ທຸລະຄົມ ອອກແຈ້ງການເຂັ້ມ! ຫ້າມໂຮງແຮມ–ເຮືອນພັກ ອຳນວຍຄວາມສະດວກແກ້ງອາຊະຍາກຳອອນລາຍ ແລະ ສະແກມເມີ

ເມືອງທຸລະຄົມ: ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ເມືອງທຸລະຄົມ ອອກແຈ້ງການ ເລກທີ 156/ທວທ ລົງວັນທີ 1 ກັນຍາ 2026 ເຖິງບັນດາຫົວໜ່ວຍທຸລະກິດ ປະເພດໂຮງແຮມ, ເຮືອນພັກ, ຣີສອດ, ອາພາດເມັ້ນ, ຮ້ານອາຫານ, ເຮືອນເຊົ່າ ແລະ ສະຖານທີ່ບໍລິການອື່ນໆ ພາຍໃນເມືອງ ໃຫ້ເພີ່ມທະວີການສະກັດກັ້ນອາຊະຍາກຳທາງອິນເຕີເນັດ, ພະນັນອອນລາຍ ແລະ ບັນດາສະແກມເມີ.

ການແຈ້ງການດັ່ງກ່າວ ອີງຕາມຄຳສັ່ງ ເລກທີ 32/ນຍ ວ່າດ້ວຍການເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງດ້ານອິນເຕີເນັດ, ການພະນັນອອນລາຍ ແລະ ບັນດາສະແກມເມີ ພ້ອມອີງຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ເລກທີ 308/ປກສ ລົງວັນທີ 15 ກໍລະກົດ 2026, ແຈ້ງການຂອງຫ້ອງການ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເລກທີ 259/ຫກ ລົງວັນທີ 7 ສິງຫາ 2026 ແລະ ແຈ້ງການຂອງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງວຽງຈັນ ເລກທີ 857/ພວທ.ວຈ ລົງວັນທີ 31 ສິງຫາ 2026.

ສາລະສຳຄັນຂອງແຈ້ງການ ແມ່ນການກຳຊັບບັນດາທຸລະກິດ ແລະ ສະຖານທີ່ພັກເຊົ່າທຸກປະເພດ ບໍ່ວ່າຈະເປັນໂຮງແຮມ, ອາພາດເມັ້ນ, ຕຶກອາຄານ, ເຮືອນພັກ, ເຮືອນສ່ວນຕົວ, ເຮືອນເຊົ່າ, ຫ້ອງແຖວ ແລະ ສະຖານທີ່ອື່ນໆ ບໍ່ໃຫ້ອຳນວຍຄວາມສະດວກ, ລັກລອບເຄື່ອນໄຫວ ຫຼື ພົວພັນທາງກົງ ຫຼື ທາງອ້ອມ ກັບກຸ່ມແກ້ງອາຊະຍາກຳອອນລາຍ, ການພະນັນອອນລາຍ ແລະ ບັນດາສະແກມເມີຢູ່ ສປປ ລາວ ຢ່າງເດັດຂາດ.

ມາດຕະການນີ້ ມີເປົ້າໝາຍເພື່ອເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງອິນເຕີເນັດ, ພະນັນອອນລາຍ ແລະ ສະແກມເມີ ພ້ອມທັງຮັບປະກັນດ້ານ ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນສັງຄົມ.

ສຳລັບບັນດາຫົວໜ່ວຍທຸລະກິດ ແຈ້ງການກຳຊັບໃຫ້ຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມທິດທາງດັ່ງກ່າວ ເພື່ອຮ່ວມກັນປ້ອງກັນ ແລະ ສະກັດກັ້ນກິດຈະກຳອາຊະຍາກຳອອນລາຍ.

ແຈ້ງການສະບັບເລກທີ 156/ທວທ ລົງວັນທີ 1 ກັນຍາ 2026 ອອກໂດຍຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ເມືອງທຸລະຄົມ ແລະ ໃຫ້ບັນດາຫົວໜ່ວຍຮັບຊາບ ພ້ອມຈັດຕັ້ງປະຕິບັດ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles