ຫວຽດນາມໄດ້ປັບຫຼຸດລາຄາໄຟຟ້າຂາຍຍ່ອຍສະເລ່ຍລົງ 2% ເປັນຄັ້ງທຳອິດໃນຮອບເກືອບ 20 ປີ

ປະເທດຫວຽດນາມໄດ້ປັບຫຼຸດລາຄາໄຟຟ້າຂາຍຍ່ອຍສະເລ່ຍລົງ 2% ໂດຍມີຜົນບັງຄັບໃຊ້ແຕ່ວັນທີ 1 ພະຈິກ 2026 ເປັນຕົ້ນໄປ. ນີ້ເປັນການປັບຫຼຸດລາຄາໄຟຟ້າຂາຍຍ່ອຍສະເລ່ຍຄັ້ງທຳອິດໃນຮອບເກືອບ 20 ປີ ຫາກບໍ່ນັບລວມມາດຕະການຫຼຸດຄ່າໄຟຟ້າຊົ່ວຄາວ​ 5​ ຄັ້ງ​ ໃນໄລຍະການແຜ່ລະບາດຂອງໂຄວິດ-19.

ຕາມຂໍ້ມູນຈາກການໄຟຟ້າຫວຽດນາມ (EVN) ລາຄາໄຟຟ້າຂາຍຍ່ອຍສະເລ່ຍໃໝ່ຢູ່ທີ່ 2.159,90 ດົ່ງຕໍ່ກິໂລວັດໂມງ (kWh) ໂດຍບໍ່ລວມອາກອນມູນຄ່າເພີ່ມ (VAT). ການປັບຫຼຸດຄັ້ງນີ້ເກີດຂຶ້ນຫຼັງຈາກລາຄາໄຟຟ້າໄດ້ປັບຂຶ້ນ 4 ຄັ້ງ ໃນລະຫວ່າງປີ 2023-2025 ລວມແລ້ວເພີ່ມຂຶ້ນ 18,2% ໂດຍການປັບຂຶ້ນຄັ້ງຫຼ້າສຸດແມ່ນໃນເດືອນພຶດສະພາ 2025.

ດ້ານ EVN ລະບຸວ່າ ການປັບຫຼຸດລາຄາຄັ້ງນີ້ເປັນຜົນຈາກການທົບທວນການດຳເນີນງານ ແລະການປະຢັດຕົ້ນທຶນໃຫ້ໄດ້ຫຼາຍທີ່ສຸດ ເພື່ອຫຼຸດພາລະຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ ແລະພາກທຸລະກິດ ພ້ອມທັງຊ່ວຍຮັກສາສະຖຽນລະພາບເສດຖະກິດ ແລະຄ້ຳປະກັນສະຫວັດດີການສັງຄົມ.

ຂະນະທີ່ ທ່ານ Nguyen Van Thang ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ກ່າວໃນການປະຊຸມສະພາແຫ່ງຊາດວ່າ ການຫຼຸດລາຄາໄຟຟ້າ ຄຽງຄູ່ກັບແຜນຫຼຸດພາສີການບໍລິໂພກພິເສດສຳລັບນ້ຳມັນເຊື້ອໄຟໃຫ້ເຫຼືອ 0% ຈະຊ່ວຍເພີ່ມຂອບເຂດໃນການຄວບຄຸມເງິນເຟີ້ອີກ 0,07% ເພື່ອມຸ່ງສູ່ເປົ້າໝາຍຄວບຄຸມເງິນເຟີ້ບໍ່ໃຫ້ເກີນ 4,5% ຕາມເປົ້າໝາຍຂອງສະພາແຫ່ງຊາດ.

ການປັບຫຼຸດລາຄາໄຟຟ້າຄັ້ງນີ້ ຖືເປັນອີກໜຶ່ງມາດຕະການສຳຄັນຂອງຫວຽດນາມ ໃນການຫຼຸດຕົ້ນທຶນການຜະລິດ ບັນເທົາພາລະຄ່າຄອງຊີບຂອງປະຊາຊົນ ແລະສົ່ງເສີມການຟື້ນຕົວຂອງເສດຖະກິດ.

​ທີ່ມາ: VN​ EXPRESS

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles