ADB ທຳນາຍເສດຖະກິດລາວຈະເຕີບໂຕ 3,7% ໃນປີ 2025

ນະຄອນຫຼວງວຽງຈັນ, ສປປ ລາວ (30 ກັນຍາ 2025) — ທະນາຄານພັດທະນາ ອາຊີ ຫຼື ADB ລາຍງານໃຫ້ຮູ້ວ່າ ຂະແໜງການບໍລິການ ຍັງຄົງເປັນຕົວຂັບເຄື່ອນຫຼັກຂອງການເຕີບໂຕ ຢູ່ ສປປ ລາວ ສໍາລັບປີ 2025, ໂດຍຄາດວ່າຂະແໜງດັ່ງກ່າວຈະຂະຫຍາຍຕົວ 4.5%, ອີງຕາມລາຍງານສະບັບໃໝ່ຂອງ Asian Development Bank (ADB).

ຂະແໜງການທ່ອງທ່ຽວໄດ້ຟື້ນຕົວຢ່າງແຂງແຮງ ດ້ວຍຈໍານວນນັກທ່ອງທ່ຽວ 2.3 ລ້ານຄົນໃນໄລຍະເຄຶ່ງປີທໍາອິດ, ສະທ້ອນເຖິງການເຊື່ອມຕໍ່ພາກພື້ນທີ່ດີຂຶ້ນ ແລະ ການຕະຫຼາດທີ່ມີເປົ້າໝາຍ. ການທ່ອງທ່ຽວໄດ້ຊຸກດັນການຄ້າປີກ, ການບໍລິການທີ່ພັກ, ແລະ ການຂົນສົ່ງ.

ຂະແໜງອຸດສາຫະກໍາຂອງ ສປປ ລາວ ຄາດວ່າຈະເຕີບໂຕ 3.6% ໃນປີ 2025, ໂດຍໄດ້ຮັບການສະໜັບສະໜູນຈາກຜົນກໍາໄລໃນຂະແໜງພະລັງງານ ແລະ ການຜະລິດ, ອີງຕາມລາຍງານ Asian Development Outlook (ADO) September 2025 ທີ່ເປັນລາຍງານຫຼັກຂອງ ADB.

ການຜະລິດໄຟຟ້າເພີ່ມຂຶ້ນ 3.2% ໃນໄລຍະເຄຶ່ງປີທໍາອິດ ຂອງປີ 2025 ແລະ ຄາດວ່າຈະຂະຫຍາຍຕົວ 6.5% ສໍາລັບປີນີ້.

ຂະແໜງກະສິກໍາຄາດວ່າຈະຂະຫຍາຍຕົວເລັກນ້ອຍ 1.3% ໃນປີ 2025, ໄດ້ຮັບການສະໜັບສະໜູນຈາກສະພາບອາກາດທີ່ເອື້ອອໍານວຍ.

ADB ໄດ້ປັບປຸງການຄາດຄະເນການເຕີບໂຕ ແລະ ອັດຕາເງິນເຟີ້ສໍາລັບປີ 2025 ເນື່ອງຈາກສິ່ງທ້າທາຍທາງດ້ານເສດຖະກິດທີ່ຍັງດໍາເນີນຢູ່ ແລະ ແຮງກົດດັນດ້ານເງິນເຟີ້ທີ່ຫຼຸດລົງ. ໃນຂະນະທີ່ການຫຼຸດລົງຂອງເງິນເຟີ້ ບັນເທົາບາງຢ່າງ, ຄວາມເຄັ່ງຕຶງທາງດ້ານການຄ້າ ແລະ ຂໍ້ຈໍາກັດດ້ານງົບປະມານອາດຈະເຮັດໃຫ້ການຟື້ນຕົວຊ້າລົງຫຼາຍກວ່າທີ່ຄາດໄວ້. ການຄາດຄະເນການເຕີບໂຕສໍາລັບ ສປປ ລາວ ໄດ້ຖືກປັບລົງເປັນ 3.7% ສໍາລັບປີ 2025 ແລະ 3.8% ສໍາລັບປີ 2026, ຕົ້ນຕໍແມ່ນເນື່ອງຈາກຄວາມອ່ອນແອດ້ານໜີ້ສິນ, ຄວາມຕ້ອງການທີ່ຫຼຸດລົງ, ແລະ ພາສີສີນຄ້າ.

