ຮູ້ ຫຼື ບໍ່? ປູກພືດໃຫ້ຖືກກັບຊະນິດດິນ ຊ່ວຍເພີ່ມຜົນຜະລິດ ແລະ ຫຼຸດຕົ້ນທຶນໄດ້ແທ້

ການເຮັດກະສິກຳໃຫ້ໄດ້ຮັບຜົນຜະລິດສູງ ບໍ່ໄດ້ຂຶ້ນຢູ່ກັບການໃຫ້ນ້ຳ ຫຼື ໃສ່ຝຸ່ນພຽງຢ່າງດຽວເທົ່ານັ້ນ ແຕ່ “ດິນ” ຄືປັດໄຈພື້ນຖານທີ່ສຳຄັນທີ່ສຸດ ເພາະມັນເປັນແຫຼ່ງອາຫານ, ນ້ຳ ແລະ ອາກາດຂອງຮາກພືດ.

ຫຼາຍຄົນອາດຈະພະຍາຍາມເລືອກປູກພືດຕາມຄວາມຕ້ອງການຂອງຕະຫຼາດ ແຕ່ພັດລືມກວດເບິ່ງວ່າດິນໃນສວນຂອງຕົນເອງເໝາະສົມ ຫຼື ບໍ່? ເຊິ່ງສົ່ງຜົນໃຫ້ຕົ້ນທຶນການຜະລິດສູງ ແຕ່ຜົນຜະລິດພັດບໍ່ໄດ້ຕາມຄາດໝາຍ. ສະນັ້ນ, ກ່ອນຈະລົງມືປູກ ເຮົາມາເຮັດຄວາມຮູ້ຈັກກັບ 3 ຊະນິດດິນຫຼັກ ແລະ ວິທີການຈັດການກັນເລີຍ.

1. ດິນຊາຍ

• ລັກສະນະ: ເມັດດິນໃຫຍ່, ບໍ່ເກາະໂຕກັນ, ນ້ຳ ແລະ ອາກາດຜ່ານໄດ້ໄວ. ເກັບກຳນ້ຳ ແລະ ທາດອາຫານໄດ້ໜ້ອຍ, ແຫ້ງໄວ ໂດຍສະເພາະໃນຍາມຮ້ອນ.

• ຂໍ້ດີ & ຂໍ້ຈຳກັດ: ລະບາຍນ້ຳໄດ້ດີ, ຮາກພືດຊອນໄຊງ່າຍ ແຕ່ສູນເສຍນ້ຳ ແລະ ຝຸ່ນໄດ້ໄວ.

• ພືດທີ່ເໝາະສົມ: ມັນຕົ້ນ, ໝາກນັດ, ແຕງໂມ, ເມລອນ, ຖົ່ວດິນ, ໝາກພ້າວ, ແລະ ພືດທົນແລ້ງຕ່າງໆ.

• ວິທີປັບປຸງດິນ: ໃສ່ຝຸ່ນຄອກ ຫຼື ຝຸ່ນໝັກເປັນປະຈຳ, ໃສ່ຖ່ານໄບໂອຊາ (Biochar) ເພື່ອຊ່ວຍອຸ້ມນ້ຳ, ຄຸມໜ້າດິນດ້ວຍເຟືອງ ແລະ ນຳໃຊ້ລະບົບນ້ຳຢອດ.

2. ດິນໜຽວ

• ລັກສະນະ: ເມັດດິນລະອຽດ ແລະ ເກາະໂຕກັນແໜ້ນ, ເວລາປຽກຈະໜຽວຫຼາຍ ແຕ່ເວລາແຫ້ງຈະແຂງ ແລະ ແຕກ. ລະບາຍນ້ຳ ແລະ ອາກາດໄດ້ຍາກ ແຕ່ເກັບນ້ຳແລະຝຸ່ນໄດ້ດີ.

• ຂໍ້ດີ & ຂໍ້ຈຳກັດ: ອຸ້ມນ້ຳ ແລະ ເກັບທາດອາຫານໄດ້ດົນ ແຕ່ນ້ຳຂັງງ່າຍ ເຊິ່ງອາດເຮັດໃຫ້ຮາກພືດຂາດອາກາດ ແລະ ສ່ຽງຕໍ່ການເກີດໂລກຮາກເນົ່າ.

• ພືດທີ່ເໝາະສົມ: ເຂົ້າ, ບົວ, ຜັກບົ້ງນາ, ກ້ວຍ, ໝາກສົ້ມໂອ, ອ້ອຍ ແລະ ຖົ່ວລຽນ (ແຕ່ຕ້ອງປູກແບບຍົກໂຄກ/ຍົກຮ່ອງ).

• ວິທີປັບປຸງດິນ: ເພີ່ມຝຸ່ນໝັກ-ຝຸ່ນຄອກ, ໃສ່ແກບດິບ ຫຼື ແກບເຜົາເພື່ອເພີ່ມຄວາມໂປ່ງ, ຍົກຮ່ອງລະບາຍນ້ຳ ແລະ ຫຼີກເວັ້ນການໄຖພວນຕອນດິນປຽກຈັດ.

