ວັນທີ 2 ກັນຍາ 2026, ຄະນະບໍລິຫານຈາກທະນາຄານພັດທະນາອາຊີ (ADB) ໄດ້ລົງຢ້ຽມຢາມ ແຂວງຫຼວງພະບາງ ເພື່ອຕິດຕາມຄວາມຄືບໜ້າ ແລະ ຜົນສຳເລັດຂອງໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ທີ່ໄດ້ຮັບການສະໜັບສະໜູນຈາກ ADB.
ການຢ້ຽມຢາມໃນຄັ້ງນີ້, ຄະນະໄດ້ລົງຕິດຕາມສະຖານທີ່ໂຄງການສຳຄັນຕ່າງໆ ທີ່ ADB ໄດ້ໃຫ້ການສະໜັບສະໜູນ ເຊັ່ນ:
ຕາດກວາງຊີ: ປັບປຸງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ພາຍໃນສະຖານທີ່ທ່ອງທ່ຽວ.
ລະບົບດິຈິຕອນ: ພັດທະນາລະບົບຂາຍປີ້ຜ່ານ QR Code ເພື່ອອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ແລະ ສາມາດກວດເບິ່ງສະຖິຕິນັກທ່ອງທ່ຽວ ແລະ ລວມຍອດລາຍຮັບໄດ້ແບບທັນທີ.
ມໍຣະດົກວັດທະນະທຳ: ອະນຸລັກ ແລະ ຟື້ນຟູສະຖານທີ່ທ່ອງທ່ຽວສຳຄັນ ເຊັ່ນ: ຫໍພິພິທະພັນແຫ່ງຊາດຫຼວງພະບາງ, ພູສີ ແລະ ວັດຊຽງທອງ.
ນອກຈາກນີ້, ຄະນະ ADB ຍັງໄດ້ເຂົ້າພົບປະກັບອົງການປົກຄອງແຂວງ ເພື່ອປຶກສາຫາລືກ່ຽວກັບທິດທາງບູລິມະສິດການພັດທະນາ ແລະ ການຊຸກຍູ້ການທ່ອງທ່ຽວແບບຍືນຍົງ ເພື່ອສ້າງຜົນປະໂຫຍດໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ເສດຖະກິດ-ສັງຄົມ ຂອງແຂວງ ກໍຄືຂອງ ສປປ ລາວ.
ການລົງຢ້ຽມຢາມຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາອັນໜັກແໜ້ນຂອງ ADB ໃນການສະໜັບສະໜູນ ສປປ ລາວ ເພື່ອພັດທະນາການທ່ອງທ່ຽວທີ່ມີຄຸນນະພາບ ແລະ ຍືນຍົງ ຄຽງຄູ່ກັບການປົກປັກຮັກສາມໍຣະດົກອັນລ້ຳຄ່າຂອງຫຼວງພະບາງ.
ທີ່ມາ: ກົມພັດທະນາການທ່ອງທ່ຽວ


