ລາວ–ໄທ ປຶກສາຫາລືຫຼາຍໂຄງການພັດທະນາ ລວມທັງຂົວລົດໄຟຂ້າມນ້ຳຂອງ ວຽງຈັນ–ໜອງຄາຍ

ທີ່ຫ້ອງຮັບແຂກ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ທີລັດ ອັດທະນາວານິດ ປະທານສະພາບໍລິຫານ ສຳນັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ ແຫ່ງຣາຊະອານາຈັກໄທ (NEDA) ໃນໂອກາດເຂົ້າຢ້ຽມຂໍ່ານັບ.

ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນ ແລະ ທົບທວນຜົນສຳເລັດຂອງການຮ່ວມມືຜ່ານມາ ໂດຍສະເພາະໂຄງການກໍ່ສ້າງຂົວມິດຕະພາບລາວ–ໄທ ແຫ່ງທີ 5 ບໍລິຄຳໄຊ–ບຶງການ. ພ້ອມນີ້ ຝ່າຍລາວຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມືແບບຄູ່ຮ່ວມມືຍຸດທະສາດ ລວມທັງການໃຫ້ທຶນຊ່ວຍເຫຼືອໃນຫຼາຍໂຄງການທີ່ຜ່ານມາ.

ສຳລັບແຜນການຮ່ວມມືໃນຕໍ່ໜ້າ ທັງສອງຝ່າຍໄດ້ປຶກສາຫາລືຫຼາຍໂຄງການສຳຄັນ ປະກອບມີ:

– ໂຄງການກໍ່ສ້າງຂົວມິດຕະພາບລາວ–ໄທ ແຫ່ງທີ 6 ເຊື່ອມຕໍ່ແຂວງສາລະວັນ ກັບ ແຂວງອຸບົນຣາດຊະທານີ.

– ໂຄງການກໍ່ສ້າງຂົວມິດຕະພາບລາວ–ໄທ ແຫ່ງທີ 7 ເຊື່ອມຕໍ່ວຽງຈັນ ກັບ ແຂວງເລີຍ.

– ໂຄງການກໍ່ສ້າງຂົວລົດໄຟຂ້າມນ້ຳຂອງ ເຊື່ອມຕໍ່ນະຄອນຫຼວງວຽງຈັນ ກັບ ໜອງຄາຍ.

– ໂຄງການກໍ່ສ້າງໂຮງງານບຳບັດນ້ຳເປື້ອນ ແລະ ວຽກງານພັດທະນາລະບົບນ້ຳປະປາໃນຕໍ່ໜ້າ.

ການພົບປະຄັ້ງນີ້ ເປັນອີກໜຶ່ງກິດຈະກຳສຳຄັນໃນການສືບຕໍ່ປຶກສາຫາລື ແລະ ຂະຫຍາຍການຮ່ວມມືລາວ–ໄທ ໃນຂົງເຂດໂຄງລ່າງພື້ນຖານ, ການຄົມມະນາຄົມ, ການຂົນສົ່ງ ແລະ ລະບົບສາທາລະນູປະໂພກ.

ທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ

Related Articles

0FansLike
12,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles