ໃນທ້າຍອາທິດຜ່ານມາ, ວິທະຍາໄລສິລະປະແຫ່ງຊາດ ໄດ້ຈັດພິທີມອບ-ຮັບ ໂຄງການ “ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ” ຂຶ້ນຢ່າງເປັນທາງການ ຢູ່ທີ່ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ສີຣິ ປາບິຕາ ມາກາຣິຕາ (Shri Pabitra Margherita) ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຫັດຖະກຳ ແຫ່ງ ສາທາລະນະລັດ ອິນເດຍ, ພ້ອມດ້ວຍ ເອກອັກຄະລັດຖະທູດອິນເດຍ ປະຈຳ ລາວ, ບັນດາຄະນະນຳກົມ-ຮອງກົມ ແລະ ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ.
ທ່ານ ວິລະພັນ ຊາພູວົງ ຜູ້ອໍານວຍການວິທະຍາໄລສິລະປະແຫ່ງຊາດ ໄດ້ລາຍງານວ່າ: ໂຄງການດັ່ງກ່າວເປັນໂຄງການທີ່ມີຄວາມໝາຍຄວາມສໍາຄັນຍິ່ງທາງດ້ານວັດທະນະທຳ ແລະ ສິລະປະການສະແດງ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ລັດຖະບານອິນເດຍ ຜ່ານສະຖານທູດອິນເດຍ ປະຈຳ ລາວ.
ໂຄງການນີ້ບໍ່ພຽງແຕ່ຊ່ວຍຍົກລະດັບຄວາມເຂັ້ມແຂງໃຫ້ແກ່ຄູ-ອາຈານ ແລະ ນັກຮຽນສິລະປະເທົ່ານັ້ນ, ແຕ່ຍັງເປັນການປົກປັກຮັກສາມໍລະດົກວັດທະນະທຳທີ່ມີຮາກເຫງົ້າຮ່ວມກັນມາແຕ່ບູຮານນະການ, ສ້າງລະບົບການຄຸ້ມຄອງ ແລະ ສືບທອດສິລະປະອັນລ້ຳຄ່ານີ້ໃຫ້ຍືນຍົງສູ່ລະດັບສາກົນ. ທັງນີ້, ຍັງເປັນການປະກອບສ່ວນສະເຫຼີມສະຫຼອງ ວາລະຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ ແລະ ຮັດແໜ້ນຄວາມສາມັກຄີ, ການຮ່ວມມືທາງດ້ານວັດທະນະທຳລະຫວ່າງສອງຊາດໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ສໍາລັບກິດຈະກຳຫຼັກຂອງໂຄງການ ແມ່ນໄດ້ເນັ້ນໃສ່ການສ້າງສັນ ແລະ ບູລະນະອຸປະກອນການສະແດງຄືນໃໝ່ທັງໝົດ, ເປັນຕົ້ນແມ່ນການຜະລິດຫົວຕົວລະຄອນເອກ ແລະ ຕົວລະຄອນສົມທົບໃນເລື່ອງລາມມະກຽນ (ເຊັ່ນ: ພະລັກ, ພະລາມ, ນາງສີດາ, ນາງສຸປະນະຂາ, ທົດສະກັນ, ຫະນຸມານ, ນົກສະດາຍຸ, ກວາງຄຳ, ນົກນ້ອຍ, ພະລືສີ ແລະ ມ້າລິດ) ດ້ວຍຄວາມປານີດສູງ ເພື່ອໃຫ້ຖືກຕ້ອງຕາມເອກະລັກສີໄມ້ລາຍມືອັນແທ້ຈິງຂອງລາວ. ພ້ອມດຽວກັນນັ້ນ, ຍັງໄດ້ຕັດຊຸດເຄື່ອງສະແດງໃໝ່ໂດຍຊ່າງອອກແບບທີ່ມີຜົນງານຊ່ຽວຊານ, ຜະລິດເຄື່ອງດົນຕີເສບປະກອບຄົບຊຸດທີ່ມີຄຸນນະພາບກົມກືນກັບບົດລະຄອນ, ແລະ ຈັດຊື້ອຸປະກອນເຕັກໂນໂລຊີ (ກ້ອງ ແລະ ຄອມພິວເຕີ ໂນດບຸກ) ເພື່ອຮັບໃຊ້ມວນວຽກງານຕົວຈິງໃຫ້ມີປະສິດທິພາບສູງສຸດ.
ທີ່ມາ: ປະເທດລາວ


