ຕົວລະຄອນເອກຂອງກາຕູນໂດຍ ຟູຈິໂກະ ຟູຈິໂອະ ທີ່ຕີພິມຄັ້ງທຳອິດໃນຍີ່ປຸ່ນ ເມື່ອເດືອນມັງກອນ 1970.
ໃນເລື່ອງ ໂດຣາເອມ່ອນ ເກີດວັນທີ 3 ກັນຍາ 2112 ຫຼື ໃນອີກ 86 ປີຂ້າງໜ້າ, ທີ່ໂຮງງານຜະລິດຫຸ່ນຍົນ Matsushiba Robot Factory.
ລາວເປັນຫຸ່ນຍົນແມວຈາກໂລກອະນາຄົດໃນສະຕະວັດທີ 22 ເກີດວັນທີ 3 ກັນຍາ 2112 ມີລັກສະນະຕົວຕຸ້ຍກົມສີຟ້າ (ຕອນເກີດໃໝ່ໆມີສີເຫຼືອງ, ກາຍເປັນສີຟ້າເພາະຮ້ອງໄຫ້ຢ່າງໜັກຈົນສີລອກ ແລະ ສຽງແຫບ) ບໍ່ມີໃບຫູຍ້ອນຖືກໜູກັດ.
ລາວມີໜ້າທີ່ເປັນຫຸ່ນຍົນອ້າຍລ້ຽງ ຊຶ່ງຜູ້ທີ່ຊື້ໂດຣາເອມ່ອນມາ ແມ່ນ ເຊວາຊິ ເຫຼນຂອງ ໂນບິຕະ. ມື້ໜຶ່ງເຊວາຊິ ຢາກຮູ້ສາເຫດທີ່ຄອບຄົວມີຖານະທຸກຍາກ ຈຶ່ງໄດ້ຢ້ອນເວລາກັບໄປໃນອະດີດ, ແລ້ວຈຶ່ງໄດ້ຮູ້ວ່າ ໂນບິຕະ (ຜູ້ເປັນບັນພະບຸລຸດ) ແມ່ນຕົ້ນເຫດຂອງຄວາມທຸກຍາກ.
ດັ່ງນັ້ນ ເຊວາຊິ ຈຶ່ງຕັດສິນໃຈໃຫ້ໂດລາເອມ່ອນ ຢ້ອນເວລາກັບໄປເພື່ອຄອຍຊ່ວຍເຫຼືອ ແລະ ເບິ່ງແຍງໂນບິຕະ ເວລາຖືກລັງແກ ໂດຍໃຊ້ຂອງວິເສດທີ່ເອົາອອກມາຈາກກະເປົາ 4 ມິຕິ …. ເລົ່າຊ່ຳນີ້ເດີ!
ທ່ານໃດຢາກຮູ້ເລື່ອງລາວຂອງໂດຣາເອມ່ອນໄປຊອກເບິ່ງໄດ້ ຕາມຢູທູບເດີ້ …ຫຼື ທ່ານໃດໄດ້ເບິ່ງແລ້ວ ເລົ່າສູ່ຟັງແດ່ ວ່າເຈົ້າມັກຕອນໃດຂອງເລື່ອງ


