ໜ້າເປັນຫ່ວງ! ເປີດສະຖິຕິອັດຕາ “ພະຍາດຕຸ້ຍ” ໃນອາຊຽນ ບຣູໄນຄອງແຊ້ມອັນດັບ 1 ສ່ວນລາວຢູ່ອັນດັບ 7

ອີງຕາມຂໍ້ມູນຫຼ້າສຸດຈາກສະຫະພັນພະຍາດຕຸ້ຍ (World Obesity Federation) ທີ່ໄດ້ເປີດເຜີຍໂດຍ Seasia Stats ສະແດງໃຫ້ເຫັນເຖິງຕົວເລກອັດຕາຄວາມສ່ຽງ ແລະ ບັນຫາສຸຂະພາບຂອງປະຊາກອນໃນພາກພື້ນອາຊຽນ ທີ່ກຳລັງຜະເຊີນກັບ “ພະຍາດຕຸ້ຍ” ເຊິ່ງມີຄວາມເຊື່ອມໂຍງໂດຍກົງກັບພຶດຕິກຳການກິນຢູ່ ແລະ ການອອກກຳລັງກາຍໃນຊີວິດປະຈຳວັນ.

ຈາກການຈັດອັນດັບອັດຕາພະຍາດຕຸ້ຍໃນ 11 ປະເທດອາຊຽນ ພົບວ່າມີຕົວເລກດັ່ງນີ້:

ອັນດັບ 1 ບຣູໄນ: 32.09% (ເປັນປະເທດດຽວໃນອາຊຽນທີ່ມີອັດຕາເກີນ 30%).​

ອັນດັບ 2 ມາເລເຊຍ: 22.41%.

ອັນດັບ 3 ໄທ: 15.44%.

ອັນດັບ 4 ສິງກະໂປ: 13.97%.

ອັນດັບ 5 ອິນໂດເນເຊຍ: 11.52%

ອັນດັບ 6 ຟິລິບປິນ: 8.96%.

ອັນດັບ 7 ສປປ ລາວ: 8.32%.

ອັນດັບ 8 ມຽນມາ: 7.71%.

ອັນດັບ 9 ກຳປູເຈຍ: 4.50%.

ອັນດັບ 10 ຕີມໍ-ເລສເຕ: 2.41%.

ອັນດັບ 11 ຫວຽດນາມ: 2.04%.

ສຳລັບ ສປປ ລາວ ຂອງພວກເຮົາແມ່ນຈັດຢູ່ໃນອັນດັບທີ 7 ຂອງອາຊຽນ ມີຕົວເລກຢູ່ທີ່ 8.32% ເຖິງວ່າຈະຍັງບໍ່ສູງຫຼາຍເມື່ອທຽບກັບກຸ່ມປະເທດຜູ້ນຳຕາຕະລາງ ແຕ່ກໍເປັນສັນຍານເຕືອນໃຫ້ເຮົາຕ້ອງເລີ່ມຫັນມາໃສ່ໃຈເລືອກຮັບປະທານອາຫານທີ່ມີປະໂຫຍດ ແລະ ເພີ່ມການເຄື່ອນໄຫວຮ່າງກາຍໃຫ້ຫຼາຍຂຶ້ນ ເພື່ອປ້ອງກັນບັນຫາສຸຂະພາບໃນໄລຍະຍາວ.

ເຫັນຕົວເລກແບບນີ້ແລ້ວ ຢ່າລືມຮັກສາສຸຂະພາບ ກິນອາຫານໃຫ້ຄົບຫ້າໝູ່ ແລະ ອອກກຳລັງກາຍກັນແດ່ເດີ້ທຸກຄົນ!

​ທີ່ມາ: Seasia​ ​Stats

Lao Youth​ Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles