ນັບແຕ່ຕົ້ນປີນີ້ເປັນຕົ້ນມາ ທ່າມກາງສະຖານະການສາກົນທີ່ສັບສົນແລະປ່ຽນແປງຢ່າງຜັນຜວນ ເສດຖະກິດຈີນໄດ້ຢືນຢັນ ຄວາມສາມາດໃນການຮັບມື ກັບແຮງກົດດັນ ພ້ອມທັງຮັກສາທ່ວງທ່າ ການພັດທະນາໂດຍລວມ ໃຫ້ມີສະຖຽນລະພາບ ແລະມີຄວາມຄືບໜ້າຢ່າງຕໍ່ເນື່ອງ ເຊິ່ງໄດ້ນຳຄວາມໝັ້ນຄົງມາເພີ່ມຕື່ມໃຫ້ແກ່ໂລກ ທີ່ກຳລັງປະເຊີນໜ້າກັບຄວາມຜັນຜວນແລະຄວາມບໍ່ແນ່ນອນ. ໃນ 9 ເດືອນທຳອິດຂອງປີ ຜະລິດຕະພັນມວນລວມພາຍໃນປະເທດ (GDP) ຂອງຈີນເພີ່ມຂຶ້ນ 4.6% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ, ໂດຍອັດຕາການເຕີບໂຕຂອງເສດຖະກິດຍັງຄົງຢູ່ໃນລະດັບທີ່ເໝາະສົມ, ແລະຢູ່ໃນລະດັບຊັ້ນນຳເມື່ອທຽບກັບບັນດາເສດຖະກິດຂະໜາດໃຫຍ່ຂອງໂລກ.
ການບໍລິໂພກມີຮູບແບບໃໝ່ ແລະຍົກລະດັບຢ່າງຕໍ່ເນື່ອງ. ຈີນມີຕະຫຼາດຂະໜາດໃຫຍ່ພິເສດ ໂດຍມີປະຊາກອນຫຼາຍກວ່າ 1.4 ຕື້ຄົນ ແລະມີທ່າແຮງດ້ານຄວາມຕ້ອງການທີ່ຫຼາກຫຼາຍ ແລະແຕກຕ່າງກັນໃນຫຼາຍລະດັບ. ໃນ 9 ເດືອນທຳອິດຂອງປີ GDP ຂອງຈີນມີມູນຄ່າເກີນ 107 ພັນຕື້ຢວນ ໂດຍມູນຄ່າເພີ່ມຂຶ້ນຂອງເສດຖະກິດບັນລຸ 5.7 ພັນຕື້ຢວນ, ຊຶ່ງເປັນມູນຄ່າເພີ່ມຂຶ້ນທີ່ສູງທີ່ສຸດໃນໄລຍະ 5 ປີຜ່ານມາ; ຍອດຂາຍປີກສິນຄ້າແລະບໍລິການຂອງສັງຄົມເພີ່ມຂຶ້ນ 2.6% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ, ຂະນະທີ່ລາຍຈ່າຍດ້ານການບໍລິໂພກມີສ່ວນປະກອບຕໍ່ການເຕີບໂຕທາງເສດຖະກິດເຖິງ 46.7%, ສິ່ງນີ້ສະທ້ອນໃຫ້ເຫັນເຖິງພື້ນຖານທີ່ແຂງແກ່ນ ແລະຄວາມຢືດຢຸ່ນໃນການພັດທະນາຂອງຕະຫຼາດຂະໜາດໃຫຍ່ພິເສດຂອງຈີນ.
ຮູບແບບທຸລະກິດໃໝ່ ແລະ ສະຖານທີ່ການບໍລິໂພກຮູບແບບໃໝ່ເກີດຂຶ້ນຢ່າງຕໍ່ເນື່ອງ, ໃນຊ່ວງວັນພັກວັນຊາດຈີນ ຮູບແບບການບໍລິການໃໝ່ໆ ເຊັ່ນ “ການທ່ອງທ່ຽວໄລຍະຍາວ”, “ການທ່ອງທ່ຽວເພື່ອຊົມການແຂ່ງຂັນກິລາ”, “ການທ່ອງທ່ຽວໄປຍັງເມືອງນ້ອຍ ແລະເມືອງລະດັບຮາກຖານ” ແລະ“ການທ່ອງທ່ຽວຕະຫຼາດກາງຄືນ” ໄດ້ຮັບຄວາມນິຍົມຫຼາຍຂຶ້ນ. ນັກທ່ອງທ່ຽວກຳລັງປ່ຽນຈາກການທ່ອງທ່ຽວເພື່ອ “ຊົມສະຖານທີ່” ໄປສູ່ການ “ສຳຜັດວັດທະນະທຳ” ເຊິ່ງສະແດງໃຫ້ເຫັນແນວໂນ້ມການປັບປ່ຽນແລະຍົກລະດັບການບໍລິໂພກຢ່າງຊັດເຈນ. ໃນຊຸມປີຜ່ານມາ ສັດສ່ວນການປະກອບສ່ວນຂອງຈີນຕໍ່ການເຕີບໂຕຂອງເສດຖະກິດໂລກຍັງຄົງຢູ່ໃນລະດັບປະມານ 30% ເຊິ່ງສູງກວ່າສັດສ່ວນລວມຂອງກຸ່ມປະເທດອຸດສາຫະກຳຊັ້ນນຳ 7 ປະເທດ, ຈີນຮ່ວມສ້າງຄວາມຮຸ່ງເຮືອງກັບປະຊາຄົມໂລກ ຊ່ວຍແບ່ງເບົາຄວາມກັງວົນຂອງໂລກ ແລະສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະເທດມະຫາອຳນາດ ໃນຖານະ “ຫຼັກຍຶດແຫ່ງສະຖຽນລະພາບຂອງໂລກ”.
ພະລັງຂັບເຄື່ອນດ້ານນະວັດຕະກຳເຕີບໂຕຢ່າງວ່ອງໄວ. ກຳລັງການຜະລິດທີ່ມີຄຸນນະພາບໃໝ່ໄດ້ປ່ຽນເປັນພະລັງຂັບເຄື່ອນໃນການພັດທະນາເສດຖະກິດຈີນ ແລະກາຍເປັນເຄື່ອງຈັກໃໝ່ສຳລັບການພັດທະນາທີ່ມີຄຸນນະພາບສູງ. ໃນ 9 ເດືອນທຳອິດຂອງປີ ພະລັງຂັບເຄື່ອນໃໝ່ທີ່ມີການຜະລິດຂັ້ນສູງ, ເສດຖະກິດດິຈິຕອນແລະອັດສະລິຍະ, ພ້ອມທັງການບໍລິການສະໄໝໃໝ່ເປັນຕົວແທນ ມີສັດສ່ວນການປະກອບສ່ວນຕໍ່ການເຕີບໂຕທາງເສດຖະກິດສູງກວ່າ 40% ຢ່າງຕໍ່ເນື່ອງ; ໃນໄຕມາດທີ 3 ມູນຄ່າການປະມູນຊະນະຂອງໂຄງການທີ່ກ່ຽວຂ້ອງກັບໂຄງລ່າງພື້ນຖານຮູບແບບໃໝ່ ເຊັ່ນ ກຳລັງການຄຳນວນ, ຂໍ້ມູນ ແລະເຄືອຂ່າຍ ເພີ່ມຂຶ້ນ 34.2% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ.
