ໃນໄລຍະທີ່ຜ່ານມາ, ນັກວິທະຍາສາດ ແລະ ຜູ້ຊ່ຽວຊານດ້ານສະພາບອາກາດໄດ້ມີການນຳໃຊ້ຄຳສັບໃໝ່ໆ ທີ່ຟັງແລ້ວໜ້າຕື່ນຕາຕື່ນໃຈ ເພື່ອອະທິບາຍເຖິງຄວາມຮຸນແຮງຂອງສະພາບອາກາດທີ່ປ່ຽນແປງຢ່າງສຸດຂົ້ວ. ໜຶ່ງໃນນັ້ນກໍຄືຄຳວ່າ “ກັອດຊິນລາ ເອລນີໂຢ” (Godzilla El Niño) ອັນເປັນການປະສົມຄຳລະຫວ່າງ “ເອລນີໂຢ” ແລະ “ກັອດຊິນລາ”.
ເຖິງວ່າມັນຈະບໍ່ແມ່ນຄຳສັບທາງວິທະຍາສາດແບບເປັນທາງການ, ແຕ່ມັນຖືກນຳມາໃຊ້ເອີ້ນປາກົດການ “ເອລນີໂຢທີ່ມີພະລັງທຳລາຍລ້າງມະຫາສານ” ຈົນໄດ້ຮັບສາຍານາມວ່າ “ສັດປະຫຼາດແຫ່ງສະພາບອາກາດ” ເຊິ່ງຈະສົ່ງຜົນກະທົບຢ່າງຮຸນແຮງ ແລະ ອາດສ້າງຄວາມເສຍຫາຍໃນລະດັບຫາຍະນະຕໍ່ໂລກຂອງພວກເຮົາໄດ້ .
ປັດຈຸບັນ, ສັນຍານທຳອິດໃນມະຫາສະໝຸດປາຊີຟິກໄດ້ເລີ່ມສະແດງໃຫ້ເຫັນມາແລ້ວຫຼາຍເດືອນ. ຈາກການຄາດຄະເນພົບວ່າມີຄວາມເປັນໄປໄດ້ສູງ ທີ່ປາກົດການເອລນີໂຢລະດັບປານກາງຫາຮຸນແຮງຈະກໍ່ຕົວຂຶ້ນໃນປີ 2026 ນີ້:
ອົງການອຸຕຸນິຍົມວິທະຍາໂລກ (WMO): ລະບຸວ່າມີໂອກາດສູງເຖິງ 80% ທີ່ປາກົດການເອລນີໂຢຈະພັດທະນາຂຶ້ນພາຍໃນເດືອນສິງຫານີ້.
ນັກພະຍາກອນອາກາດຂອງສະຫະລັດ ອາເມຣິກາ: ເປີດເຜີຍວ່າມີໂອກາດສູງເຖິງ 63% ທີ່ຈະເກີດປາກົດການນີ້ໃນລະດັບ “ຮຸນແຮງຫຼາຍ”.
ມາທຳຄວາມເຂົ້າໃຈ ກ່ຽວກັບ: “ເອລນີໂຢ” ທຳມະດາ ກັບ “ກັອດຊິນລາ ເອລນີໂຢ” ຕ່າງກັນແນວໃດ? ໂດຍພື້ນຖານແລ້ວ, ເອລນີໂຢ (El Niño) ແມ່ນປາກົດການທຳມະຊາດທີ່ເກີດຂຶ້ນໃນມະຫາສະໝຸດປາຊີຟິກ. ໃນສະພາວະປົກກະຕິ, “ລົມ” (Trade Winds) ຈະພັດເອົານ້ຳອຸ່ນຈາກທະເລໄປທາງທະວີບອາຊີ (ແຖວອິນໂດເນເຊຍ ແລະ ອົດສະຕຣາລີ) ເຮັດໃຫ້ເກີດຄວາມສົມດຸນໃນການຄວບຄຸມສະພາບອາກາດຂອງໂລກ .
