4 ປີທີ່ທຸກຄົນລໍຄອຍໄດ້ມາເຖິງແລ້ວ! ກັບການແແຂ່ງຂັນ FIFA World Cup 2026 ທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ 3 ປະເທດເຈົ້າພາບ ຄື: ອາເມລິກາ, ແຄນນາດາ ແລະ ເມັກຊິໂກ, ເຊິ່ງປະຈຸບັນການແຂ່ງຂັນກຳລັງເຂັ້ມຂຸ້ນ ໃນຮອບ 32 ທີມ, ສໍາລັບແຟນບານຊາວລາວເຮົາ ປີນີ້ຖືວ່າພິເສດສຸດໆ ເພາະເຮົາໄດ້ສິດໃນການຖ່າຍທອດສົດໃຫ້ຊົມຟຣີ ໂດຍເຄືອຂ່າຍຢູ່ນີເທວ. ນີ້ຄືຊ່ວງເວລາແຫ່ງຄວາມສຸກທີ່ພວກເຮົາຈະໄດ້ຮ່ວມເຊຍທີມມັກ ແລະ ເສບຄວາມມ່ວນຊື່ນໄປກັບເກມກິລາລະດັບໂລກ!
ບານໂລກຄືສິລະປະ, ຄືຄວາມສາມັກຄີ ແລະ ຄືສະເໜ່ຂອງເກມກິລາ ແຕ່ການເອົາຕົນເອງໄປຕິດພັນກັບຮູບແບບການພະນັນບານ! ອາດຈະເຮັດໃຫ້ຮູ້ສຶກມ່ວນແຕ່ຕອນທຳອິດ ແຕ່ມັນຈະປ່ຽນຄວາມມ່ວນຊື່ນນັ້ນ ໃຫ້ກາຍເປັນຄວາມທຸກ ແລະ ຄວາມກົດດັນທັນທີ ເມື່ອມີເລື່ອງເງິນຄຳເຂົ້າມາກ່ຽວຂ້ອງ.
ຢາກບອກວ່າ: “ບໍ່ມີໃຜລວຍຍ້ອນການພະນັນ ເຈົ້າມືຄືຜູ້ຊະນະສະເໝີ” ລະບົບການພະນັນຖືກອອກແບບມາເພື່ອໃຫ້ເຈົ້າມືໄດ້ປຽບໃນໄລຍະຍາວ. ເຖິງຈະຊະນະໃນມື້ນີ້ ສຸດທ້າຍກໍມີທ່າອ່ຽງທີ່ຈະເສຍຄືນທັງທຶນທັງກຳໄລ. ຄວາມຮັ່ງມີຈາກການລົງພະນັນບານເປັນພຽງພາບລວງຕາທີ່ຫຼອກລວງເຮົາເທົ່ານັ້ນ.
ຜົນກະທົບທີ່ມັນຈະຕາມມາ:
ເສຍສຸຂະພາບຈິດ ແລະ ຮ່າງກາຍ: ການອົດຫຼັບອົດນອນເພື່ອລຸ້ນຜົນເງິນເດີມພັນ ເຮັດໃຫ້ຮ່າງກາຍຊຸດໂຊມ, ສະສົມຄວາມຄຽດ, ຄວາມກົດດັນ ແລະ ນຳໄປສູ່ພາວະຊຶມເສົ້າໄດ້ງ່າຍ.
ກະທົບຕໍ່ໜ້າທີ່ການງານ ແລະ ການຮຽນ: ເມື່ອສະໝອງໝົກມຸ້ນຢູ່ກັບໜີ້ສິນ ແລະ ຜົນການແຂ່ງຂັນ ສະມາທິໃນການເຮັດວຽກ ຫຼື ການຮຽນກໍຈະຫຼຸດລົງ ເຊິ່ງອາດສົ່ງຜົນເສຍຮ້າຍແຮງຕໍ່ອະນາຄົດ.
ທຳລາຍຄວາມສຳພັນໃນຄອບຄົວ: ຫຼາຍຄົນຕ້ອງຜິດຖຽງກັບຄົນຮັກ, ພໍ່ແມ່ ຫຼື ໝູ່ເພື່ອນ ຍ້ອນການຕົວະ, ການຢືມເງິນ ແລະ ອາລົມທີ່ຫງຸດຫງິດກ້າວລ້າວຈາກການເສຍພະນັນບານ.
ທີ່ສຳຄັນ! ການຫຼິ້ນການພະນັນບານໃນ ສປປ ລາວ ຖືເປັນການກະທຳທີ່ຜິດຕໍ່ປະມວນກົດໝາຍອາຍາ ສະບັບປີ 2017 (ມາດຕາ 141) ວ່າດ້ວຍການຫຼິ້ນການພະນັນທີ່ຕ້ອງຫ້າມ ເຊິ່ງມີມາດຕະການລົງໂທດດັ່ງນີ້:
ວັກໜຶ່ງ ລະບຸວ່າ: “ ບຸກຄົນໃດ ຫາກໄດ້ຫຼິ້ນການພະນັນທີ່ຕ້ອງຫ້າມ ຈະຖືກປັບໃໝ ແຕ່ 5,000,000 ກີບ ຫາ 10,000,000 ກີບ.
ວັກສອງ ລະບຸວ່າ: “ ບຸກຄົນໃດ ຫາກໄດ້ສົມຍອມໃຫ້ຫຼິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນ ຫຼື ເປັນເຈົ້າມື ຫຼື ເປັນຜູ້ກະທຳຜິດທີ່ບໍ່ເຂັດຫຼາບ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສອງປີ ຫຼື ດັດສ້າງ ໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 5,000,000 ກີບ ຫາ 15,000,000 ກີບ.
“ບານໂລກມີການແຂ່ງຂັນທຸກໆ 4 ປີ ແລະ ຈົບລົງພາຍໃນໜຶ່ງເດືອນ ແຕ່ໜີ້ສິນ ແລະ ຄວາມທຸກຈາກການພະນັນ ອາດຈະຢູ່ກັບທ່ານໄປຕະຫຼອດຊີວິດ.”
ມາຮ່ວມກັນຊົມ-ເຊຍ ບານໂລກ 2026 ຢ່າງມີສະຕິ, ເສບສິລະປະຂອງລູກໜັງ, ມ່ວນຊື່ນກັບແຜນການຫຼິ້ນ, ຄວາມສາມາດຂອງນັກກິລາ ແລະ ຄວາມສາມັກຄີ ເພື່ອໃຫ້ມະຫະກຳກິລາທີ່ຍິ່ງໃຫຍ່ນີ້ ເປັນຊ່ວງເວລາແຫ່ງຄວາມສຸກ, ຄວາມມ່ວນຊື່ນ ແລະ ຄວາມບັນເທີງຂອງທຸກຄົນໃນຄອບຄົວຢ່າງແທ້ຈິງ!
Lao Youth Radio FM90MHz