ປັນຍາປະດິດ (AI) ກຳລັງເຂົ້າມາສົ່ງເສີມການຫັນປ່ຽນອຸດສາຫະກຳຢ່າງເລິກເຊິ່ງ ແລະຊ່ວຍຍົກລະດັບຄຸນນະພາບພ້ອມທັງເພີ່ມປະສິດທິພາບຂອງເສດຖະກິດຢ່າງຕໍ່ເນື່ອງ. ຜົນສຳເລັດດ້ານນະວັດຕະກຳໄດ້ເກີດຂຶ້ນຢ່າງຫຼວງຫຼາຍ ແລະຖືກນຳໄປປະຍຸກໃຊ້ຢ່າງວ່ອງໄວ. ເຄື່ອງຕົ້ນແບບຄອມພິວເຕີຄວອນຕຳ “ຈິ່ວຈ້າງ ໝາຍເລກ 4” ໄດ້ຖືກພັດທະນາຂຶ້ນ, ຈະຫຼວດຂົນສົ່ງ “ສາງເຈີງ 10 ຮຸ່ນ ອີ” ປະສົບຜົນສຳເລັດໃນການບິນທົດລອງຄັ້ງທຳອິດ ແລະການສື່ສານດ້ວຍເລເຊີຄວາມໄວສູງແບບສອງທິດທາງລະຫວ່າງໂລກກັບດວງຈັນກໍບັນລຸຄວາມກ້າວໜ້າໃໝ່. ຜົນງານດ້ານວິທະຍາສາດແລະເຕັກໂນໂລຊີກຳລັງຖືກປ່ຽນເປັນຜົນຜະລິດທາງອຸດສາຫະກຳ ແລະນຳໄປປະຍຸກໃຊ້ຈິງຢ່າງວ່ອງໄວ. ຈີນມີຂໍ້ໄດ້ປຽບຈາກລະບົບອຸດສາຫະກຳທີ່ຄົບຖ້ວນ ແລະຕ່ອງໂສ້ສະໜອງທີ່ມີຄວາມຢືດຢຸ່ນສູງ ເຊິ່ງກຳລັງຖືກນຳໃຊ້ໃຫ້ເກີດປະໂຫຍດຫຼາຍຂຶ້ນ. ເຄື່ອງປັບອາກາດຈາກຈີນໄດ້ກາຍເປັນສິ່ງຈຳເປັນໃນການຄາຍຄວາມຮ້ອນສຳລັບປະຊາຊົນໃນຢູໂຣບ ເພື່ອຮັບມືກັບຄື້ນຄວາມຮ້ອນທີ່ຮຸນແຮງ ຂະນະທີ່ພະລັງງານແສງອາທິດຈາກຈີນໄດ້ກາຍເປັນແຮງຂັບເຄື່ອນສຳຄັນຕໍ່ການຫັນປ່ຽນດ້ານພະລັງງານໃນຕາເວັນອອກກາງ ເຊິ່ງໄດ້ສະໜອງການສະໜັບສະໜູນອັນແຂງແກ່ນໃຫ້ແກ່ການໝູນວຽນຂອງເສດຖະກິດໂລກໃຫ້ດຳເນີນໄປຢ່າງຄ່ອງຕົວ.
ປະສິດທິຜົນຂອງນະໂຍບາຍຄວບຄຸມເສດຖະກິດເລີ່ມປາກົດຊັດເຈນ. ຄວາມສາມາດໃນການຄວບຄຸມເສດຖະກິດມະຫາພາກຂອງຈີນໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງຕໍ່ເນື່ອງ ໂດຍນະໂຍບາຍຕ່າງໆ ທີ່ໄດ້ປະກາດໃຊ້ໄປແລ້ວໄດ້ຮັບການເສີມກຳລັງແລະຍົກລະດັບປະສິດທິຜົນ ຂະນະທີ່ນະໂຍບາຍໃໝ່ກໍໄດ້ຖືກດຳເນີນການຢ່າງຕໍ່ເນື່ອງ. ໃນເດືອນກັນຍາ ດັດຊະນີຜູ້ຈັດການຝ່າຍຈັດຊື້ຂອງຂະແໜງການຜະລິດຂອງຈີນ (PMI) ຢູ່ທີ່ 50.1% ເພີ່ມຂຶ້ນ 0.3 ຈຸດສ່ວນຮ້ອຍຈາກເດືອນກ່ອນ ແລະໄດ້ກັບຄືນສູ່ເຂດຂະຫຍາຍຕົວອີກຄັ້ງ ຫຼັງຈາກຫຼຸດອອກຈາກເຂດດັ່ງກ່າວເປັນເວລາສອງເດືອນ; ສ່ວນດັດຊະນີກິດຈະກຳທາງທຸລະກິດຂອງຂະແໜງທີ່ບໍ່ແມ່ນການຜະລິດ ແລະດັດຊະນີຜົນຜະລິດ PMI ລວມ ຢູ່ທີ່ 50.2% ແລະ 50.7% ຕາມລຳດັບ.
ປະຊາຄົມສາກົນມີຄວາມເຊື່ອໝັ້ນຕໍ່ທ່າອ່ຽງການພັດທະນາເສດຖະກິດຈີນ ແລະອົງການສາກົນທີ່ສຳຄັນຫຼາຍແຫ່ງໄດ້ປັບປຸງຄາດຄະເນການເຕີບໂຕຂອງເສດຖະກິດຈີນໃຫ້ສູງຂຶ້ນ. ຈີນຍຶດໝັ້ນໃນການຂະຫຍາຍການເປີດປະເທດສູ່ພາຍນອກໃນລະດັບສູງຢ່າງບໍ່ຫວັ່ນໄຫວ. ໃນ 9 ເດືອນທຳອິດຂອງປີ ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າລວມຂອງຈີນກັບບັນດາປະເທດຮ່ວມສ້າງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”ເພີ່ມຂຶ້ນ 17.1% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ. ການນຳເຂົ້າ ແລະ ສົ່ງອອກກັບຕະຫຼາດເກີດໃໝ່ ເຊັ່ນ ອາຊຽນແລະອາຟຣິກາ ກໍບັນລຸການເຕີບໂຕຢ່າງວ່ອງໄວ. ນັບແຕ່ການປັບປຸງ ແລະ ປະກາດໃຊ້ກົດໝາຍການຄ້າຕ່າງປະເທດສະບັບໃໝ່ ໄປຈົນເຖິງການໃຫ້ສິດພິເສດດ້ານພາສີຂາເຂົ້າເປັນສູນແກ່ປະເທດໃນອາຟຣິກາທີ່ມີສາຍພົວພັນທາງການທູດກັບຈີນ ແລະບັນດາປະເທດທີ່ມີລະດັບການພັດທະນາຕ່ຳທີ່ສຸດທັງໝົດທີ່ມີສາຍພົວພັນທາງການທູດກັບຈີນ ຈີນກຳລັງສ້າງໂອກາດດ້ານຕະຫຼາດ, ການລົງທຶນ, ການເຕີບໂຕ ແລະການພັດທະນາແບບຍືນຍົງທີ່ກວ້າງຂວາງ ແລະ ຫຼາກຫຼາຍຍິ່ງຂຶ້ນໃຫ້ແກ່ໂລກ.
ໃນປັດຈຸບັນ, ລະບຽບເສດຖະກິດສາກົນກຳລັງປະເຊີນກັບແຮງກະທົບຢ່າງຮຸນແຮງ, ເສດຖະກິດຈີນບໍ່ພຽງແຕ່ມີຄວາມຢືດຢຸ່ນໃນການຕ້ານທານກັບແຮງກະທົບຈາກພາຍນອກເທົ່ານັ້ນ ແຕ່ຍັງກຳລັງບົ່ມເພາະພື້ນທີ່ ແລະໂອກາດໃໝ່ໆ ສຳລັບການເຕີບໂຕອີກດ້ວຍ. ປັດໄຈດ້ານບວກທີ່ຊ່ວຍຂັບເຄື່ອນການພັດທະນາທີ່ມີຄຸນນະພາບສູງກຳລັງສະສົມເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຈີນຈະເຊື່ອມໂຍງກັບໂລກຜ່ານມາດຕະການຮ່ວມມື ແລະ ການເປີດກວ້າງທີ່ຫຼາກຫຼາຍຍິ່ງຂຶ້ນ ແບ່ງປັນໂອກາດຈາກການພັດທະນາທີ່ມີຄຸນນະພາບສູງຮ່ວມກັບປະຊາຄົມໂລກ ແລະນຳຄວາມແນ່ນອນມາເພີ່ມຕື່ມໃຫ້ແກ່ເສດຖະກິດໂລກ.