3. ດິນຊຸ່ມຊື່ນ

• ລັກສະນະ: ເປັນດິນທີ່ດີທີ່ສຸດສຳລັບການປູກ ເພາະມີສ່ວນປະສົມຂອງດິນຊາຍ, ດິນໜຽວ ແລະ ອິນຊີວັດຖຸໃນສັດສ່ວນທີ່ສົມດຸນ. ລະບາຍນ້ຳດີ ແລະ ອຸ້ມນ້ຳໄດ້ພໍເໝາະ.

• ຂໍ້ດີ: ມີອາກາດໃນດິນພຽງພໍ, ມີຄວາມອຸດົມສົມບູນສູງ ແລະ ເໝາະສົມກັບພືດເກືອບທຸກຊະນິດ.

• ພືດທີ່ເໝາະສົມ: ໝາກເພັດ, ໝາກເຫຼັ່ນ, ໝາກແຕງ, ຜັກສວນຄົວທຸກຊະນິດ, ໝາກມ່ວງ, ໝາກນາວ, ຖົ່ວລຽນ, ມັງຄຸດ ແລະ ສາລີ ເຂົ້າໂພດຫວານ.

• ວິທີດູແລ: ໃສ່ຝຸ່ນໝັກ/ຝຸ່ນຄອກເພີ່ມເຕີມທຸກໆລະດູປູກ, ຄຸມໜ້າດິນ, ແລະ ຫຼີກເວັ້ນການໃຊ້ສານເຄມີຕິດຕໍ່ກັນດົນເກີນໄປ.

ວິທີກວດຊະນິດດິນແບບງ່າຍໆ ດ້ວຍໂຕເອງຢູ່ເຮືອນ!

ຖ້າທ່ານບໍ່ໝັ້ນໃຈວ່າດິນຢູ່ສວນເປັນດິນຊະນິດໃດ, ສາມາດທົດສອບໄດ້ດັ່ງນີ້:

1. ຕັກດິນໃສ່ຕຸກແກ້ວປະມານ 1 ໃນ 3 ຂອງຕຸກ.

2. ຕື່ມນ້ຳສະອາດລົງໄປໃຫ້ເກືອບເຕັມ ແລ້ວອັດຝາ.

3. ສັ່ນແຮງໆ ປະມານ 2-3 ນາທີ ແລ້ວຕັ້ງປະໄວ້ 24 ຊົ່ວໂມງ.

4. ກວດເບິ່ງການຕົກຕະກອນ: ຊັ້ນລຸ່ມສຸດຄື ດິນຊາຍ, ຊັ້ນກາງຄື ດິນຕະກອນ (ທົ່ງພຽງ), ແລະ ຊັ້ນເທິງສຸດຄື ດິນໜຽວ. ຖ້າມີເສດພືດຟູຢູ່ໜ້ານ້ຳ ສະແດງວ່າດິນມີອິນຊີວັດຖຸທີ່ດີ.

7 ເຕັກນິກເດັດ! ດູແລດິນໃຫ້ຜົນຜະລິດງາມແບບຍືນຍົງ

• ຕື່ມອິນຊີວັດຖຸ (ຝຸ່ນຄອກ/ຝຸ່ນໝັກ) ເຂົ້າໃນດິນທຸກໆປີ.

• ປູກພືດໝູນວຽນ ເພື່ອຫຼຸດການສະສົມຂອງໂລກພືດ ແລະ ແມງໄມ້.

• ປູກພືດຕະກູນຖົ່ວ ເພື່ອຊ່ວຍເພີ່ມທາດໄນໂຕຣເຈນໃຫ້ແກ່ດິນແບບທຳມະຊາດ.

• ຄຸມໜ້າດິນດ້ວຍເຟືອງ ຫຼື ຫຍ້າແຫ້ງ ເພື່ອຮັກສາຄວາມຊຸ່ມຊື່ນ.

• ກວດຄ່າຄວາມເປັນກົດ-ດ່າງ (pH) ຂອງດິນ ຢ່າງໜ້ອຍປີລະ 1 ຄັ້ງ.

• ຫຼີກເວັ້ນການຈຸດເຜົາເສດພືດ ເພາະມັນຈະທຳລາຍຈຸລິນຊີທີ່ມີປະໂຫຍດໃນດິນ.

• ການໃຊ້ຝຸ່ນອິນຊີຄວບຄູ່ກັບຝຸ່ນເຄມີຢ່າງເໝາະສົມ ເພື່ອຫຼຸດຕົ້ນທຶນໃນໄລຍະຍາວ.

ສະຫຼຸບ: ການເຮັດກະສິກຳທີ່ຍືນຍົງ ຕ້ອງເລີ່ມຕົ້ນຈາກການ “ເຂົ້າໃຈດິນ”. ເມື່ອເຮົາເລືອກປູກພືດໃຫ້ຖືກກັບສະພາບດິນ ພືດກໍຈະຈະເລີນເຕີບໂຕໄດ້ເຕັມສັກກະຍະພາບ ໂດຍທີ່ເຮົາບໍ່ຈຳເປັນຕ້ອງຝືນທຳມະຊາດ ແຕ່ເປັນການບໍລິຫານຈັດການສິ່ງທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ

ແຫຼ່ງຂໍ້ມູນອ້າງອີງ: แนวทางเกษตรกร เกร็ดความรู้ทาง

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles