ປະເທດແຟງລັງ ໄດ້ເປີດຕົວ ແບັດເຕີຣີຊາຍ ທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງເປັນລະບົບເກັບພະລັງງານທີ່ສາມາດເກັບຄວາມຮ້ອນໄວ້ໄດ້ເປັນເວລາຫຼາຍເດືອນ ແລະສາມາດໃຫ້ພະລັງງານແກ່ພົນລະເມືອງ ທັງເມືອງໄດ້ເປັນເວລາໜຶ່ງອາທິດ. ຕ່າງຈາກແບັດເຕີຣີທຽມທົ່ວໄປ, ລະບົບນີ້ໃຊ້ ດິນຊາຍລາຄາຖືກ ເປັນສື່ກາງໃນການເກັບຄວາມຮ້ອນສູງກວ່າ 500 ອົງສາ ໂດຍນຳໃຊ້ພະລັງງານທົດແທນທີ່ເຫຼືອໃຊ້.
ຄວາມຮ້ອນຈະຖືກປ່ອຍອອກມາຢ່າງຊ້າໆ ເຂົ້າສູ່ລະບົບຄວາມຮ້ອນຂອງເມືອງ ເຊິ່ງເປັນທາງອອກທີ່ສຳຄັນສຳລັບປະເທດທີ່ມີລະດູໜາວທີ່ຍາວນານ ແລະ ໜາວເຢັນ. ແບັດເຕີຣີຊາຍ ຂອງປະເທດແຟງລັງ ຈະຊ່ວຍໃຫ້ລະບົບພະລັງງານມີຄວາມໝັ້ນຄົງ ເພື່ອຮັບປະກັນວ່າແຫຼ່ງພະລັງງານທົດແທນ ເຊັ່ນ: ພະລັງງານລົມ ແລະ ແສງຕາເວັນ, ຍັງສາມາດສະໜອງພະລັງງານໄດ້ໃນຊ່ວງເວລາທີ່ມີການຜະລິດໜ້ອຍ.
ຜູ້ຊ່ຽວຊານກ່າວວ່າ ນີ້ແມ່ນໜຶ່ງໃນວິທີການເກັບພະລັງງານທີ່ສາມາດປັບຂະໜາດໄດ້ ແລະ ຍືນຍົງທີ່ສຸດ, ທັງຍັງມີທ່າແຮງທີ່ຈະຖືກນຳໄປໃຊ້ທົ່ວໂລກ ເພາະວ່າດິນຊາຍເປັນຊັບພະຍາກອນທີ່ມີຢູ່ຢ່າງອຸດົມສົມບູນ, ລາຄາບໍ່ແພງ ແລະ ປອດໄພ. ແບັດເຕີຣີຊາຍອາດຈະກາຍເປັນສິ່ງທີ່ສຳຄັນໃນການແກ້ໄຂວິກິດການເກັບຮັກສາພະລັງງານທົດແທນ.
ທີ່ມາ: Unbox Factory