“ເຖິງວ່າຈະມີສິ່ງທ້າທາຍ, ADB ມີຄວາມໝັ້ນໃຈກ່ຽວກັບທ່າແຮງການເຕີບໂຕຂອງ ສປປ ລາວ. ຄວາມພະຍາຍາມຂອງລັດຖະບານໃນການຄຸ້ມຄອງໜີ້ສິນ ແລະ ສ້າງສະຖຽນລະພາບເສດຖະກິດແມ່ນສົມຄວນໄດ້ຮັບການຍ້ອງຍໍ. ADB ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການບັນລຸການພັດທະນາແບບຍືນຍົງ,” ນາງ Shanny Campbell, ຜູ້ອໍານວຍການປະຈໍາປະເທດຂອງ ADB ປະຈໍາ ສປປ ລາວ ກ່າວ.

ການເກັບລາຍຮັບມີການປັບປຸງ, ບັນລຸໄດ້ 93% ຂອງເປົ້າໝາຍໃນເຄຶ່ງປີທໍາອິດ. ແຮງກົດດັນດ້ານເງິນເຟີ້ໄດ້ຫຼຸດລົງຢ່າງຫຼວງຫຼາຍໃນປີ 2025, ໂດຍເງິນເຟີ້ຫຼຸດລົງເປັນ 5.0% ໃນເດືອນສິງຫາ ຈາກ 11.1% ໃນເດືອນເມສາ. ເງິນເຟີ້ດ້ານອາຫານຫຼຸດລົງຢ່າງຫຼວງຫຼາຍເປັນ 3.1% ຈາກ 24.3% ໃນເດືອນສິງຫາ 2024, ໃນຂະນະທີ່ເງິນເຟີ້ສິນຄ້າອື່ນ ທີ່ບໍ່ແມ່ນອາຫານຍັງຄົງສູງຢູ່.

ທະນາຄານ ແຫ່ງ ສປປ ລາວ ໄດ້ຫຼຸດອັດຕາດອກເບ້ຍນະໂຍບາຍຈາກ 10% ໃນເດືອນມີນາ ເປັນ 9.0% ໃນເດືອນສິງຫາ, ເປັນການຫຼຸດລົງຄັ້ງທີສາມຂອງປີນີ້. ອັດຕາແລກປ່ຽນມີຄວາມໝັ້ນຄົງ, ໂດຍເງິນກີບແຂງຄ່າຂຶ້ນ 0.5% ທຽບກັບໂດລາສະຫະລັດ ໃນຂະນະທີ່ອ່ອນຄ່າລົງ 6.0% ທຽບກັບເງິນບາດໄທ. ທຶນສໍາຮອງຕ່າງປະເທດເພີ່ມຂຶ້ນເປັນ 2.7 ຕື້ໂດລາ ໃນເດືອນສິງຫາ 2025 ຈາກ 2.1 ຕື້ໂດລາ ໃນເດືອນທັນວາ 2024, ໃຫ້ການຄຸ້ມຄອງການນໍາເຂົ້າໄດ້ 3.1 ເດືອນ.

ADB ແມ່ນທະນາຄານພັດທະນາຫຼາຍຝ່າຍຊັ້ນນໍາທີ່ສະໜັບສະໜູນການເຕີບໂຕແບບລວມທຸກຄົນ, ທົນທານ ແລະ ຍືນຍົງໃນທົ່ວເອເຊຍ ແລະ ປາຊີຟິກ. ການເຮັດວຽກຮ່ວມກັບສະມາຊິກ ແລະ ຄູ່ຮ່ວມງານເພື່ອແກ້ໄຂສິ່ງທ້າທາຍທີ່ສັບສົນຮ່ວມກັນ, ADB ໃຊ້ເຄື່ອງມືການເງິນທີ່ມີນະວັດຕະກໍາ ແລະ ການຮ່ວມມືທາງຍຸດທະສາດເພື່ອປ່ຽນແປງຊີວິດ, ສ້າງໂຄງສ້າງພື້ນຖານທີ່ມີຄຸນນະພາບ, ແລະ ປົກປ້ອງໂລກຂອງພວກເຮົາ.

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles