ສະຖານະການຫຼ້າສຸດ ເຂົ້າສູ່ມື້ທີ 5 ຂອງເຫດການແຜ່ນດິນໄຫວຮຸນແຮງ 2 ຄັ້ງຕິດຕໍ່ກັນ ຢູ່ປະເທດເວເນຊູເອລາ (ເກີດຂຶ້ນໃນວັນທີ 25 ມິຖຸນາ 2026 ທີ່ຜ່ານມາ) ເຊິ່ງຕົວເລກຜູ້ປະສົບໄພຍັງຄົງເພີ່ມຂຶ້ນຢ່າງໜ້າເປັນຫ່ວງ.
ອີງຕາມການຖະແຫຼງການຫຼ້າສຸດໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2026 ນີ້ (ຕາມເວລາໃນລາວ) ມີລາຍລະອຽດດັ່ງນີ້:
ຜູ້ເສຍຊີວິດ: 1,719 ລາຍ.
ຜູ້ບາດເຈັບ: ຫຼາຍກວ່າ 5,034 ຄົນ.
ຜູ້ສູນຫາຍ: 46,628 ຄົນ (ໃນຂະນະທີ່ອົງການສະຫະປະຊາຊາດ ຫຼື UN ປະເມີນວ່າ ອາດມີຜູ້ສູນຫາຍສູງເຖິງ 50,000 ຄົນ).
ເຖິງແມ່ນວ່າເວລາຈະຜ່ານໄປແລ້ວ 5 ມື້, ແຕ່ບັນດາຄອບຄົວຂອງຜູ້ສູນຫາຍຍັງຄົງບໍ່ລະຄວາມພະຍາຍາມ ພວກເຂົາເຈົ້າໄດ້ພາກັນຂຸດຄົ້ນຊາກອາຄານດ້ວຍມືເປົ່າ ແລະ ເຄື່ອງມືເທົ່າທີ່ມີ ດ້ວຍຄວາມຫວັງວ່າ ຈະພົບຜູ້ລອດຊີວິດ.
ໃນຂະນະດຽວກັນ, ທີມຄົ້ນຫາ ແລະ ກູ້ໄພສາກົນຈາກຫຼາຍປະເທດ ໄດ້ທະຍອຍເດີນທາງມາຮອດເວເນຊູເອລາ ເພື່ອຮ່ວມປະຕິບັດການຊ່ວຍເຫຼືອ. ເຖິງແມ່ນວ່າໂອກາດໃນການລອດຊີວິດຈະຫຼຸດນ້ອຍຖອຍລົງເລື້ອຍໆຕາມເວລາ, ແຕ່ໃນວັນອາທິດທີ່ຜ່ານມາ ເຈົ້າໜ້າທີ່ສາມາດຊ່ວຍເຫຼືອຜູ້ລອດຊີວິດອອກມາໄດ້ຕື່ມອີກ 33 ຄົນ ເຊິ່ງເປັນສັນຍານທີ່ເຮັດໃຫ້ເຊື່ອວ່າ ຍັງມີຜູ້ລອດຊີວິດຢູ່ກ້ອງຊາກອາຄານອີກເປັນຈຳນວນຫຼາຍ.
ປະຈຸບັນ ໃນພື້ນທີ່ປະສົບໄພຍັງຂາດແຄນເຄື່ອງຈັກໜັກ ທີ່ໃຊ້ສຳລັບຮື້ຖອນຊາກຫັກພັງ ສົ່ງຜົນໃຫ້ປະຊາຊົນບາງສ່ວນເລີ່ມສະແດງຄວາມບໍ່ພໍໃຈ ແລະ ເບິ່ງວ່າການຕອບສະໜອງຕໍ່ສະຖານະການສຸກເສີນຂອງລັດຖະບານຍັງຊັກຊ້າ ແລະ ບໍ່ທົ່ວເຖິງ.
ເຫດການໄພພິບັດຄັ້ງນີ້ ເປັນການເກີດແຜ່ນດິນໄຫວຮຸນແຮງ 2 ຄັ້ງຕິດຕໍ່ກັນ ໂດຍຄັ້ງທຳອິດມີຂະໜາດ 7.2 ຣິກເຕີ ແລະ ຖັດມາອີກພຽງ 39 ວິນາທີ ກໍເກີດແຜ່ນດິນໄຫວຄັ້ງທີ 2 ທີ່ມີຄວາມຮຸນແຮງເຖິງ 7.5 ຣິກເຕີ (ເກີດຂຶ້ນເວລາ 18:04 ໂມງ ຂອງວັນທີ 24 ມິຖຸນາ ຕາມເວລາທ້ອງຖິ່ນ ຫຼື ກົງກັບເວລາ 05:04 ໂມງ ເຊົ້າວັນທີ 25 ມິຖຸນາ 2026 ຕາມເວລາໃນລາວ).
ເຫດການຄັ້ງນີ້ ຖືກບັນທຶກວ່າເປັນໜຶ່ງໃນເຫດແຜ່ນດິນໄຫວທີ່ຮຸນແຮງທີ່ສຸດຂອງເວເນຊູເອລາ ນັບຕັ້ງແຕ່ວັນທີ 29 ຕຸລາ ປີ 1900 ເປັນຕົ້ນມາ. ນອກຈາກນີ້ ຍັງມີແຜ່ນດິນໄຫວຕາມມາ (Aftershocks) ອີກຫຼາຍຮ້ອຍຄັ້ງ ເຮັດໃຫ້ປະຊາຊົນທົ່ວພື້ນທີ່ຕົກຢູ່ໃນຄວາມກັງວົນ.
ເຂດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ: ແມ່ນ ລັດລາໄກຣາ (La Guaira) ເນື່ອງຈາກພື້ນທີ່ດັ່ງກ່າວ ມີອາຄານບ້ານເຮືອນຈຳນວນຫຼາຍທີ່ກໍ່ສ້າງດ້ວຍດິນຈີ່ ແລະ ວັດສະດຸທີ່ບໍ່ໄດ້ເສີມຄວາມແຂງແຮງເພື່ອຮອງຮັບແຜ່ນດິນໄຫວ ເຮັດໃຫ້ອາຄານພັງທະລາຍລົງມາເປັນວົງກວ້າງ ແລະ ເປັນສາເຫດຫຼັກທີ່ເຮັດໃຫ້ມີຜູ້ເສຍຊີວິດ ແລະ ສູນຫາຍເປັນຈຳນວນມະຫາສານ.
ທີ່ມາ: World Forum
Lao Youth Radio FM90MHz


