AI ທຸກລະດັບຊັ້ນທົ່ວປະເທດ ຫວັງສ້າງຍອດມະນຸດເຕັກໂນໂລຊີສະໄໝໃໝ່

ປັກກິ່ງ, ສປ ຈີນ— ກາຍເປັນກະແສຮືຮາໄປທົ່ວໂລກ ເມື່ອຄະນະລັດຖະມົນຕີຈີນ ໄດ້ອອກແຖວການປະກາດແຜນຜັງຍຸດທະສາດໄລຍະ 5 ປີ ເພື່ອບັງຄັບໃຊ້ການຮຽນ-ການສອນປັນຍາປະດິດ ຫຼື ໃນໂຮງຮຽນ ແລະ ສະຖາບັນການສຶກສາທຸກລະດັບຊັ້ນທົ່ວປະເທດ.

ມາດຕະການສຸດເຂັ້ມງວດນີ້ ເປັນສ່ວນໜຶ່ງຂອງນະໂຍບາຍລະດັບຊາດ ທີ່ຊຸກຍູ້ໂດຍປະທານປະເທດ ສີ ຈິ້ນຜິງ ເພື່ອເລັ່ງພັດທະນາບຸກຄະລາກອນທີ່ມີທັກສະສູງໃນກຸ່ມເຕັກໂນໂລຊີຂັ້ນສູງ ພ້ອມທັງສ້າງກົນໄກໃໝ່ໃນການຂັບເຄື່ອນເສດຖະກິດຂອງປະເທດໃຫ້ກ້າວກະໂດດ.

ປູພື້ນຖານ AI Literacy ໃຫ້ເດັກຈີນ: ບໍ່ແມ່ນແຕ່ຮຽນ ແຕ່ຕ້ອງ “ໃຊ້ເປັນ”

ແຜນຍຸດທະສາດດັ່ງກ່າວ ໄດ້ກຳນົດໃຫ້ໜ່ວຍງານທ້ອງຖິ່ນໃນແຕ່ລະພາກພື້ນ ເລັ່ງບັນຈຸເຕັກໂນໂລຊີ AI ເຂົ້າເປັນຂີດຄວາມສາມາດພື້ນຖານຫຼັກຂອງນັກຮຽນທຸກຄົນ ເພື່ອຍົກລະດັບ “ຄວາມຮູ້ເທົ່າທັນດ້ານປ້ອງຍາປະດິດ” ຄວບຄູ່ໄປກັບການເສີມສ້າງທັກສະການຄິດວິເຄາະ ແລະ ການແກ້ໄຂບັນຫາເຊີງເຕັກນິກ.

ນອກຈາກນີ້, ກະຊວງສຶກສາທິການຂອງຈີນ ຍັງໄດ້ເລັ່ງຮັດໃຫ້ສະຖາບັນອຸດົມສຶກສາ (ມະຫາວິທະຍາໄລ) ຈັດກຽມຫຼັກສູດຝຶກອົບຮົມດ້ານ AI ໃຫ້ແກ່ນັກສຶກສາໂດຍດ່ວນ ເພື່ອເພີ່ມໂອກາດໃນການເຮັດວຽກ ທ່າມກາງພາວະຕະຫຼາດແຮງງານ ແລະ ອັດຕາການວ່າງງານໃນກຸ່ມໄວໜຸ່ມທີ່ຍັງຄົງຢູ່ໃນລະດັບສູງ.

ຫ້ອງຮຽນຍຸກໃໝ່: ເມື່ອເດັກປະຖົມໃຊ້ Chatbot ແກ້ເລກ

ໃນພາກປະຕິບັດຕົວຈິງ, ໂຮງຮຽນຫຼາຍແຫ່ງໃນຈີນໄດ້ເລີ່ມທົດລອງໃຊ້ເຄື່ອງມື AI ໃນລະບົບດິຈິຕອນແລ້ວ. ຕົວຢ່າງ: ໂຮງຮຽນປະຖົມສຶກສາໝາຍເລກ 9 ໃນເຂດຮຸ່ນໜານ, ເມືອງເສິ່ນຢາງ, ມົນທົນຫຼຽວໜິງໄດ້ເລີ່ມໃຫ້ນັກຮຽນຊັ້ນປະຖົມປີທີ 6 ນຳໃຊ້ Chatbot AI ຂອງຈີນທີ່ມີຊື່ວ່າ “ໂຕ້ວເປົາ” ເພື່ອຊ່ວຍກວດສອບຄວາມຖືກຕ້ອງ ແລະ ແກ້ໄຂໂຈດຄະນິດສາດທີ່ຊັບຊ້ອນດ້ວຍຕົນເອງ ເຊິ່ງຖືເປັນກ້າວສຳຄັນໃນການຫັນປ່ຽນສູ່ລະບົບການສຶກສາດິຈິຕອນຢ່າງເຕັມຮູບແບບ.

ເຖິງແມ່ນວ່າຈະເລັ່ງພັດທະນາດ້ານເຕັກໂນໂລຊີຢ່າງດຸເດືອດ, ແຕ່ລັດຖະບານຈີນກໍໄດ້ກຳນົດຢ່າງຊັດເຈນວ່າ: ການນຳໃຊ້ AI ຕ້ອງຮັກສາຄວາມສົມດຸນລະຫວ່າງການເພີ່ມປະສິດທິພາບການຜະລິດ ແລະ ການຮັກສາສະຖຽນລະພາບການຈ້າງງານຂອງປະຊາກອນ.

ທີ່ຜ່ານມາ, ສານປະຊາຊົນຂອງຈີນໄດ້ມີຄຳພິພາກສາ ສັ່ງຫ້າມບໍ່ໃຫ້ພາກເອກະຊົນເລີກຈ້າງພະນັກງານ ພຽງເພື່ອຈຸດປະສົງໃນການນຳເອົາລະບົບ AI ມາເຮັດວຽກທົດແທນມະນຸດ.

ຄຳຕັດສິນນີ້ໄດ້ກາຍເປັນບັນທັດຖານທີ່ສະທ້ອນໃຫ້ເຫັນເຖິງແນວທາງຂອງລັດຖະບານປັກກິ່ງ ທີ່ຕ້ອງການປົກປ້ອງຕຳແໜ່ງງານຂອງປະຊາຊົນໃນປະເທດ ໃນລະຫວ່າງການແຂ່ງຂັນທາງເຕັກໂນໂລຊີຂັ້ນສູງກັບນາໆປະເທດຝັ່ງຕາເວັນຕົກ ໂດຍສະເພາະແມ່ນ ສະຫະລັດອາເມລິກາ.

ແຫຼ່ງອ້າງອີງຂໍ້ມູນ: TNN Tech

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles