ໃນວັນທີ 28 ກັນຍາ 2025 ເວລາ 22:30 ໂມງ, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ, ເຈົ້າໜ້າທີ່ພາສີ ປະຈໍາດ່ານພາສີສາກົນສະໜາມບິນວັດໄຕ ແລະ ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນ, ໄດ້ພ້ອມກັນການກວດກາກະເປົາເດີນທາງຂອງຄົນສັນຊາດ ສ ເກົາຫຼີ ອາຍຸ 21 ປີ, ທີ່ສົງໃສວ່າມີສານເສບຕິດທີ່ສະໝາມບິນສາກົນວັດໄຕ.
ຜ່ານການກວດກາພົບເຫັນ ຢາເສບຕິດ (ປະເພດເຄຕາມີນ) ນໍ້າໝັກ 457 ກຣາມ; ພ້ອມຫຸ້ມຫໍ່ໄດ້ຊຸກເຊື່ອງໃສ່ໃນກະເປົາເດີນທາງທີ່ຈະເດີນທາງອອກໄປປະເທດ ສ ເກົາຫຼີ. ດັ່ງນັ້ນ, ເຈົ້າໜ້າທີ່ພາສີຈຶ່ງໄດ້ສືບສວນ-ສອບສວນ ເອົາຄໍາໃຫ້ການເບື້ອງຕົ້ນພ້ອມເຮັດບົດບັນທຶກຢຶດຂອງກາງແລ້ວສົ່ງມອບຄະດີດັ່ງກ່າວຂອງກາງພ້ອມຜູ້ຖືກຫາ ມອບໃຫ້ເຈົ້າໜ້າທີ່ ຕໍາຫຼວດ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ (303) ເພື່ອນໍາໄປດໍາເນີນຄະດີຕາມຂະບວນການຍຸຕິທໍາ.
ທີ່ມາ: ກະຊວງການເງິນ