ແຕ່ເມື່ອເກີດເອລນີໂຢ, ກະແສລົມເຫຼົ່ານີ້ຈະອ່ອນກຳລັງລົງ ຫຼື ປ່ຽນທິດທາງ, ສົ່ງຜົນໃຫ້ອຸນຫະພູມຜິວນ້ຳທະເລໃນມະຫາສະໝຸດປາຊີຟິກຕອນກາງ ແລະ ຕອນຕາເວັນອອກ (ໃກ້ເສັ້ນສູນສູດ) ສູງກວ່າຄ່າສະເລ່ຍ
. ນ້ຳອຸ່ນຈະໄຫຼຢ້ອນກັບໄປທາງທະວີບອາເມລິກາໃຕ້ ເຮັດໃຫ້ລະບົບສະພາບອາກາດທົ່ວໂລກປັ່ນປ່ວນ ເໝືອນກັບໃຍແມງມຸມທີ່ຖືກກະທົບແລ້ວສັ່ນສະເທືອນໄປທົ່ວທັງຮັງ
.
ເມື່ອມັນກາຍຮ່າງເປັນ “ກັອດຊິນລາ ເອລນີໂຢ”, ມັນໝາຍເຖິງຄວາມຮ້ອນຂອງນ້ຳທະເລທີ່ເພີ່ມຂຶ້ນຢ່າງຜິດປົກກະຕິ ແລະ ແຜ່ລັງສີຄວາມຮ້ອນຂຶ້ນສູ່ຊັ້ນບັນຍາກາດໃນລະດັບທີ່ຮຸນແຮງກວ່າທຸກໆຄັ້ງທີ່ຜ່ານມາ .
ໂດຍທົ່ວໄປ ເອລນີໂຢຈະເຮັດໃຫ້ອຸນຫະພູມສະເລ່ຍຂອງໂລກເພີ່ມຂຶ້ນປະມານ 0.2 ອົງສາເຊ. ແຕ່ໃນປີ 2026 ນີ້ ຄາດວ່າມັນຈະຮ້ອນຂຶ້ນກວ່າເກົ່າ ຍ້ອນມັນມາປະສົມປະສານກັບບັນຫາສະພາວະໂລກຮ້ອນ (Climate Change) ທີ່ເກີດຈາກກິດຈະກຳຂອງມະນຸດຢູ່ແລ້ວ ຕື່ມອີກ.
ບາງພື້ນທີ່ຂອງໂລກຈະຕ້ອງປະເຊີນກັບຝົນຕົກໜັກ ແລະ ນ້ຳຖ້ວມຢ່າງຮຸນແຮງ.
ສື່ຕ່າງປະເທດເຕືອນວ່າ ພື້ນທີ່ທາງຕາເວັນອອກ ເຊັ່ນ: ອົດສະຕຣາລີ, ອິນໂດເນເຊຍ ແລະ ບາງສ່ວນຂອງ ອາຊີຕາເວັນອອກສຽງໃຕ້ (ລວມທັງປະເທດລາວ) ອາດຈະຕ້ອງກຽມຮັບມືກັບສະພາບອາກາດທີ່ແຫ້ງແລ້ງສູງ, ຂາດແຄນນ້ຳ ແລະ ຄວາມສ່ຽງຕໍ່ການເກີດໄຟປ່າທີ່ສູງຂຶ້ນ .
ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ຕິດຕາມຂ່າວສານສະພາບອາກາດຢ່າງໃກ້ຊິດ ເພື່ອກຽມພ້ອມຮັບມືກັບຄວາມຜັນຜວນຂອງທຳມະຊາດໃນປີນີ້!
ຝາກກົດໄລຄ໌ ກົດແຊຣ໌ ເພື່ອແຈ້ງເຕືອນໃຫ້ທຸກຄົນໄດ້ຮັບຊາບນຳກັນແດ່ເດີ້.
ທີ່ມາ: Thai PBS
Lao Youth Radio FM90MHz


