ເງື່ອນໄຂການສະໝັກ: ຕ້ອງແມ່ນຜູ້ທີ່ໄດ້ສອບເສັງໃນ ວັນທີ 8 ສິງຫາ 2026 ແຕ່ບໍ່ມີລາຍຊື່ຊັບຊ້ອນ ແລະມີຈຸດປະສົງຢາກເຂົ້າຮຽນໃນສາຂາວິຊາທີ່ປະກາດຮັບໃນແຈ້ງການ.
ຮູບແບບການສະໝັກ: ຢື່ນຄຳຮ້ອງສະໝັກເຂົ້າຮຽນໃນສາຂາທີ່ປະກາດໃນແຈ້ງການ (ເອົາຢູ່ຈຸດລົງທະບຽນ) ແລະ ກ໊ອບປີ້ບັດເຂົ້າຫ້ອງເສັງ ມຊ ໃນວັນທີ 8 ສິງຫາ 2026 (1ສະບັບ); ຄົນໜື່ງ ສາມາດເລືອກໄດ້ 2 ສາຂາ ຢູ່ກຸ່ມ A ຫຼື ກຸ່ມ B ກໍໄດ້;
ເລີ່ມຮັບເອກະສານການສະໝັກ ວັນທີ 28 ສິງຫາ ຫາ 30 ກັນຍາ 2026, ທີ່ພະແນກທະບຽນ ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ມຊ.
ເງື່ອນໄຂການຄັດເລືອກ: ຄະນະກຳມະການສອບເສັງ ຈະຄັດເລືອກ ແລະຈັດລຽງຕາມຄະແນນສອບເສັງເຂົ້າ ມຊ ໃນວັນທີ 8 ສິງຫາ 2026 ທີ່ຜ່ານມາ.
ໝາຍເຫດ: ສຳລັບຄຳຮ້ອງແມ່ນມາພົວພັນເອົາໄດ້ທີ່ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ມຊ. ໃນວັນທີ 28 ສິງຫາ ຫາ 30 ກັນຍາ 2026





